ອັຕປືມີຄົນປ່ວຍ ຫລັງຈາກພະຍຸເກສນາ

ແຂວງອັຕປື ມີຜູ້ເຈັບປ່ວຍ ປະມານ 540 ຄົນ ຍ້ອນນ້ຳຖ້ວມຫນັກ ຈາກພະຍຸເກສນາ.
ຈຳປາທອງ
2010.01.05

ປະຊາຊົນ ຢູ່ໃນແຂວງອັຕປື ເຈັບປ່ວຍເປັນໂຣກຕ່າງໆ ປະມານ 540 ຄົນ ໂດຍສະເພາະເປັນໂຣກ ທີ່ກ່ຽວກັບຍຸງ. ພຍາດຕ່າງໆໄດ້ເພີ່ມຂື້ນ ຫລັງຈາກເຫດ
ນ້ຳຖ້ວມໜັກ ຍ້ອນພະຍຸຣະດູຮ້ອນ ເກສນາ ເມື່ອເດືອນ ກັນຍາ 2009 ຜ່ານມາ ດັ່ງເຈົ້າໜ້າທີ່ຜແນກ ສາທາຣະນະສຸກ ແຂວງອັຕປືກ່າວວ່າ:

"ມາຮອດປັດຈຸບັນນີ້ ຖືວ່າຫລັງນ້ຳຖ້ວມນີ້  ພວກຂ້າພະເຈົ້າກໍມັກ ພົບແຕ່ພຍາດໂຕນີ້ແຫລະ ຖືວ່າທີ່ວ່າ ໄຂ້ຍຸງໄຂ້ຫຍັງອະ ສ່ວນພຍາດອື່ນໆ ໂດຍສະເພາະພຍາດ ຖອກທ້ອງ ພຍາດອັກເສບຕາແດງ ກໍມີເລັກໆນ້ອຍໆ".

ທ່ານເວົ້າຕື່ມວ່າ ນອກຈາກພຍາດທີ່ວ່າມານັ້ນ ຍັງເກີດພຍາດ ກ່ຽວກັບຣະບົບ ທາງເດີນຫາຍໃຈ ຕື່ມອີກດັ່ງນັ້ນ ທາງແຂວງຈຶ່ງໄດ້ຈັດຕັ້ງ ຄນະຮັບຜິດຊອບວຽກງານ
ເພື່ອລົງຕິດຕາມ ກວດກາຢ່າງໄກ້ຊິດ. ທ່ານເວົ້າກ່ຽວກັບ ເລື່ອງນີ້ວ່າG

"ມາຮອດລະຍະນີ້ ພວກຂ້າພະເຈົ້າກໍມີ ການສົມທົບກັບ ຫລາຍພາກສ່ວນ ໂດຍສະເພາະແມ່ນວ່າ ໃນແຂວງຂອງ ຂ້າພະເຈົ້ານີ້ ແມ່ນໄດ້ຈັດຕັ້ງ ມີທິມງານຂອງຂັ້ນ ແຂວງຫັ້ນໜາດູແລຢູ່".

ແຕ່ເຖິງຢ່າງໃດກໍດີ ທິມງານດັ່ງກ່າວ ກໍໄດ້ຊ່ວຍປິ່ນປົວ ຜູ້ປ່ວຍບໍ່ຮຸນແຮງ ໄລຍະເບື້ອງຕົນ  ສຳລັບກໍຣະນີ ຜູ້ເຈັບແຮງ ທີມງານກໍເອົາຕົວຢ່າງ ສົ່ງໄປໃຫ້ໜ່ວຍງານ
ສູນກາງວິໃຈ ຫາເຊື້ອພຍາດ ເພື່ອຫາທາງຮັກສາ ແລະປ້ອງກັນຕໍ່ໄປ.

ຕໍ່ຜູ້ໄດ້ຮັບເຄາະຮ້າຍ ຈາກໄພພິບັດ ທັມມະຊາດດັ່ງກ່າວ ຫລາຍປະເທດຮວມທັງ ສະຫະຣັດອະເມຣິກາ ແລະ ອົງການຈັດຕັ້ງ ສາກົນຕ່າງໆ ກໍໄດ້ໃຫ້ຄວາມ ຊ່ວຍເຫລືອບັນເທົາທຸກ ຫລາຍສົມຄວນ ຮວມທັງອາຫານການກິນ ຢຸກຢາປົວພຍາດ ຫລາຍຢ່າງ ຊຶ່ງຫລາຍຄົນຄິດວ່າ ເຄື່ອງຂອງອັນມີຄ່າ ດັ່ງກ່າວຄົງຈະ ໄປຮອດໄປເຖິງມື ຜູ້ໄດ້ຮັບເຄາະຮ້າຍ ນັ້ນແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.