ໂຣຄເຕົ້າໂຮມເລືອດ ຣະບາດໃນພາກເໜືອ
2010.03.18
ເຈົ້າຫນ້າທີ່ຜແນກ ສັດລ້ຽງແລະການປາມົງ ແຂວງຫົວພັນ ເປີດເຜີຍວ່າ ໂຣຄເຕົ້າໂຮມ ເລືອດທີ່ເກີດຂື້ນ ກັບສັດລ້ຽງ ໄດ້ກັບຄືນມາ ຣະບາດອີກໃຫມ່ ໃນແຂວງຫົວພັນ ທີ່ຜ່ານມາ ມີງົວ ຄວາຍ ຈຳນວນນື່ງ ລົ້ມຕາຍລົງ ແລະໃນປັດຈຸບັນ ທາງການກໍ່ເລັ່ງ ສັ່ງເຈົ້າຫນ້າທີ່ ລົງໄປກວດກາ ແລະສັກຢາ ແກ່ສັດລ້ຽງ ເພື່ອປ້ອງກັນພຍາດ ດ່ັງກ່າວ ໃຫ້ແກ່ ປະຊາຊົນ ແລະ ກໍ່ເພື່ອຄວບຄຸມ ສະຖານະການ ບໍ່ໃຫ້ໂຣຄດັ່ງກ່າວ ແຜ່ອອກໄປຫລາຍ ກວ່ານີ້. ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ຢູ່ຣະຫວ່າງຕົ້ນເດືອນ ມີນາ ພຍາດເຕົ້າໂຮມເລືອດ ໄດ້ແພ່ຣະບາດ ກັບສັດລ້ຽງ ຂອງປະຊາຊົນ ບ້ານນາແລ ເຮັດໃຫ້ງົວ ແລະຄວາຍຕາຍ 27 ໂຕໃນນັ້ນ ມີຄວາຍ 25 ໂຕແລະງົວ 2 ໂຕ".
ທ່ານກ່າວ ຕໍ່ໄປວ່າ ໃນຣະຍະ ທີ່ຜ່ານມາ ໂຣຄເຕົ້າໂຮມເລືອດ ເປັນໂຣຄທີ່ເຮັດ ໃຫ້ງົວຄວາຍ ຂອງຊາວບ້ານ ທີ່ແຂວງຫົວພັນ ລົ້ມຕາຍລົງຢ່າງ ຫລວງຫລາຍ ສ່ວນໃຫຍ່ ໂຣຄດັ່ງ ກ່າວຈະຣະບາດ ໃນຊ່ວງຣະດູຝົນ ແລະໃນປີ 2009 ນັບແຕ່ກາງເດືອນ ກໍຣະກະດາ ກໍ່ເຄີຍມີ ການຣະບາດ ຂອງໂຣຄດັ່ງກ່າວ ເກີດຂື້ນ ເຮັດໃຫ້ງົວຄວາຍ ຊາວບ້ານໃນເມືອງ ວຽງທອງ ຊຳເຫນືອ ສົບເບົາ ແລະເມືອງແອດ ລົ້ມຕາຍລົງ ບໍ່ຕ່ຳກວ່າ 300 ໂຕ.
ປັດຈຸບັນ ປາກົດວ່າ ການຣະບາດຂອງໂຣຄ ດັ່ງກ່າວ ກໍ່ເກີດຂື້ນອີກໃຫມ່ ຢູ່ບ້ານນາແລ ເມືອງວຽງທອງ ແລະພາກສ່ວນ ທີ່ກ່ຽວຂ້ອງ ກໍ່ພວມສົ່ງ ເຈົ້າຫນ້າທີ່ເຂົ້າໄປ ຄວບຄຸມສະຖານະການ ຢ່າງໃກ້ຊິດ ເພື່ອຕິດຕາມ ກວດກາສັດລ້ຽງ ໃນຂົງເຂດ ດ້ວຍການສັກຢາ Pen-strep ໃຫ້ແກ່ສັດລ້ຽງ ຊື່ງເປັນຢາປ້ອງ ກັນທີ່ໃຊ້ໄດ້ ຜົລດີ ໃນຣະຍະທີ່ ຜ່ານມາ ໂດຍສະເພາະກັບສັດ ທີ່ເລີ້ມປ່ວຍ. ໂຣຄດັ່ງກ່າວ ຈະແພ່ລາມຜ່ານ ທໍ່ອາຫານແລະນ້ຳ ຫລືຜ່ານສີ່ງຂັບທ່າຍ ເຊັ່ນ ຂີ້ມູກ ນ້ຳລາຍ ຫລື ອຸຈາຣະ.









