ໄຂ້ເລືອດອອກ ຢູ່ລາວ

ຢູ່ລາວ ມີຄົນເປັນ ໄຂ້ເລືອດອອກ ທັງໝົດ 1832 ກໍຣະນີ ແຕ່ເດືອນ ມົກກະຣາ ຫາເດືອນ ກໍຣະກະດາ ເສັຽຊີວິດ 5ກໍຣະນີ ແລະ ມີແນວໂນ້ມ ສູງຂຶ້ນກວ່າ ປີ 2008.
ມະນີຈັນ
2009.07.13

ຊາວລາວທີ່ປ່ວຍ ເປັນໄຂ້ເລືອດອອກ ໃນເຂດແຂວງຕ່າງໆ ທົ່ວປະເທດລາວ ຕັ້ງແຕ່ເດືອນ ມົກກະຣາ ມາຮອດ ວັນທີ4 ກໍຣະກະດາ 2009 ນີ້ມີທັງໝົດ 1832ຄົນ  ໄດ້ເສັຽຊີວິດໄປ 5ຄົນແລ້ວ  ແລະກໍຄາດວ່າ ຜູ້ເປັນ ໄຂ້ເລືອດອອກ ຈະມີຈໍານວນ ເພີ່ມຂຶ້ນເມື່ອ ທຽບໃສ່ປີ 2008. ຕາມຄໍາເວົ້າຂອງ ທ່ານໝໍ ຈາກສູນວິເຄາະ ຣະບາດວິທຍາ ກະຊວງ ສາທາຣະນະສຸກ ໃນນະຄອນຫລວງ ວຽງຈັນ:

"ຂອງປີ 2009 ມາເຖິງເດືອນ ກໍຣະກະດາ ທັງໝົດ 1832 ເສັຽຊີວິດ 5ຄົນ ໃນປີ2008 ປະມານດຽວກັນ ແຕ່ວ່າ ກໍມີແນວໂນ້ມ ສູງຂຶ້ນ ດູຕົວເລກ ກັບຄືນແລ້ວ ມັນຕິດເຊື້ອໄປ ເລື້ອຍໆຄວບຄຸມ ກັນບໍ່ຢູ່."

ຕາມຣາຍງານປີ 2008 ຜູ້ເປັນພະຍາດ ໄຂ້ເລືອດອອກ ມີທັງໝົດ 4185 ກໍຣະນີ ເສັຽຊີວິດ 22ຄົນ ແລະໃນປີ 2009 ນີ້ກໍຄາດວ່າ ຈະມີຄົນເປັນ ໄຂ້ເລືອດອອກ ເພິ້ມຫລາຍຂຶ້ນ ຍ້ອນວ່າ ແຂວງຊຽງຂວາງ ແລະ ແຂວງສວັນນະເຂດ ເປັນ2ແຂວງໃໝ່ ທີ່ມີຣາຍງານ ຜູ້ປ່ວຍເປັນ ໄຂ້ເລືອດອອກ ຊຶ່ງ2ແຂວງ ດັ່ງກ່າວ ບໍ່ມີຣາຍງານ ຄົນເປັນ ໄຂ້ເລືອດອອກ ເມື່ອປີທີ່ແລ້ວ. ສໍາລັບແຂວງ ທີ່ມີຜູ້ປ່ວຍເປັນ ໄຂ້ເລືອດອອກ ຫລາຍທີ່ສຸດນັ້ນ ທ່ານໝໍບອກວ່າມີ 4ແຂວງດ້ວຍກັນ:

"ສ່ວນມາກເປັນແຂວງ ຈໍາປາສັກ ແຂວງສາຣະວັນ ແຂວງບໍ່ແກ້ວ ແລະຕົວທີ4 ເປັນນະຄອນຫລວງ ວຽງຈັນ 4ເມືອງຕິດຫລາຍສຸດ ສ່ວນມາກ ມັນກໍມີແຕ່ໃນ ຕົວເມືອງໃຫຍ່."

ໃນຕອນທ້າຍ ທ່ານໝໍກ່າວສລຸບ ກ່ຽວກັບຄົນເປັນ ໄຂ້ເລືອດອອກ ໃນແຂວງຕ່າງໆ ຂອງລາວ ແຕ່ເດືອນ ມົກກະຣາ ຫາວັນທີ4 ກໍຣະກະດາ ປີ2009 ນີ້ວ່າ  ຢູ່ແຂວງ ຈໍາປາສັກ ມີ400 ກວ່າກໍຣະນີ ແຂວງບໍ່ແກ້ວ 354ກໍຣະນີ ແຂວງສາຣະວັນ 280ກໍຣະນີ ນະຄອນຫລວງ ວຽງຈັນ 203ກໍຣະນີ ແຂວງຄໍາມ່ວນ 143ກໍຣະນີ ແຂວງວຽງຈັນ 126ກໍຣະນີ ອັຕປື 71ກໍຣະນີ ໄຊຍະບູຣີ 15ກໍຣະນີ ບໍຣິຄໍາໄຊ 11ກໍຣະນີ ຫລວງພຣະບາງ 10ກໍຣະນີ ເຊກອງ 6ກໍຣະນີ ສວັນນະເຂດ 2ກໍຣະນີ ແລະ ແຂວງຊຽງຂວາງ 1ກໍຣະນີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.