ວັນນະໂຣຄ ສ້າງຜົລ ກະທົບ ຕໍ່ ເສຖກິຈ ສັງຄົມລາວ
2009.03.02
ກາຣມີຜູ້ຄົນ ປ່ວຍຍ້ອນຕິດເຊື້ອ ວັນນະໂຣຄ ຫລາຍນັ້ນ ຖືເປັນກາຣ ສ້າງບັນຫາ ໃນດ້ານ ສາທາຣະນະສຸຂ ປະຊາກອນໂລກ ທີ່ທາງ ໜ່ວຍງານກ່ຽວຂ້ອງ ຕ້ອງໄດ້ເອົາໃຈໃສ່ ໃຫ້ຄວາມ ຊ່ວຍເຫລືອຢ່າງ ແທ້ຈີງເພາະຈະເປັນ ກາຣສ້າງຜົລກະທົບ ໂດຽກົງຕໍ່ທາງ ສັງຄົມ ດັ່ງເຈົ້າໜ້າທີ່ ຜູ້ຊ່ຽວຊານດ້ານ ວັນນະໂຣຄ ປະຈຳແຂວງ ຄຳມ່ວນໄດ້ແຈ້ງວ່າ:
ຖ້າເປັນ ວັນນະໂຣຄ ຫລາຍມັນກໍສິມີ ຜົລກະທົບ ເພາະວ່າຈະມີ ກາຣເສັຽເງີນຫລາຍ ທາງທຶນໃນກາຣ ເຄື່ອນໄຫວ ກິຈກັມຕ່າງໆ ເພາະວ່າ ປະເທສລາວ ກໍເປັນ ປະເທສທີ່ທຸກຂ໌ຈົນ ທີ່ພ້ອມທີ່ຈະ ສ້າງສາ. ທ່ານໄດ້ແຈ້ງເພີ່ມວ່າ:
ທຸກມື້ນີ້ຈະໄດ້ ທຶນກາຣ ຊ່ວຍເຫລືອຈາກທາງ Global Fund ສຳຫລັບ ຜູ້ປ່ວຍທີ່ຕິດ ເຊື້ອວັນນະໂຣຄ ແຕ່ວ່າ ຄ່າໃຊ້ຈ່າຍ ໃນກາຣຮັກສາ ກໍຍີ່ງຈະເພີ່ມຂື້ນ ຍ້ອນເປັນຄ່າກາຣໃຊ້ ຈ່າຍສຳຫລັບ ເຈົ້າໜ້າທີ່ໃຫ້ ຄວາມເບີ່ງແຍງ ແທນທີ່ ຈະນຳເອົາໄປ ໃຊ້ຈ່າຍໃນ ກາຣພັທນາ ສັງຄົມອື່ນໆ. ພ້ອມດຽວກັນ ນີ້ທ່ານກໍວ່າ ພວກທີ່ຕິດເຊື້ອ ວັນນະໂຣຄ ດັ່ງກ່າວ ສ່ວນຫລາຍ ຈະຢູ່ໃນເຂຕ ທີ່ຫ່າງໄກຊອກ ຫລີກທີ່ຂາດຄວາມຮູ້ໃ ນດ້ານກາຣ ປ້ອງກັນຕົວເອງ ດັ່ງທີ່ທ່ານໄດ້ ກ່າວເພີ່ມວ່າ:
ຜູ້ປ່ວຍ ວັນນະໂຣຄ ສ່ວນໃຫຍ່ ຈະມີອາຍຸໃນວັຍ ກາຣຜລິຕ ວັຍທຳງານ ວັຍເຈຣີນພັນ ຢູ່ໃນວັຍອາຍຸ 25–54 ປີ ຢູ່ໃນກຸ່ມນີ້ ສ່ວນຫລາຍ ໃນເດັກບໍບໍ່ ຄ່ອຍເຫັນ ແລະໃນກຸ່ມຜູ້ເຖົ້າ ກໍມີນ້ອຍ ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ເນັ້ນວ່າ:
ຕາມຜົລກາຣ ສຳຣວຈ ຂອງປີກ່ອນນັ້ນ ມີກາຣຢືນຢັນວ່າ: ພົບເຫັນ ມີຜູ້ຕິດເຊື້ອ ວັນນະໂຣຄ ໃນບໍ່ຕໍ່າກວ່າ 80 ກໍຣະນີຊື່ງ ຖືເປັນອັຕຣາສັດ ສ່ວນທີ່ສູງເກີນ 70 ຕໍ່ປະຊາກອນ 100,000 ຄົນຕາມທີ່ທາງ ອົງກາຣ ອະນາມັຍໂລກ ໄດ້ຄາດຄະເນ ໄວ້ນັ້ນ.









