ລາວກຳລັງ ສກັດກັ້ນ ເຊື້ອໂຣຄ ໄຂ້ຫວັດນົກ ຢູ່ແຂວງ ຜົ້ງສາລີ
2009.02.17
ໃນທ້າຍສັປດາຜ່ານມານີ້ ທາງກາຣແຂວງຜົ້ງສາລີ ພົບເຫັນມີເຊື້ອໂຣຄ ໄຂ້ຫວັດນົກສາຍພັນ H5N1 ຣະບາດຂື້ນໃນເຂຕເມືອງຊວາ ຈື່ງເຮັດໃຫ້ທາງກ່ຽວຂ້ອງ ພາຍໃນແຂວງໄດ້ຂຸ້ນຂ້ຽວ ລົງຄວບຄຸມເພື່ອສກັດກັ້ນ ບໍ່ໃຫ້ແພ່ຣະບາດ ຂຍາຍອອກໄປໃນເຂຕ ອື່ນດັ່ງທີ່ທ່ານ ທອງສວັນ ທັມມະວົງ ຫົວໜ້າແຜນກກະສິກັມ ແລະປ່າໄມ້ປະຈຳ ແຂວງໄດ້ກ່າວວ່າ:
“ເກີດຢູ່ເມືອງຊວາ ເກີດໃນຄົວເຮືອນຂອງ ຊາວບ້ານອັນນີ້ກໍ ບໍ່ຮູ້ວ່າສາເຫຕ ມາຈາກໃສກໍຢ້ານ ວ່າມາຈາກແລວນ້ຳກວ່າ ດຽວນີ້ຢູ່ໃນຂອບເຂຕ 5 ກິໂລແມຕມົນທົນ ຖືວ່າເປັນເຂຕສີແດງ ນອກນັ້ນກໍເປັນເຂຕ ສີເຫລືອງຖືວ່າໄດ້ ກຳຈັດສັຕປີກ ໝົດແລ້ວປະມານ 3,000 ກວ່າໂຕ”
ທ່ານ ທອງສວັນ ໄດ້ແຈ້ງເພີ່ມວ່າ: ກາຣຣະບາດຂອງເຊື້ອໂຣຄ ໄຂ້ຫວັດນົກເທື່ອນີ້ ຖືເປັນເທື່ອທຳອິດ ຊື່ງເກີດຂື້ນຢູ່ໃນ ເຂຕບ້ານໂພໄຊເໜືອ ໂພໄຊໃຕ້ແລະບ້ານ ເມືອງຂວາໃນເຂຕເມືອງຂວາ ຊື່ງມີຊາວບ້ານໄດ້ພົບເຫັນ ມີເປັດແລະໄກ່ຂອງ ເຂົາເຈົ້າຕາຍໂດຽບໍ່ຮູ້ ສາເຫຕຈຳນວນໜື່ງ ຊື່ງທາງກາຣກ່ຽວຂ້ອງ ກໍໄດ້ນຳເອົາໄປກວດ ແລະພົບວ່າມີເຊື້ອໂຣຄ ໄຂ້ຫວັດນົກສາຍພັນ H5N1 ຢູ່ນຳເລືອດຕົວຢ່າງແທ້ ຈື່ງປະກາດແຈ້ງໃນ ມື້ວັນສຸກທີ່ 13 ກຸມພານີ້ຢ່າງ ເປັນທາງກາຣ.
ໃນຂະນະດຽວກັນ ທາງກາຣທ້ອງຖີ່ນ ກໍໄດ້ສັ່ງໃຫ້ນຳ ເອົາຈຳພວກເປັດໄກ່ ທີ່ມີກາຣສົງສັຍນັ້ນ ໄປທຳລາຍທັງໝົດ 3,000ກວ່າໂຕ ພ້ອມກັບໄດ້ປະກາສ ເຂຕບ້ານເປັນສີແດງ ທັງໝົດ10ໝູ່ບ້ານ ດ້ວຍກັນແລະອີກ6 ບ້ານເປັນເຂຕສີເຫລືອງ ຕລອດຮອດກາຣຫ້າມ ບໍ່ໃຫ້ມີກາຣເຄື່ອນຍ້າຍ ຈຳພວກສັຕປີກອອກຈາກ ເຂຕໜື່ງໄປຫາເຂຕໜື່ງ ແຕ່ປະກາຣໃດເພື່ອ ເປັນກາຣປ້ອງກັນ.
ນອກຈາກນັ້ນຍັງມີ ກາຣປະກາສເພື່ອໃຫ້ ເຝົ້າຣະວັງຕາມເຂຕ ອ້ອມແອ້ມອື່ນໆນຳອີກ ແລະໃຫ້ຣາຍງານຕໍ່ ທາງກາຣກ່ຽວຂ້ອງ ໃນເມື່ອໃດຫາກເຫັນ ມີເປັດໄກ່ຈຸກເຫງົາ ໃນລັກສະນະເປັນ ໄຂ້ຫວັດນົກນັ້ນ!!









