ດຣ. ສົມຈິດ ອັກຄະວົງ ກ່າວກ່ຽວກັບເລື່ອງນີ້ວ່າ:
“ເລີ່ມເຫັນ ບັນຫາແລ້ວ ພວກເຮົາ ກໍພະຍາຍາມ ໃຫ້ໂຄສະນາ ວ່າ ຕ້ອງໃຫ້ເບິ່ງພຶ້ນ ວ່າ ທີ່ເວລາ ກິນນົມຜົງ ວ່າ ເປັນຜົງຊນິດໃດ ໄດ້ໃຫ້ຄວາມຮູ້.”
ຂ່າວນອງນັນ ນົມຝຸ່ນຂອງຈີນ ເຈືອປົນສານ melamine ທີ່ສາມາດ ເຮັດໃຫ້ ເປັນນິ້ວ ໝາກໄຂ່ຫລັງ-ໝາກໄຂ່ຫລັງ ບໍ່ເຮັດວຽກ ຍ່ຽວບໍ່ອອກນັ້ນ ເຮັດໃຫ້ ຫລາຍປະເທດ ເຊັ່ນມາເລເຊັຽ ວຽດນາມ ຟິລິບປິນ ຮົງກົງ ຫ້າມການນໍາເຂົ້າ ສີນຄ້າ ນົມຝຸ່ນ ແລະ ສີນຄ້າ ປະເພດ ທີ່ສ່ຽງຕ່າງໆ ຈາກປະເທດຈີນ.
ພ້ອມດຽວກັນ ກໍມີ ການກວດກາ ສິນຄ້າຈີນ ທີ່ນໍາເຂົ້າມາ ແລ້ວນັ້ນ ຕື່ມອີກ. ເວົ້າສະເພາະ ປະເທດລາວ ດຣ. ສົມຈິດ ກ່າວເພີ່ມຕື່ມ ກ່ຽວກັບ ວິທີການຕິດຕາມ ອາການ ຂອງເດັກນ້ອຍວ່າ:
“ມີຣາຍງານ ປະຈໍາປີ ມີກໍຣະນີ ເດັກນ້ອຍ ອາດຈະມີ ອາດຈະສົງໃສ ວ່າ ມີ ແຕ່ທີ່ຜ່ານມາ ບໍ່ມີຣາຍງານ ຈະມີຣາຍງານ ແຕ່ລະ ຣະບົບຫລາຍ ແຕ່ລະຣະບົບ ແຂວງ ຈະຣາຍງານ ມາຕລອດ 24 ຊົ່ວໂມງ ໃນກໍຣະນີ ທີ່ມີອາການ ຕ່າງໆເພີ່ມ.”
ເຖິງແມ່ນວ່າ ລາວ ຍັງບໍ່ມີ ກໍຣະນີ ເດັກລົ້ມປ່ວຍ ຍ້ອນກິນນົມຝຸ່ນ ປົນສານພິດນັ້ນ ເທື່ອກໍຕາມ ແຕ່ທາງການກ່ຽວຂ້ອງ ຂອງລາວ ກໍມີການ ໂຄສະນາ-ໃຫ້ຄວາມຮູ້ ແກ່ປະຊາຊົນ ແລະ ກໍາລັງກຽມ ມາຕການປ້ອງກັນ ເພື່ອໃຫ້ຄວາມຮູ້ ທາງດ້ານ ວິທະຍາສາດ ກ່ຽວກັບ ສານພິດ ເຈືອປົນ ໃນນົມຝຸ່ນນັ້ນ. ແລະ ກໍໄດ້ມີການ ຂໍການຊ່ວຍເຫລືອ ຈາກອົງການ ອະນາໄມໂລກ WHO ກ່ຽວກັບ ການກວດກາ ສານເຈືອປົນໃນນົມ ເພື່ອເປັນການສະກັດກັ້ນ-ຮັບມື ກັບບັນຫາ ດັ່ງກ່າວ.