ພຍາດໄຂ້ເລືອດອອກ ຣະບາດ ຢູ່ແຂວງຈໍາປາສັກ

ແຂວງຈໍາປາສັກ ມີການຣະບາດ ຂອງພຍາດ ໄຂ້ເລືອດອອກ ມີຜູ້ເປັນແລ້ວ 744 ຄົນ ຊຶ່ງມີແນວໂນ້ມ ຈະເພີ່ມຂຶ້ນຕື່ມອີກ.
ມະນີຈັນ
2010.07.07

ໃນຣະຍະ 6 ເດືອນ ໃນຕົ້ນປີ 2010 ນີ້ ໄດ້ພົບຄົນເປັນ ພບາດ ໄຂ້ເລືອດອອກ ຫລາຍຮ້ອຍຄົນ ໃນແຂວງຈໍາປາສັກ ຍ້ອນເຂົ້າສູ່ ຣະດູຝົນ ແລະຍັງມີບັນຫາ ຢາປີ່ນປົວ ບໍ່ພຽງພໍ ຊຶ່ງກໍາລັງ ຕ້ອງການ ການຊ່ວຍເຫລືອຈາກ ທາງສູນກາງ. ຕາມຄໍາເວົ້າຂອງ ທ່ານ ວຽງສະຫວັນ ພິມພິເສນ ນັກວິຊາການ ປະຈໍາຫ້ອງ ຣະບາດວິທຍາ ແຂວງຈໍາປາສັກ:

"ແມ່ນແລ້ວເພາະວ່າ ເຮົາໄປທຽບໃສ່ ກໍຄືປີທີ່ ຜ່ານມາ ປີນຶ່ງກໍຈະມີຢູ່ 700ຫາ800 ປີນີ້ຫາມາ ເຄິ່ງປີກໍໄດ້ 6 ເດືອນ ມັນກໍມີຄົນໄຂ້ 744 ຄົນ".

ຄົນເປັນພຍາດ ໄຂ້ເລືອດອອກ ໂດຍສະເພາະ ເດັກນ້ອຍ ເຍົາວະຊົນ ອາຍຸແຕ່ 1 ປີຫາ 15 ປີ ມີຫລາຍທີ່ສຸດ. ໃນເດືອນມີຖຸນາ ພຽງເດືອນດຽວ ກໍພົບຜູ້ປ່ວຍ 400 ຄົນ ແລະກໍເຫັນວ່າ ມີແນວໂນ້ມແຜ່ ຣະບາດ ຢ່າງວ່ອງໄວ. ໂດຍສະເພາະ ໃນເມືອງຈໍາປາສັກ ເມືອງມູນ ແລະເມືອງໂຂງ ຜູ້ປ່ວຍມີຈໍານວນ ເພີ່ມຂຶ້ນ ຫລາຍກວ່າເມືອງອື່ນໆ. ແລະຖ້າທຽບໃສ່ ປີ 2009 ຊຶ່ງມີຜູ້ປ່ວຍ 700ຫາ800 ຄົນໃນທົ່ວແຂວງ ຈໍາປາສັກນັ້ນ ກໍຖືວ່າ ຈໍານວນຜູ້ປ່ວຍ ຈະພີ່ມຂຶ້ນນຶ່ງເທົ່າ. ທ່ານ ວຽງສະຫວັນ ກ່າວຕໍ່ໄປວ່າ:

"ມີແຕ່ເຮົາ ເຝົ້າຣະວັງກວ່າເກົ່າ ຊື່ໆ ແລະຫນ່ວຍປີ່ນປົວ ເຄື່ອນທີ່ເພິ່ນກໍລົງ ຕ້ານ ຖ້າວ່າມີການ ຣາຍງານ ຈໍານວນຄົນເຈັບຫລາຍ ແລະໃນບ້ານນຶ່ງ ຖ້າມີ 2-3 ຄົນ ເຮົາກໍຈະມີໜ່ວຍ ຂອງເມືອງລົງ ສອບສວນ ຖ້າວ່າມີຄົນ ເຈັບ".

ເພື່ອແກ້ໄຂບັນຫາ ຢາປົວພຍາດ ອຸປກອນການແພດ ໂດຍໃຫ້ພຽງພໍ ແລະ ການມີເຈົ້າໜ້າທີ່ ໃນຈໍານວນທີ່ ເພີ່ມຂຶ້ນ ເພື່ອໃຫ້ການຊ່ວຍເຫລືອ ແກ່ປະຊາຊົນ ກໍຈະຊ່ວຍໄດ້ຫລາຍ ເພາະການຂາດເຂີນ ຫລືຄວາມບໍ່ພຽງພໍ ເຮັດໃຫ້ບໍ່ສາມາດ ເຂົ້າໄປສະກັດກັ້ນ ແລະຫລຸດຜ່ອນ ການຣະບາດຂອງ ພຍາດດັ່ງກ່າວໄດ້  ແລະກໍຄາດວ່າ ໃນຊ່ວງຣະດູຝົນ ປີນີ້ ຄົນເປັນໄຂ້ ເລືອດອອກ ໃນແຂວງຈໍາປາສັກ ຈະມີຫລາຍ ເພີ່ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.