ລາວ ຢືນຢັນ ທີ່ກອງປະຊຸມ ບໍ່ມີ AH1N1 ຣະບາດ
2009.05.07
ຢາຕ້ານເຊື້ອໄຂ້ຫວັດໃຫຍ່ ສາຍພັນ AH1N1
ໃນຣະຫວ່າງ ກາຣເຂົ້າຮ່ວມປະຊຸມ ຣັຖມົນຕຣີ ສາທາຣະນະສຸຂ ອາຊ໊ຽນ+(ບວກ) 3 ເພື່ອສກັດກັ້ນ ໄຂ້ຫວັດໝູ ທີ່ບາງກອກ ໃນມື້ວັນທີ່ 7 ພືສພາ ນີ້ນັ້ນ ດຣ. ບຸນຫລາຍ ພົມມະສັກ ຫົວໜ້າ ຫ້ອງກາຣປະສານງານຕ້ານ ແລະ ຄວບຄຸມ ພຍາທຕິດຕໍ່ ກະຊວງສາທາຣະນະສຸຂ ສປປລາວ ໄດ້ກ່າວ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ວ່າ ຍັງບໍ່ພົບເຫັນມີຜູ້ຕິດເຊື້ອໂຣຄ ແຕ່ຢ່າງໃດ ແຕ່ກໍມີ ກາຣເຝົ້າຣະວັງ ຢ່າງໃກ້ຊິດ ໂດຽສະເພາະ ທີ່ສນາມບິນວັດໄຕ ຊື່ງເປັນຈຸດເຣີ່ມຕົ້ນ ຂອງຊ່ອງທາງເຂົ້າ/ອອກ ຣະຫວ່າງປະເທສ ເຮັດໃຫ້ເປັນຈຸດ ທີ່ສ່ຽງຫລາຍ ສະນັ້ນ ຈື່ງຈະມີກາຣກວດ ຕາມຜູ້ໂດຽສາຣ ຫລາຍເພີ່ມຂື້ນ ດັ່ງທີ່ ທ່ານໄດ້ໃຫ້ກາຣອະທິບາຍ ວ່າ:
“ອັນໜື່ງແລ້ວ ແມ່ນຕື່ມແບບ form ຈາກນັ້ນແລ້ວ ກໍ inform ເຂົາເຈົ້າ ເວລາເຂົາເຈົ້າ ພັກຢູ່ (ໃສ) ທີ່ໄໜ່ ຖ້າມີອາກາຣ ສົງສັຍ ມີໄຂ້ ມີໄອ ແໜ້ນໜ້າເອິກ ຂີ້ມູກໄຫລເໝືອນໄຂ້ ດັ່ງຫວັດກໍ ເຮົາກໍບອກສະຖານທີ່ ຫລື ເບີໂທຣະສັພ ໃຫ້ເຂົາຮູ້ ແລ້ວກໍ contact ແລ້ວກໍພວກເຮົາ ກໍມີແພທໝໍ ກຽມເນາະ ແລະ ກໍມີ hot line #166 ດ້ວຍ”
ນອກຈາກ ກາຣເຝົ້າຣະວັງ ແລ້ວນັ້ນ ທາງກາຣ ສປປລາວ ຍັງໄດ້ເຣັ່ງ ດ້ານປະຊາສັມພັນ ໃຫ້ຄວາມຮູ້ແກ່ປະຊາຊົນ ເພື່ອບໍ່ໃຫ້ແຕກຕື່ນ ກັບສະຖານະກາຣ ທີ່ເກີດຂື້ນ ແຕ່ຢ່າງໃດ ເພາະບໍ່ຮ້າຍແຮງ ຢ່າງທີ່ຄິດໄວ້ນັ້ນ ແລະ ໂດຽສະເພາະ ກໍສາມາດ ປ້ອງກັນໄດ້ ຖ້າຫາກຮູ້ຈັກ ວິທີອະນາມັຍ ເຊັ່ນ: ກາຣລ້າງມື ໃຫ້ສະອາດ ຫລື ເອົາຜ້າປິດດັງ ຫາກວ່າ ຕ້ອງໄດ້ເຮັດວຽກງານ ຫລື ສັມຜັສໃກ້ຊິດ ກັບຜູ້ທີ່ ສົງສັຍນັ້ນ. ພ້ອມດຽວກັນນີ້ ທ່ານກໍວ່າ ຍ້ອນທາງກາຣລາວ ໄດ້ຜ່ານກາຣເຝົ້າຣະວັງ ກາຣຣະບາດ ຂອງໄຂ້ຫວັດນົກແລະ ໂຣຄ SARS ມາກ່ອນແລ້ວ ຈື່ງຄາດວ່າ ມີກາຣຕຣຽມພ້ອມ ໃນທົ່ວປະເທສ ດັ່ງທີ່ທ່ານ ໄດ້ກ່າວເພີ່ມອີກວ່າ:
“ເຮົາມີແຜນຕອບໂຕ້ ກາຣຣະບາດໃຫຍ່ ສມັຍ H5N1 ຕອນນີ້ ກໍມາໃຊ້ເລີຽ ເມື່ອກ່ອນໆ ກໍມີຢູ່ແລ້ວ ແຕ່ວ່າ train ເຂົາ ເປັນຕົ້ນວ່າ ໃນກໍຣະນີ AH1N1 ນີ້ ມັນ case division ມັນປ່ຽນເປັນອະໄຣບ້າງ ຢ່າງນັ້ນກໍ train ເຂົາໄປ ທັງໝົດ ພວກເຮົາ ກໍມີຢູ່ປະມານ ປັຈຈຸບັນນີ້ກວ່າ 5,000 ໂດສ໌ເນາະ ຖືວ່າພຽງພໍກັບຄວາມຕ້ອງກາຣ”
ສຳຫລັບ ກາຣເຝົ້າຣະວັງ ຕາມເຂຕຊາຍແດນນັ້ນ ທາງເຈົ້າໜ້າທີ່ລາວ ທ່ານນີ້ ກໍວ່າ ຕາມປົກກະຕິ ກໍຈະມີ ກາຣຝຶກຊ້ອມ ຮ່ວມກັບທາງກາຣກ່ຽວຂ້ອງ ກັບປະເທສເພື່ອນບ້ານ ແລະ ວ່າມີຄະນະ ເປັນໜ່ວຍສຳຫລັບ ໃຫ້ຂໍ້ມູລ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ແຜນຂອງກາຣເຝົ້າຣະວັງ ກາຣແພ່ຣະບາດຂອງເຊື້ອໂຣຄ ຕ່າງໆນັ້ນ.









