ນາຍແພດລາວ ຍັງດ້ອຍໃນໜ້າທີ່

ຮອງສາສດາຈານ ດຣ ສົມອົກ ກິ່ງສະດາ ອະທິການບໍດີ ມະຫາວິທຍາລັຍ ວິທຍາສາດ ການແພດ ສປປລາວ ຍອມຮັບວ່າ ຄຸນນະພາບ ການສຶກສາ ດ້ານການແພດ ຂອງລາວ ຍັງອ່ອນຢູ່.
ສິດນີ
2010.05.21

ນັກຮຽນ ນັກສຶກສາ ໃນດ້ານນີ້ ກໍ່ຄືກັນກັບ ດ້ານອື່ນໆ ພາກັນປະລະ ການສຶກສາ. ສິ່ງເຫລົ່ານີ້ ເກີດມາຈາກບັນຫາ ຢາເສບຕິດ ພັຍສັງຄົມແລະ ການມົວສຸມຫລີ້ນກີນ ຟຸມເຟືອຍ ຊຶ່ງສົ່ງຜົລຕໍ່ ການສຶກສາຮ່ຳຮຽນ ແລະເຮັດໃຫ້ການ ສ້າງແພດຫມໍຂອງ ປະເທດ ບໍ່ໄດ້ມາຕຖານ ມີແພດຈຳນວນນຶ່ງ ຂາດຈັນຍາບັນ ໃນການທຳງານ ເຮັດໃຫ້ ຄຸນນະພາບ ໃນການຮັກສາ ຄົນໄຂ້ ບໍ່ໄດ້ມາຕຖານ.

ດ້ວຍເຫດດັ່ງກ່າວ ຈຶ່ງເຮັດໃຫ້ຄົນລາວ ຜູ້ທີ່ມີເງິນຄຳ ໄປປິ່ນປົວ ທີ່ປະເທດ ເພື່ອນບ້ານດັ່ງໄທ ແລະວຽດນາມ ສ່ວນປະຊາຊົນ ຈາກແຂວງພາກເຫນືອ ກໍນິຍົມກັນ ໄປປີ່ນປົວ ທີ່ຈີນ ເພາະມີຄວາມເຊື່ອ ຫມັ້ນໃນການ ຮັກສາພຍາບານ ທີ່ນັ້ນຫລາຍກວ່າ ແລະຄຸນນະພາບ ຂອງແພດຫມໍ ກໍ່ໄດ້ ມາຕຖາສາກົນ.

ທ່ານ ສົມອົກ ຍັງບອກອີກວ່າ ຄູອາຈານ ຈຳນວນນຶ່ງກໍ່ ເປັນແບບຢ່າງບໍ່ດີ ແລະການສິດສອນ ກໍ່ບໍ່ເຖີງຖອງ ເພາະບໍ່ມີຄວາມ ເລິກເຊິງ ໃນວິຊາແພດ ຂອງຕົນ ຜູ້ທີ່ຮຽນຈົບ ວິຊາແພດ ຣະດັບຕ່າງໆ ໃນລາວ ສາມາດທຳງານ ຢ່າງມີ ປະສິດທິພາບ ຮັບໃຊ້ປະຊາຊົນ ໄດ້ພຽງແຕ່ 50% ເທົ່ານັ້ນ.

ທ່ານ ອະທິການບໍດີ ໄດ້ເນັ້ນເຖິງ ບັນຫາດັ່ງກ່າວ ເປັນບັນຫາ ທາງດ້ານ ສາຣະນະສຸຂ ຂອງຊາດ ທີ່ສຳຄັນແລະ ຮີບດ່ວນ ທີ່ຣັຖບານ ຈະຕ້ອງເອົາໃຈໃສ່ ໃນການ ແກ້ໄຂ ເພື່ອຍົກຣະດັບ ຄຸນນະພາບ ການຮຽນການສອນ ແພດຫມໍໃນລາວ ໃຫ້ມີ ປະສິດທິພາບ ສູງຂຶ້ນ ເທົ່າທຽບກັບ ຣະດັບສາກົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.