ກັມມະກອນແຂວງຈໍາປາສັກ ຕິດເຊື້ອ HIV/AIDS
2010.03.26
ກັມມະກອນຍ້າຍຖີ່ນ ຍັງເປັນກຸ່ມທີ່ສ່ຽງ ຕິດເຊື້ອ HIV/AIDS ໃນແຂວງຈໍາປາສັກ ຫລາຍກ່ວາກຸ່ມ ຄົນອື່ນໃດໆ ໃນປີ 2010 ນີ້ ຍ້ອນການຍ້າຍຖີ່ນ ຕາມວຽກງານ ຂາດການສຶກສາ ແລະ ບໍ່ມີຄວາມເຂົ້າໃຈ ເຣື້ອງເພດສັມພັນ ແບບຖືກຫລັກ ຈຶ່ງເຮັດໃຫ້ເຂົາເຈົ້າ ຕິດເຊື້ອ HIV/AIDS ໄດ້ງ່າຍ ແລະ ແຜ່ລາມໄປສູ່ຜູ້ອື່ນ ໂດຍບໍ່ຕັ້ງໃຈ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການ ສາທາຣະນະສຸຂ ແຂວງຈໍາປາສັກ:
"ຖືວ່າ ກຸ່ມຜູ້ຕິດເຊື້ອ ເຮົານີ້ ເພີ່ມຂຶ້ນເນາະ ດຽວນີ້ຄັນສິເວົ້າ ກໍສ່ຽງໄປໝົດ ເພາະກັມມະກອນ ເຮົານີ້ 4 ຕົວເມືອງທີ່ຕິດ ຈອດຊາຍແດນໄທ ແລະກໍສິມີສ່ວນນຶ່ງ ຕິດຈອດ ກັບ ກັມພູຊາ ນອກຈາກເມືອງຊາຍແດນ ເຮົາກໍມີ ກັມມະກອນ ທີ່ໂຍກຍ້າຍອີກດ້ວຍ".
ອົງການແພດ ບໍ່ມີພົມແດນ ເຂດເອເຊັຽ ປາຊີຟິກ ຣາຍງານວ່າ ຢູ່ລາວ ໂດຍສະເພາະຢູ່ ແຂວງຈໍາປາສັກ ຜູ້ຕິດເຊື້ອ ອາຈມີຈໍານວນ ເພີ່ມຂຶ້ນເຖິງ 600 ຫາ 2000 ຄົນ ໃນລະຍະ 5 ປີຂ້າງໜ້ານີ້ ໂດຍສະເພາະໃນກຸ່ມ ຄົນງານເຄື່ອນຍ້າຍ ທັງຄົນລາວ ແລະຄົນວຽດນາມ ທີ່ເຂົ້າມາເຮັດວຽກ ເປັນກັມມະກອນ ໃນລາວ. ນອກຈາກນັ້ນ ຜູ້ເປັນເມັຽ ຂອງພວກເຂົາເຈົ້າ ທີ່ຢູ່ເຮືອນ ຄອງຖ້າຜົວ ກັບມານັ້ນ ກໍເປັນກຸ່ມທີ່ສ່ຽງ ເພາະບໍ່ມີຄວາມຮູ້ ເຣື້ອງໂຣກຕິດຕໍ່ ທາງເພດ.
ຕາມຂໍ້ມູນ ຈາກການສໍາຣວດ ຂອງສູນກອງເລຂາ ຕ້ານເອັດສ ແຂວງຈໍາປາສັກ ກໍວ່າ ໃນຈໍານວນ ຜູ້ຕິດເຊື້ອ HIV/AIDS ໃນແຂວງຈໍາປາສັກ 80 ສ່ວນຮ້ອຍ ເປັນຄົນງານທີ່ເຄີຍ ໄປເຮັດວຽກຢູ່ໄທ ເປັນຕົ້ນຢູ່ບາງກອກ ແລະຣະຍອງ. ສ່ວນຄົນງານຊາວ ວຽດນາມ ທີ່ຕິດເຊື້ອເອດສ ແລ້ວນໍາໄປແຜ່ລາມ ໃສ່ຊາວລາວ ຄົນອື່ນໆ ກໍເປັນຄົນງານ ທີ່ເຂົ້າມາເຮັດວຽກ ກະສິກັມໃນ ພື້ນທີ່ ທີ່ວຽດນາມ ໄດ້ຮັບ ສັມປະທານ ໃນລາວ.









