ສະຫະຣັດອາຈເປັນບ່ອນ ເພາະພັນຂອງເຊື້ອໂຣຄ

ນັກວິຈັຍ ຄົ້ນຄວ້າ ອະເມຣິກັນ ວ່າ ຫລາຍພື້ນທີ່ ໃນສະຫະຣັຖ ອາຈມີສະພາບ ເໝາະສົມ ສໍາລັບກາຣ ເພາະພັນ ຂອງເຊື້ອໂຣຄ ກ່ອນທີ່ຈະ ແພ່ຣະບາທ ໄປໃນເຂຕ ທີ່ມີ ອາກາສຮ້ອນ ແຫ່ງອື່ນໆ ກໍເປັນໄດ້.
ຫວາດ ສີມູນ
2010.05.28

ອັນນີ້ເປັນຄຳເຫັນ ທີ່ແຕກຕ່າງກັບ ຄວາມເຊື່ອທີ່ເຄີຽ ມີມາໃນເມື່ອກ່ອນ ທີ່ວ່າເຊື້ອພຍາທ ສ່ວນຫລາຍ ມັກຈະແພ່ຂຍາຍ ໄປຈາກ ປະເທສຈີນ ແລະປະເທສ ໃນເຂຕ ເອເຊັຽ ຕາເວັນອອກສ່ຽງໃຕ້.

ບັນດາຄນະທີມ ດຳເນີນກາຣຄົ້ນຄວ້າ ຈາກສະຖາບັນ ກາຣແພທຂອງ ມະຫາວິທຍາລັຍ Michigan ແລະຣັຖ Florida ວ່າ ເຊື້ອໂຣຄ ໄຂ້ຫວັດໝູ ສາຍພັນໃໝ່ຊນິດ A/H1N1 ທີ່ພົບເຫັນຣະບາທ ຂຶ້ນໃນພາຄໃຕ້ ຂອງສະຫະຣັຖ ໃນປີຜ່ານມານັ້ນ ກໍອາຈຍັງບໍ່ທັນ ຖືກກຳຈັດ ໃຫ້ໝົດສິ້ນໄປ ແຕ່ຢ່າງໃດແລະ ອາຈມີບາງສ່ວນ ໄດ້ແພ່ ຣະບາທໄປເຖິງ ຫລາຍປະເທສ ໃນທະວີບ ອະເມຣິກາໃຕ້ ກໍເປັນໄດ້.

ທ່ານ Trevor Beford ຈາກ ມະຫາວິທຍາລັຍ Michigan ໜຶ່ງໃນບັນດາ ນັກວິຈັຍຄົ້ນຄວ້າ ກ່ຽວກັບກາຣແພ່ ຣະບາທຂອງເຊື້ອໂຣຄ ໄຂ້ຫວັດໝູ ສາຍພັນໃໝ່       ດັ່ງກ່າວ  ທີ່ໄດ້ນຳເອົາ ຜົລຂອງກາຣສຳຣວຈ ອອກເຜີຽແພ່ໃນ ນິຕຍະສາຣ ກາຣແພທ PLoS Pathogens ວ່າ ພື້ນທີ່ໃນ ປະເທສຈີນ ແລະເຂຕເອເຊັຽ ຕາເວັນອອກ ສ່ຽງໃຕ້ ເປັນເຂຕທີ່ມີ ສະພາບອາກາສ ທີ່ເໝາະສົມ ທີ່ອາຈເຮັດໃຫ້ ເຊື້ອໂຣຄແພ່ຣະບາທ ໄປໃນເຂຕອື່ນ ແຕ່ໃນຂນະດຽວກັນ ເຂຕພື້ນທີ່ ໃນສະຫະຣັຖ ກໍເປັນເຂຕມີ ສ່ວນເຮັດໃຫ້ກາຣ ແພ່ຣະບາທຂອງ ເຊື້ອໂຣຄທີ່ຮ້າຍແຮງ ດັ່ງກ່າວແພ່ຣະບາທ ໄດ້ຢ່າງງ່າຍດາຍ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.