ການປິ່ນປົວໂຣຄເອດສ ຍັງບໍ່ທົ່ວເຖີງ

ສະຫະ ປະຊາຊາດ ວ່າ ທົ່ວໂລກ ບໍ່ສາມາດ ບັນລຸເປົ້າໝາຍ ເພື່ອໃຫ້ທຸກຄົນ ທີ່ຕິດເຊື້ອວາຍຣັສ HIV/AIDS ໄດ້ຮັບ ບໍຣິການ ປິ່ນປົວ ຕາມກໍານົດປີ 2010.
ສົມເນ
2010.09.29

ກົດຟັງສຽງ

ອົງການ ອະນາໄມໂລກ ອົງການ ສະຫະປະຊາຊາດ ກ່ຽວກັບໂຣກເອດສ ແລະ ກອງທືນ ແມ່ແລະເດັກ ໄດ້ອອກລາຍງານ ຮ່ວມກັນກ່ຽວກັບ ເປົ້າໝາຍຂອງປີ 2010 ທີ່ຢາກໃຫ້ 80% ຂອງ ຜູ້ຕິດເຊື້ອໂຣກ HIV ເຂົ້າເຖິງການ ບໍຣິການ ປ້ອງກັນເຊື້ອໂຣກ ການປິ່ນປົວ ແລະ ການດູແລເບິ່ງແຍງ.

ລາຍງານແຈ້ງວ່າ ຫລາຍປະເທດຍັງ ບໍ່ສາມາດ ປະຕິບັດໄດ້ ແລະວ່າ ເປົ້າໝາຍລວມນີ້ ຈະບໍ່ສາມາດ ບັນລຸໄດ້. ຂໍ້ມູນຈາກ 183 ປະເທດບອກວ່າ ໄດ້ພຍາຍາມ    ສຸດຂີດແລ້ວ ແຕ່ວ່າມີພຽງ ນື່ງສ່ວນສາມ ຂອງຜູ້ທີ່ ຕິດເຊື້ອໂຣກ ທັງໝົດເຂົ້າເຖິງ ການບໍຣິການ ຢາ ARV ເພື່ອຕໍ່ສູ້ກັບເຊື້ອ hiv ບໍ່ໃຫ້ກາຍ ເປັນເອສ. ເມື່ອປີ 2009 ຜ່ານມາ ມີຜູ້ຕິດເຊື້ອ hiv ພຽງແຕ່ 5 ລ້ານກັບ 2 ແສນຄົນ ຢູ່ໃນປະເທດ ທີ່ມີລາຍໄດ້ຕໍ່າ ແລະ ໃນປະເທດທີ່ມີ ລາຍໄດ້ ພໍປານກາງ ໄດ້ຮັບການປິ່ນປົວ ແລະການດູແລ ເບິ່ງແຍງ ຕາມເປົ້າໝາຍ ທີ່ວ່າມານີ້. ໃນຈໍານວນ ຜູ້ທີ່ໄດ້ຣັບ ການປິ່ນປົວນີ້ ຄິດແລ້ວ ເພີ້ມຂື້ນ 30% ຈາກປີຜ່ານມາ ແຕ່ວ່າຍັງອີກ 10 ລ້ານຄົນ ຢູ່ໃນປະເທດ ທີ່ກ່າວມາ ນີ້ ທີ່ຕິດເຊື້ອໂຣກ hiv ບໍ່ໄດ້ຣັບການ ປິ່ນປົວ ແລະ ເອົາໃຈໃສ່.

ມີ 8 ປະເທດທີ່ມີ ລາຍໄດ້ຕໍ່າ ພໍປານກາງ ຮ່ວມທັງ ກໍາພູຊາ ຄີວບາ ຣາວັນດາ ສາມາດບັນລຸ ເປົ້າໝາຍ ການປິ່ນປົວ ໃນທ້າຍປີ 2009. ລາຍງານວ່າ ຫລາຍຄົນທີ່ຕິດ ເຊື້ອ hiv ຍັງບໍ່ຮູ້ຈັກວ່າ ຕົນເອງ ຕິດເຊື້ອໂຣກ ໃນນັ້ນ 60% ແມ່ນຢູ່ໃນປະເທດ ທີ່ມີລາຍໄດ້ຕໍ່າ ແລະ ພໍປານກາງ. ກຸ່ມສ່ຽງ ຮ່ວມທັງ ຜູ້ຕິດເຊື້ອ hiv ໂດຍມາກແມ່ນ ຄົນງານ ບໍຣິການ ທາງເພດ, ຜູ້ໃຊ້ ຢາເສບຕິດ, ກຸ່ມຜູ້ຊາຍ ຮັກຮ່ວມເພດ, ແລະຄົນງານ ເຄື່ອນຍ້າຍຖິ່ນຖານ. ລາຍງານຂອງ ສະຫະ ປະຊາຊາດ ເມື່ອປີ 2008 ວ່າ ທົ່ວໂລກ ມີຜູ້ຕິດເຊື້ອ hiv ຫລາຍກ່ວາ 33 ລ້ານຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.