ສາທາຣະນະສຸກ ໃຫ້ຣະວັງ ໂຣຄຖອກທ້ອງ

ຫ້ອງການ ສາທາຣະນະສຸກ ແຂວງຫົວພັນ ຕັກເຕືອນ ປະຊາຊົນ ໃຫ້ຣະມັດຣະວັງ ກ່ຽວກັບໂຣຄຖອກທ້ອງ ໃນຊ່ວງ ຣະດູຝົນ.
ສິດນີ
2009.07.08

ປະຊາຊົນ ຈຳນວນນື່ງ ທີ່ແຂວງຫົວພັນ ຍັງດື່ມນ້ຳທີ່ ບໍ່ສະອາດຈາກ ຫ້ວຍຮ່ອງລຳຄອງ ໂດຍສະເພາະໃນ ເຂດຊົນນະບົດ ຊື່ງເປັນທີ່ມາ ຂອງໂຣຄຖອກທ້ອງ ໃນຊ່ວງ ຣະດູຝົນ ດັ່ງນັ້ນ ຫ້ອງການ ສາທາຣະນະສຸກ ປະຈຳແຂວງ ຈື່ງມີການ ຕັກເຕືອນ ປະຊາຊົນ ກ່ຽວກັບ ເຣື້ອງດັ່ງກ່າວ ໃນປີນີ້ ເພາະ ປີທີ່ຜ່ານມາ ມີຄົນເປັນ ໂຣຄຖອກທ້ອງ ທີ່ເຂົ້າມາປີ່ນປົວ ຢູ່ໂຮງພຍາບານ ກວ່າ10ລາຍ ແລະໃນປີນີ້ ກໍ່ມີແລ້ວ 5ລາຍ ທາງການຈື່ງມີ ຄວາມເປັນຫ່ວງຢ້ານວ່າ ໂຣຄດັ່ງກ່າວ ອາດເກີດຂື້ນ ຫລາຍກວ່ານີ້. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງທ່ານນື່ງ ກ່າວວ່າ:

"ປົກກະຕິແລ້ວ ເຮົາຈະມີການ ເຝົ້າຣະວັງຢູ່ ທຸກໆປີ ຣະດູຝົນນີ້ ເຮົາກໍ່ຕ້ອງເຝົ້າ ຣະວັງການຖອກທ້ອງ ເພາະວ່າມັນຈະມີ ນ້ຳເປື້ອນ ມີຝົນຕົກແລ້ວ ປະຊາຊົນ ຈະໃຊ້ນ້ຳດື່ມ ນ້ຳອາບ ຍັງຈະບໍ່ມີການ ອະນາມັຍ ປານໃດ."

ທ່ານວ່າ ໂຣຄຖອກທ້ອງ ແລະໂຣຄໄທຟອຍ ມັກເກີດຂື້ນໃນ ຍາມຣະດູຝົນ ກັບຊົນເຜົ່າຫລື ກຸ່ມຊົນນະບົດ ໂດຍທົ່ວໄປ ເພາະດື່ມນ້ຳຈາກ ຫ້ວຍຫນອງຄອງບືງ ຫລັງຈາກ ການເຮັດໄຮ່ເຮັດນາ ໃນແຕ່ລະມື້ ປາສຈາກການ ຕົ້ມໃຫ້ສຸກກອ່ນ. ທາງການກໍໃຊ້ ຄວາມພຍາຍາມ ປຸກຣະດົມ ປະຊາຊົນ ເຖີງພັຍອັນຕຣາຍ ໃນການ ດື່ມນ້ຳທີ່ບໍ່ສະອາດ.

ທ່ານກ່າວກ່ຽວກັບ ມາຕການ ການກວດກາ ແຫລ່ງນ້ຳສະອາດ ໃຫ້ແກ່ປະຊາຊົນ ໃນເຂດ ຊົນນະບົດວ່າ:

"ໃນຊ່ວງ ຣະດູຝົນນີ້ ພວກເຮົາໄດ້ເພີ້ມ ທະວີກວດກາເຣື້ອງ ຄຸນນະພາບນ້ຳ ມີເຈົ້າຫນ້າທີ່ ແລະ ອຸປກອນອອກໄປ ເກັບຕົວຢ່າງ ບາງກໍຣະນີ ສົງໃສກໍ່ໄດ້ ເອົາຂື້ນມາ ສາທາຣະນະສຸກ ເພື່ອຢັ້ງຢືນ ຄຸນນະພາບ."

ແຂວງຫົວພັນ ມີປະຊາຊົນ ເຂົ້າເຖີງ ແຫລ່ງນ້ຳສະອາດ ປະມານ 85ສ່ວນຮ້ອຍ ສ່ວນເຫລືອແມ່ນຍັງ ໃຊ້ແຫລ່ງນ້ຳ ທີ່ບໍ່ສະອາດຢູ່ ໃນການກີນແລະໃຊ້         ໃນແຕ່ລະວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.