ໂຄງການຊ່ວຍເຫຼືອ ອອກລູກບໍ່ເສັຽເງິນ ທີ່ສວັນນະເຂດ
2010.04.27
ໂຄງການອອກລູກ ໂດຍບໍ່ເສັຽຄ່າ ໃຊ້ຈ່າຍ ໃຫ້ແມ່ຍິງ ໃນເຂດເມືອງນອງ ແລະ ເມືອງທ່າປາງທອງ ແຂວງສວັນນະເຂດ ດໍາເນີນໄປໂດຍ ໄດ້ຮັບ ຜົລສໍາເຣັດ ເປັນຢ່າງດີ. ມີແມ່ຍິງມາ ອອກລູກນໍາ ເພີ່ມຂຶ້ນ 12 ສ່ວນຮ້ອຍ. -ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການ ສາທາຣະນະສຸຂ ແຂວງສວັນນະເຂດ:
"ເລີ່ມແຕ່ເດືອນ 11 ປີ 2009 ມາເຖິງເດືອນ 3 ນີ້ ມີບົດສະລຸບ ມາຮອດເດືອນ 3 ຖືວ່າໄດ້ຮັບ ຜົລດີເນາະ ເພາະວ່າແຕ່ລະບ່ອນ ມີການມາເກີດລູກ ເພີ່ມຂຶ້ນ ເຮົາຕັ້ງເປົ້າໝາຍ ສະເລັ່ຽເພີ່ມຂຶ້ນ 8 ເປີເຊັນ ດຽວນີ້ເຮົາໄດ້ ປະມານ ເພີ່ມຂຶ້ນ 12 ເປີເຊັນແລ້ວ ບໍ່ທັນ ໝົດປີເທື່ອນະ".
ກ່ອນໜ້າ ຈະມີໂຄງການ ໃນເຂດເມືອງນອງ ແລະເມືອງທ່າປາງທອງ ມີແມ່ຍິງມາອອກລູກ ຢູ່ໂຮງໝໍແລະ ສຸຂສາລາ ພຽງ 1 ຫາ 2 ເປີເຊັນ ຂອງຈໍານວນແມ່ຍິງ ທີ່ມີຄວາມຕ້ອງການ ມາອອກລູກຕາມ ທີ່ໄດ້ ຄາດການໄວ້ ໃນແຕ່ລະປີ. ແຕ່ຫລັງຈາກມີ ໂຄງການ ກໍພົບວ່າ ຕົວເລກຢ່າງເປັນ ທາງການ ຮອດເດືອນກຸມພາ ມີແມ່ຍິງມາ ອອກລູກ ໃນເມືອງນອງ 79 ຄົນ ແລະເມືອງທ່າປາງທອງ 88 ຄົນ ຖືເປັນ 10 ເປີເຊັນແລ້ວ ຈາກຈໍານວນແມ່ຍິງ ທີ່ມາອອກລູກ ຕາມຄາດການ 771 ຄົນ ແລະ 885 ຄົນ ໝົດທັງປີ.
ທ່ານເວົ້າຕໍ່ໄປວ່າ ໂຄງການນີ້ ເປັນໂຄງການທົດລອງ ທີ່ທະນາຄານໂລກ ໃຫ້ການຊ່ວຍເຫລືອ ຢູ່ໃນ 2 ເມືອງ ໃນແຂວງ ສວັນນະເຂດ ຈົນຮອດທ້າຍປີ 2010 ນີ້. ຖ້າປະສົບຜົລ ສໍາເຣັດ ກໍອາຈຈະປະຕິບັດ ໃນແຂວງອື່ນໆ ຫລືເມືອງອື່ນໆ ຕໍ່ໄປ:
"ຖ້າວ່າຢູ່ໃນ 2 ເມືອງ ປະເມີນ ຜົລສໍາເຣັດເນາະ ຈະເຮັດໂຄງການ ໃຫຍ່ເນາະ ໂຄງການໃຫຍ່ ອາຈສິມີຫລາຍແຂວງ ອາຈຈະມີ 8 ແຂວງ 9 ແຂວງ ເພິ່ນສິຂຽນ ຂຽນໂຄງການໃໝ່ອີກ ແຕ່ວ່າອັນນີ້ ເປັນທົດລອງຊື່ໆ".
ທ່ານຄິດວ່າ ໂຄງການນີ້ ໜ້າຈະຊ່ວຍ ຫລຸດຜ່ອນ ອັດຕຣາການເສັຽ ຊີວິດຂອງ ແມ່ແລະເດັກ ຍ້ອນການອອກລູກ ດ້ວຍຕົນເອງ. ຕາມສະຖິຕິ ຂໍ້ມູນ ແຂວງສວັນນະເຂດ ເມື່ອວັນທີ 1 ເດືອນ 10 ປີ 2009 ພົບວ່າ ໃນແຂວງສວັນນະເຂດ ມີອັດຕຣາການ ເສັຽຊີວິດຂອງ ແມ່ຍິງ ຈາກການອອກລູກ ຄິດເປັນ 355 ຄົນຈາກ 1 ແສນຄົນ.









