ກອງປະຊຸມ ອາຊຽນ ວ່າດ້ວຍ ໄຂ້ຫວັດ AH1N1
2009.05.07
ກອງປະຊຸມ ຣັຖມົນຕຣີ ສາທາຣະນະສຸກ ອາຊຽນ
ກອງປະຊຸມດັ່ງກ່າວ ມີກຳໜົດ ສືບຕໍ່ໄປຮອດ ວັນທີ່ 8 ພຶສພານີ້ ເພື່ອພິຈາຣະນາ ຫາວິທີທາງກຳຈັດ ແລະ ປ້ອງກັນ ເຊື້ອໂຣຄໄຂ້ຫວັດໃຫຍ່ ສາຍພັນໃໝ່ ຊນິດ AH1N1 ທີ່ໄດ້ເຣີ່ມຣະບາດຂື້ ນໃນເມ໊ຄຊີໂກ ແລະ ແພ່ຣະບາດໄປ ໃນບໍ່ຕໍ່າກວ່າ 20 ປະເທສທົ່ວໂລກແລ້ວ ໃນປັຈຈຸບັນນີ້.
ກ່ຽວກັບ ກາຣຕຣຽມພ້ອມຕ່າງໆ ດຣ. ພຣາຕ ບຸນຍະວົງສິຣຸຕ ເລຂາທິກາຣ ສາທາຣະນະສຸຂ ອາຊ໊ຽນ ໄດ້ກ່າວ ຄາວເປີດກອງປະຊຸມ ມື້ວັນພະຫັດນີ້ວ່າ:
“ສະມາຊິກ ປະເທສ ອາຊ໊ຽນ ບວກ 3 ຮ່ວມກັບ ສປຈີນ ເກົາຫລີໃຕ້ ແລະ ຍີ່ປຸ່ນ ພ້ອມດ້ວຍ ສະມາຊິກຮ່ວມງານ ອື່ນໆ ມີຄວາມ ພ້ອມໃນກາຣຕ້ານ ກາຣແພ່ຣະບາດ ຂອງເຊື້ອໂຣຄ ພ້ອມກັບ ດ້ານກາຣຜລິຕ ຢາວັກຊີນ ກໍມີພຽງພໍ ກັບຄວາມຕ້ອງກາຣ ພ້ອມກັບຍັງມີແຜນ ເພື່ອດຳເນີນ ການຝຶກຊ້ອມ ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອໃຫ້ສາມາດ ໃຫ້ຄວາມຊ່ວຍເຫລືອ ຜູ້ຄົນປ່ວຍ ທີ່ອາຈຈະມີຂື້ນ ຈາກກາຣແພ່ ຂອງເຊື້ອໂຣຄດັ່ງກ່າວນີ້”
ໃນຂະນະດຽວກັນນີ້ Dr. Keiji Fukuda ຮອງຜູ້ອຳນວຍກາຣ ແລະ ເລຂາທິກາຣ ດ້ານສາທາຣະນະສຸຂ ຄວາມໝັ້ນຄົງ ແລະ ສະພາບແວດລ້ອມ ຂອງອົງກາຣອະນາມັຍໂລກ ກໍກ່າວ ໃຫ້ທັສນະວ່າ:
“ເທົ່າທີ່ພົບເຫັນ ພວກທີ່ ມີອາກາຣເປັນໄຂ້ຫວັດນັ້ນ ສ່ວນຫລາຍ ແມ່ນເກີດຂື້ນ ໃນກຸ່ມ ທີ່ມີກາຣເດີນທາງໄປ-ມາ ແລະ ພວກທີ່ ໄດ້ຢູ່ໃກ້ຊິດ ຫລື ສັມຜັສ ກັບຜູ້ຄົນ ທີ່ເດີນທາງ ກັບຈາກປະເທສ ທີ່ມີກາຣແພ່ຣະບາດ ຂອງເຊື້ອໂຣຄ ເທົ່ານັ້ນ”
ເຖີງຢ່າງໃດກໍຕາມ ທາງກອງປະຊຸມ ຍັງຈະປະກາດ ໃຫ້ມີກາຣເຝົ້າຣະວັງ ຕໍ່ໄປຢ່າງເຂັ້ມງວດ ໂດຽສະເພາະ ຕາມດ່ານສນາມບິນ ແລະ ດ່ານເຂຕຊາຍແດນ ພ້ອມກັບ ໃຫ້ມີກາຣຮ່ວມມື ເພື່ອແລກປ່ຽນ ຂໍ້ມູລກ່ຽວພັນ ກັບກາຣແພ່ຣະບາດ ຂອງເຊື້ອໂຣຄ ສາຍພັນໃໝ່ ດັ່ງກ່າວນີ້.









