ໂຣຄເອສ ທີ່ແຂວງຈໍາປາສັກ
2010.04.27
ເຈົ້າໜ້າທີ່ຈາກ ໂຮງໝໍເມືອງປາກເຊ ແຂວງຈຳປາສັກວ່າ ກັມມະກອນ ແຮງງານເຄື່ອນຍ້າຍ ຖິ່ນ ຂອງຊາວລາວ ແລະຈາກປະເທສ ເພື່ອນບ້ານ ທີ່ເດີນທາງໄປມາ ຣະຫວ່າງ ແຂວງຈຳປາສັກ ແລະ ປະເທສໃກ້ຄຽງ ຍັງເປັນແນວສ່ຽງ ຂອງກາຣແພ່ຣະບາດ ຂອງເຊື້ອໂຣຄເອດສ໌ ຕໍ່ສັງຄົມລາວ ທີ່ມີແນວໂນ້ມ ວ່າຈະມີຫລາຍ ເພີ່ມຂຶ້ນ ເລື້ອຽໆ ໂດຽສະເພາະທີ່ ແຂວງຈຳປາສັກ ກຳລັງມີກາຣ ຂຍາຍຕົວທາງ ເສຖກິຈ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງປະຈຳ ໂຮງໝໍເມືອງປາກເຊ ທ່ານໜຶ່ງໄດ້ເວົ້າວ່າ:
“ສະຖານະກາຣ ຂອງຈຳປາສັກ ເຮົາ ມັນກໍ (ມີ) ພວກພັທນາ ແລ້ວ ນັກທ່ອງທ່ຽວ ກໍເຂົ້າມາຫລາຍ ອັນທີ່ 1 ແລະອັນທີ່ 2 ມາ ເຮົາກໍກຳລັງ ມີກາຣກໍ່ສ້າງ ພວກບັນດາ ກັມມະກອນ ກໍເຂົ້າມາ ສູ່ຕົວເມືອງເຮົານ໋ະ ໃນ 4 ຕົວເມືອງທີ່ຕິດ ຈອດຊາຍແດນໄທຽ ແລະ ກໍມີສ່ວນໜຶ່ງ ຕິດຈອດກັບ ກັມພູເຈັຽ (ກັມພູຊາ) ເຮົາກໍເອົາແຕ່ ເຂຕລຽບ ຕາມຊາຍແດນ”.
ເຈົ້າໜ້າທີ່ລາວ ຜູ້ນີ້ ໃຫ້ຄຳເຫັນເພີ່ມວ່າ ແຂວງຈຳປາສັກ ຍັງເປັນແຂວງ ທີ່ມີຜູ້ປ່ວຍໂຣຄ ເອດສ໌ ອາສັຍຢູ່ຢ່າງ ຫຼວງຫຼາຍ ທັ້ງແບບເປີດເຜີຽ ແລະແບບປິດລັບ ແລະ ຜູ້ທີ່ເປັນໂຣຄ ເອດສ໌ ສ່ວນຫລາຍກໍຈະເປັນ ພວກກັມມະກອນ ກໍ່ສ້າງ ທີ່ເດີນທາງໄປມາ ຫລືເຄີຽໄປເຮັດ ວຽກງານໃນ ປະເທສໄທຽ ຢູ່ວຽຕນາມ ແລະ ຢູ່ຕ່າງແຂວງໃນ ເມືອງລາວນຳດ້ວຍ ທີ່ອາຈໄດ້ຕິດຕໍ່ ໄປເຖິງຜູ້ຄົນ ທີ່ໃກ້ຊິດ.
ນອກຈາກນັ້ນ ຍັງມີກັມມະກອນ ຊາວວຽຕນາມ ທີ່ເຂົ້າມາຫາເຮັດ ວຽກງານ ໃນເມືອງລາວ ກໍອາຈນຳເອົາ ເຊື້ອໂຣຄເອດສ໌ ຈາກກາຣຊື້/ຂາຍບໍຣິກາຣ ທາງເພສ ໃນລາວຕື່ມອີກ ກໍອາຈເປັນໄດ້ ແລະເຣື່ອງດັ່ງກ່າວ ກໍເປັນບັນຫາ ທີ່ແກ້ໄຂໄດ້ຍາກ.
ຢ່າງໃດກໍຕາມ ສໍາຫລັບແນວທາງ ກວດຫາເຊື້ອ ແລະ ເກັບກຳສະຖີຕິ ຕາມເຂຕທີ່ມີ ຊາຍແດນຕິດກັບ ປະເທສໃກ້ຄຽງ ນັ້ນ ທ່ານກໍວ່າ ເກັບກຳໄດ້ຍາກ ຍ້ອນມີອຸປສັກ ຫລາຍໆຢ່າງ ໂດຽສະເພາະທາງ ດ້ານຄົມມະນາຄົມ ເຮັດໃຫ້ທາງ ເຈົ້າໜ້າທີ່ບໍ່ ສາມາດເຂົ້າໄປ ເຖິງຕາມເຂຕ ຊົນນະບົດ ໄດ້ຢ່າງທົ່ວເຖິງ ເພື່ອໃຫ້ຄວາມຮູ້ ແລະ ຊ່ວຍເຫລືອ ໃນດ້ານນີ້ ໄດ້ແຕ່ຢ່າງໃດ.









