ໄຂ້ເລືອດອອກ ກໍາລັງແພ່ຜາຍ

ພຍາດໄຂ້ເລືອດອອກ ແພ່ຜາຍຂຍາຍໂຕ ຈໍານວນຜູ້ປ່ວຍ ປີນີ້ ມີຮອດ 3 ພັນກວ່າຄົນ ແລ້ວ ຫລາຍກວ່າປີກາຍ ໃນຊ່ວງດຽວກັນ.
ມະນີຈັນ
2010.06.29

ພຍາດໄຂ້ເລືອດອອກ ຣະບາດໜັກ ໃນລາວ ເຮັດໃຫ້ຜູ້ປ່ວຍ ໃນເຂດແຂວງຕ່າງໆ ທົ່ວປະເທດ ໃນປີນີ້ມີ 3 ພັນກວ່າຄົນແລ້ວ ໂດຍເສັຽຊີວິດໄປ 10 ກວ່າຄົນ.  ນະຄອນຫລວງ ວຽງຈັນ ຖືເປັນເຂດທີ່ມີ ຄົນເປັນ ໄຂ້ເລືອດອອກ ຫລາຍກວ່າແຂວງ ອື່ນໃດຄືເຖິງ 600 ຄົນ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຜແນກ ໄຂ້ຍຸງ ກະຊວງ ສາທາຣະນະສຸຂ ໃນນະຄອນຫລວງ ວຽງຈັນ:

"ຕົວເລກນີ້ຮອດ ອາທິດ 2 ເດີ ອາທິດ 25 ນີ້ 3469 ຕາຍ 14 ຄົນແລ້ວເດີ ນີ້ມັນ ຕົວເລກລວມເດີ ແບ່ງເປັນ ແຕ່ລະແຂວງນີ້ ກໍນະຄອນຫລວງ ວຽງຈັນ 667 ສວັນນະເຂດນີ້ ອາທິດ 25 ນີ້ 402 ຄົນ ແຂວງວຽງຈັນ 531".

ຕົວເລກໃນແຂວງອື່ນໆ ຫລວງພຣະບາງ ມີ 42 ຄົນ ຄໍາມ່ວນ 329 ຄົນ ຈໍາປາສັກ 472 ຄົນ ບໍລິຄໍາໄຊ 396 ຄົນ ໄຊຍະບູລີ 26 ເຊກອງ 68 ແລະແຂວງ ສາຣະວັນ ມີ 465 ຄົນ. ຜູ້ປ່ວຍເປັນ ໄຂ້ເລືອດອອກ ໃນລາວປີນີ້ ເລີ່ມມີຈໍານວນ ເພີ່ມຂຶ້ນ ແຕ່ຊ່ວງເດືອນ ເມສາມາ.

ທ່ານກ່າວຕໍ່ ໄປວ່າ ຄົນເປັນ ໄຂ້ເລືອດອອກ ໃນປີນີ້ ເພີ່ມຂຶ້ນກວ່າປີ ທີ່ຜ່ານມາ ໃນຊ່ວງດຽວກັນ ຊຶ່ງໃນປີ 2009 ມີຜູ້ປ່ວຍທັງໝົດ 7810 ຄົນ ສ່ວນສາເຫດນັ້ນ ທ່ານຄາດວ່າ ໜ້າຈະມາຈາກ ການດູແລ ປ້ອງກັນ ແຫ່ລງເພາະພັນ ການເກີດຍຸງລາຍ ທີ່ຍັງບໍ່ດີພໍ ຂອງ ແຕ່ລະຊຸມຊົນ.

ສ່ວນມາຕການ ສະກັດກັ້ນ-ແກ້ໄຂນັ້ນ ທ່ານບອກວ່າ ແຕ່ລະແຂວງ ຕ້ອງລົງໂຄສະນາ ສຸຂສຶກສາ ໃຫ້ແຕ່ລະຊຸມຊົນ ມີການ ຣະມັດຣະວັງ ແລະທໍາລາຍແຫລ່ງ ເພາະພັນພາຍໃນບ້ານ ແລະຊຸມຊົນ. ຖ້າທ່ານໃດມີ ອາການສົງໃສ ວ່າຈະເປັນໄຂ້ເລືອດ ອອກນັ້ນ ໃຫ້ຮີບນໍາສົ່ງ ໂຮງໝໍ ເນື່ອງຈ່າກຜູ້ປ່ວຍ ທີ່ເສັຽຊີວິດ ສ່ວນໃຫຍ່ ມັກຈະໄປຫາໝໍ ເມື່ອອາການໜັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.