ແຂວງ ຫຼວງນ້ຳທາ ຍັງ ລະມັດ ລະວັງ ໄຂ້ຫວັດນົກ ຢູ່ ຕໍ່ໄປ

ເຖິງວ່າ ການລະບາດ ຂອງ ໄຂ້ຫວັດນົກ ຈະ ຖືກລົບລ້າງ ໄປ ແຕ່ ເດືອນ ເມສາ, ທັງ ສະພາບການໄດ້ ຄືນສູ່ ປົກກະຕິ ແລ້ວ ກໍຕາມ, ແຕ່ ທາງ ແຂວງ ຫຼວງນ້ຳທາ ຍັງມີ ການຄອຍ ລະວັງ ຄວາມປອດພັຍ ຢູ່ ບໍ່ໄດ້ຂາດ, ດັ່ງ ດຣ ສແວງ ບຸດດາວົງ, ຫົວໜ້າ ຂແນງ ພະຍາດ ລະບາດ ຂອງ ຜແນກ ສາທາຣະນະສຸຂ ແຂວງ ຫຼວງນ້ຳທາ ເວົ້າວ່າ:
ໂພໄຊສວັດ ຣາຍງານ
2008.06.03

”ເຣື້ອງ ໄຂ້ຫວັດ ສັດປີກ ນີ້ ເຮົາ ກໍ ຍັງມີ ທີມງານ ສືບຕໍ່ ຍັງ ສືບຕໍ່ ລົງເກັບກຳ ຕົວຢ່າງ ຢູ່. ອາດຈະ ສືບຕໍ່ ໄປຮອດ ປີ 2009 ເພາະວ່າ ເຮົາ ຍັງ ບໍ່ທັນຮູ້ວ່າ ເຊື້ອໄຂ້ຫວັດ ສັດປີກ ທີ່ ພວກເຮົາ ພົບ ຜ່ານມາ ບໍ່ຮູ້ວ່າ ມາແຕ່ໃສ ຫຼືວ່າ ມັນອາດຈະ ບົ່ມຊ້ອນ ຢູ່ ໃນ ທ້ອງຖິ່ນ ນີ້.”

ໃນ ປັດຈຸບັນ ນີ້ ເຖິງ ແມ່ນວ່າ ຈະມີ ການອະນຸຍາດ ໃຫ້ມີ ການ ຊື້ຂາຍ ຫຼື ກິນ ແລະ ເຄື່ອນຍ້າຍ ສັດປີກ ໃນ ແຂວງ ຫຼວງນ້ຳທາ ໄດ້ ຕາມປົກກະຕິ ແລ້ວ ກໍຕາມ, ທາງການ ກ່ຽວຂ້ອງ ຍັງ ຄົງ ເກັບຕົວຢ່າງ ສັດ ຕາມ ຕລາດ ຕາມ ເຮືອນຊານ ແລະ ຊາກ ສັດປີກ ຕາມ ທັມມະຊາດ ຢູ່ ຕລອດ ມາ, ຮວມເຖິງ ການກວດກາ ສັດປີກ ທີ່ ນຳເຂົ້າມາ ຈາກ ປະເທດ ໄກ້ຄຽງ ເພື່ອ ໃຫ້ ຮູ້ຈັກ ທີ່ມາ ທີ່ໄປ ຂອງ ສັດ ແລະ ເພື່ອ ປ້ອງກັນ ບໍ່ໃຫ້ ພະຍາດ ນີ້ ລະບາດ ຄືນໃໝ່ ອີກ.

ທາງການ ຍັງ ບໍ່ຮູ້ ສາຍເຫດ ທີ່ ແທ້ຈິງ ໃນ ການລະບາດ ທີ່ ໄດ້ເກີດຂື້ນ ໃນ ຕົ້ນປີ ທີ່ ຜ່ານມາ, ດັ່ງທີ່ ດຣ ສແວງ ໄດ້ເວົ້າ ກ່ຽວກັບ ການລະບາດ ນັ້ນວ່າ:
”ຈາກ ປະສົບການ ໂຕນີ້, ເປັນ ບົດຮຽນ ສຳຄັນ ຂອງ ພວກເຮົາ. ຖ້າວ່າ ມີ ກໍຣະນີ ໜ້າສົງສັຍ, ພວກເຮົາ ອາດ ຈະຕ້ອງ ສອບສວນ ຫຼືວ່າ ການຄວບຄຸມ ອາດຈະ ໄດ້ ໄວກວ່ານີ້. ເພາະວ່າ ຜ່ານມາ ພວກເຮົາ ກໍ ເຮັດໄດ້ດີ ແລ້ວ; ແຕ່ ມັນ ກໍຍັງມີ ບາງອັນ ທີ່ ທັນ ວ່ອງໄວ.”

ການລະບາດ ເທື່ອ ທຳອິດ ຂອງ ໄຂ້ຫວັດນົກ ຢູ່ ແຂວງ ຫຼວງນ້ຳທາ ໄດ້ມີ ການທຳລາຍ ສັດປີກ ໄປ ກວ່າ 4,000 ໂຕ ແລະ ໄຂ່ໄກ່ ອີກ ຫຼາຍພັນ ໜ່ວຍ, ເປັນເງິນ ປະມານ 80 ລ້ານ ກີບ. ໂຊກດີ ທີ່ການແພ່ລາມ ຂອງ ໄຂ້ຫວັດນົກ ບໍ່ ໄດ້ຕິດຕໍ່ໄປ ຮອດ ຊາວບ້ານ.

ຄຳສັບ ຊອກຫາຂໍ້ມູນ: ໂຣຄຕິດຕໍ່ communicabledisease

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.