ໂຣຄ ໄຂ້ປ່າ ແລະ ໄຂ້ເລືອດອອກ ຄຸກຄາມ ແຂວງ ອັຕະປື

ປະຊາຊົນ ແຂວງ ອັຕະປື ກຳລັງ ປະເຊີນ ກັບ ບັນຫາ ໂຣຄ ທີ່ ເກີດຈາກ ຍູງກັດ, ດັ່ງ: ໂຣຄໄຂ້ປ່າ ມາເລເລັຽ, ໂຣຄ ໄຂ້ເລືອດອອກ ຕາມ ເຂດ ຕ່າງໆ ຂອງ ແຂວງ ຈຶ່ງ ເຮັ້ດໃຫ້ ເຈົ້າໜ້າທີ່ ສາທາຣະນະສຸກ ພາຍໃນ ແຂວງ ວາງ ມາຕການ ການປາບປາມ ເປັນການໃຫຍ່.
ຊີດນີ ຣາຍງານ
2008.06.06

ດຣ ບຸນເຕັນ ສັງສົມສັກ ຫົວໜ້າ ສາທາຣະນະສຸກ ປະຈຳແຂວງ ອັດຕາປື ເວົ້າວ່າ: ໂຣຄ ດັ່ງກ່າວ ຣະບາດ ໄປ ໃນ ຫລາຍ ພື້ນທີ່ ໃນ ຊ່ວງ ຣະດູຝົນ ປີນີ້, ດັ່ງ ທ່ານ ກ່າວ ໃນ ຕອນນຶ່ງ ວ່າ:

”ໄຂ້ຍຸງ ກໍ ເລີ້ມ ມີ ຫລາຍ ແລ້ວ, ມາລາເລັຽ ມັນ ຈະເກີດ ຢູ່ ໃນ ຊົນນະບົດ ເປັນ ສ່ວນຫລາຍ. ບັດນີ້, ໄຂ້ຍຸງລາຍ ຈະເກີດ ໃນ ຕົວເມືອງ. ກໍ ມີ ທີມງານ ຂອງ ເຮົາ ລົງ, ມີ ທິມງານຂອງ ເຮົາ ລົງໄປ ໂຄຊະນາ ຢູ່ ແຕ່ລະບ້ານ. ຈຸດໜັກ ກໍ ຕັ້ງຢູ່ ໃນ ໂຮງໝໍ ຕ່າງໆ.”

ທ່ານ ກ່າວ ເພີ້ມອີກ ວ່າ: ໃນ ເວລາ ນີ້, ການຣະບາດ ຂອງ ໂຣຄ ໄຂ້ປ່າ ມາເລເລັຽ ນັ້ນ, ສ່ວນໃຫຍ່ ຈະເກີດ ຢູ່ ໃນ ເຂດ ຊົນນະບົດ ເປັນ ເພາະວ່າ ຊາວບ້ານ ບໍ່ ພາກັນ ກາງມຸ້ງ ເວລາ ນອນ ກາງຄືນ ຫລືວ່າ ທາງການ ແຈກຍາຍມຸ້ງ ບໍ່ ທົ່ວເຖິງ; ແຕ່ ສຳລັບ ໂຣຄ ໄຂ້ເລືອດອອກ ນັ້ນ, ມັກ ເກີດຂື້ນ ກັບ ເດັກນ້ອຍ ໃນ ເຂດ ເທສບານ ຫລາຍກວ່າ ເພາະ ເປັນຊຸມຊົນ ແອອັດ ແລະ ໃກ້ ກັບ ສພາບແວດລ້ອມ ທີ່ມີ ຍຸງໄຂ່ ຕາມ ຮ່ອງນ້ຳ ຕາມ ຖນົນ ຫົນທາງ ແລະ ສຖານທີ່ ຖິ້ມຂີ້ເຫຍື່ອ ໃນ ເຂດ ເທສບານ. ໃນ ປັດຈຸບັນ, ທາງການ ກໍ ໄດ້ ລົງໄປ ປະຕິງານ ຕາມ ເຂດ ຕ່າງໆ ດ້ວຍ ຄວາມຮ່ວມມື ກັບ ເຈົ້າໜ້າທີ່ ສາທາຣະນະສຸກ ທ້ອງຖິ່ນ ໃນ ເຂດ ສູນ ສຸຂສາລາ ຕາມ ໝູ່ບ້ານ ແລະ ໂຣງໝໍ ຕາມ ເຂດ ເມືອງ ຕ່າງໆ ເພື່ອ ປາບປາມ ໂຣຄ ດັ່ງກ່າວ. ກ່ຽວກັບ ການແຈກຢາຍ ມຸ້ງຍ້ອມຢາ ແກ່ ປະຊາຊົນ, ທ່ານ ກ່າວວ່າ:

”ເຮົາ ກຳລັງ ເວົ້າກັນ ວ່າ ຢາກໃຫ້ ຄອບຄົວ ນຶ່ງ ມີ ມຸ້ງ ຈັກ 2 ດາງ. ມຸ້ງນີ້, ເອົາ ໃນບ້ານດາງນຶ່ງ, ໃນ ຖຽງນາ ດາງນຶ່ງ. ສຳລັບ ການປາບປາມ ຍຸງລາຍ, ພວກເຮົາ ກໍ ໄດ້ ລົງ ທຸກ ຄົວເຮືອນ, ໂຄຊະນາ ໃຫ້ ເຂົ້າ ຮູ້ ກ່ຽວກັບ ນ້ຳເສດເຫລືອ ໃນ ກະໂປະ ກະປ໋ອງ ແລະ ນ້ຳ ທີ່ເສດຄ້າງ ປະເພດ ອື່ນໆ.”

ເຖີງຢ່າງໃດກໍ່ຕາມ, ໃນ ເວລາ ນີ້ ກໍ ຍັງ ບໍ່ມີ ຄົນເສັຽ ຊີວິດ ຍ້ອນ ໂຣຄ ດັ່ງກ່າວ ນີ້ເທື່ອ; ແຕ່ກໍ ເປັນ ການປ້ອງກັນ ໃນ ເບື້ອງຕົ້ນ ເພື່ອ ບໍ ຢາກ ໃຫ້ ຄົນ ເສັຽ ຊີວິດ ຍ້ອນ ໂຣຄ ນີ້.

ແຂວງ ອັຕປື ເປັນ ແຂວງ ທີ່ ສອກຫລີກ ແລະ ກໍ ເປັນ 1 ໃນ ຈຳນວນ ແຂວງ ທີ່ ທຸກຈົນ ໃນ ລາວ. ປະຊາຊົນ ປະມານ 40% ແມ່ນ ຊາວເຜົ່າ. ສ່ວນໃຫຍ່ ຈະ ເປັນ ເຜົ່າລາວເທິງ.

ຄຳສັບ ຊອກຫາຂໍ້ມູນ: ໂຣຄຣບາດ epidemics


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.