ຊາວເມືອງຍອດອູ ແຂວງຜົ້ງສາລີ ເປັນພຍາດ ໃນຣະດູໜາວ
2010.01.22
ປະຊາຊົນ ທີ່ຢູ່ໃນເຂດຫ່າງໄກ ຈາກຕົວເມືອງ ຍອດອູ ແຂວງຜົ້ງສາລີ ພາກເໜືອຂອງລາວ ເປັນພຍາດ ຈຳນວນຫລວງຫລາຍ ຍ້ອນໄດ້ຮັບຜົນກະທົບ ຈາກອາກາດໜາວເຢັນ ໃນຣະດູໜາວ ໂດຍສະເພາະ ພວກເດັກນ້ອຍ ເປັນພຍາດ ຫລາຍຮ້ອຍຄົນ ເຮັດໃຫ້ອຳນາດ ການປົກຄອງເມືອງ ລົງໄປໃຫ້ຄວາມ ຊ່ວຍເຫລືອໂດຍການ ໂຄສະນາ ແລະສົ່ງນາຍໝໍ ໄປຊ່ວຍ. ກ່ຽວກັບເລື່ອງນີ້ ທ່ານ ສິງແກ້ວ ໂສຣະພີ ເຈົ້າເມືອງ ເມືອງຍອດອູ ກ່າວວ່າ:
"ການປ້ອງກັນ ພຍາດຣະບາດ ໃນຣະດູໜາວນີ້ ພວກເຮົາໄດ້ຈັດ ຕັ້ງວິຊາການ ແລະ ຂແນງສາທາຣະນະສຸຂ ລົງທ້ອງຖິ່ນ ຢູ່ຕາມບ້ານກຸ່ມບ້ານ ລົງໂຄສະນາ ເຜີຍແພ່ວິທີປ້ອງກັນ ພຍາດຣະດູໜາວ ໃຫ້ແກ່ປະຊາຊົນ ບັນດາຊົນເຜົ່າແລ້ວ ພຍາດຣະດູໜາວ ກໍຄືວ່າປ້ອງກັນໄດ້".
ໂຣກທີ່ປະຊາຊົນ ຜູ້ສູງອາຍຸແລະ ເດັກນ້ອຍເປັນຫລາຍ ຄືໂຣກຄາງໄຂ່, ຖອກທ້ອງ, ເປັນບວມ, ວັນນະໂຣກ ແລະ ໄຂ້ຫວັດຂັ້ນຮຸນແຮງ ຍ້ອນວ່າຕິດເຊື້ອ virus ບາງຊນິດ ທີ່ແພ່ໄດ້ດີໃນ ຍາມໜາວ, ຍ້ອນປະຊາຊົນ ຂາດສານອາຫານ, ບໍ່ມີເຄື່ອງນຸ່ງຫົ່ມ ທີ່ອົບອຸ່ນ ແລະບໍ່ມີການ ອະນາໄມດີ.
ໃນການສຳຫລວດ ແບບບໍ່ເປັນທາງການ ເຫັນວ່າປະຊາຊົນ ເມືອງຍອດອູ ເປັນວັນນະໂຣກ ຫລືໂຣກປອດແຫ້ງ ຫລາຍທີ່ສຸດ, ຕໍ່ມາກໍແມ່ນ ປອດບວມ ແລະໄຂ້ຫວັດ
ຂັ້ນຮຸນແຮງ. ໂຣກທີ່ປະຊາຊົນ ເປັນໜ້ອຍແດ່ ຄືໂຣກຖອກທ້ອງ.
ມີປະຊາຊົນ ໂດຍສະເພາະເດັກນ້ອຍ ຫລາຍກວ່າ 50ຄົນ ເປັນໄຂ້ຫວັດ ຢ່າງຮຸນແຮງ ຊຶ່ງຂະນະນີ້ ຢູ່ໃນຣະຫວ່າງການ ຮັກສາປິ່ນປົວ ແຕ່ຍັງບໍ່ມີຜູ້ ເສັຍຊີວິດ ຍ້ອນເທື່ອ.