ອົງການນີຣະໂທດກັມ ສາກົນເວົ້າວ່າ ຣັຖບານ ສາຫະຣັຖ ປ່ອຍປະພວກມົ້ງ

ອົງການ ນີຣະໂທດກັມສາກົນ ເວົ້າວ່າ ການທີ່ບັນຫາ ລາວມົ້ງໃນໄທ ແກ່ຍາວມາເຖິງ ປັດຈຸບັນນີ້ ກໍ່ເພາະວ່າ ຣັຖບານສາຫະຣັຖ ປ່ອຍປະລະເລີຍ ພວກມົ້ງ ຜູ້ທີ່ໄດ້ຕໍ່ສູ້ ຄຽງບ່າຄຽງໄລ່ ກັບຝ່າຍຕົນ ນັບຕັ້ງແຕ່ສົງຄາມ ວຽດນາມສິ້ນສຸດ ລົງໃນຊຸມປີ 1970.
ວຽງໃຊ
2009.02.06

ທ່ານ T. Kumar ເຈົ້າໜ້າທີ່ ອາວຸໂສ ຂອງອົງການ ນິຣະໂທດ ກັມສາກົນ ປະຈຳກຸງ Washington ຢູ່ໃນຈຳນວນ ວິທຍາກອນ ທີ່ໄດ້ຮັບເຊີນ ຈາກສູນວິຈັຍ Public Policy Analysis ໃຫ້ໄປອອກ ຄວາມຄິດ ຄວາມເຫັນ ກ່ຽວກັບ ບັນຫາມົ້ງລາວ ໃນປະເທດໄທ ຢູ່ທີ່ ສໂມສອນ ນັກຂ່າວແຫ່ງຊາຕ ໃນກຸງ Washington ໃນມື້ ວັນພະຫັດ ທີ່ 5 ກຸມພານີ້. ນອກຈາກທ່ານ Kumar ແລ້ວກໍ່ມີ ຜູ້ຕ່າງໜ້າ ອົງການ ຈັດຕັ້ງຂອງ ຊາວມົ້ງ ຫລາຍອົງການ ທີ່ປ່ຽນກັນ ຂຶ້ນກ່າວ ຮຽກຮ້ອງໃຫ້ ຮັຖບານ ສປປລາວ ແລະຣັຖບານໄທ ຍຸດຕິການ ສົ່ງຊາວມົ້ງ ລາວ ກັບປະເທດ.

ໃນນາມທີ່ ເປັນພົລເມືອງ ອາເມຣິກັນ ກຸ່ມຊາວໜຸ່ມມົ້ງ ໄດ້ທວງສັນຍາ ທີ່ທ່ານ Barack Obama ເຄີຍໃຫ້ໄວ ເມື່ອເວລາ ໂຄສນາ ຫາສຽງເລືອກຕັ້ງ ປະທານາ ທິບໍດີ ກ່າວວ່າ ຈະເອົາໃຈໃສ່ ກັບບັນຫາ ມົ້ງນັ້ນ.

ສ່ວນທ່ານ T. Kumar ນັ້ນສລຸບ ທີ່ມາຂອງ ບັນຫາມົ້ງລາວ ໃນໄທວ່າ:

…It’s a tragic history. Hmong plyed an active role along the CIA…in the War…Vietnam War…our concern is …after the War ended…(the) United states basically abandoned the Hmong, with the exception of the few they brought here.

ທ່ານເວົ້າວ່າ ປະວັດຂອງ ຊາວມົ້ງນັ້ນ ເປັນໂສກນາຕກັມ ເພາະເຂົາເຈົ້າ ເຄື່ອນໄຫວ ຄຽງບ່າ ຄຽງໄລກັບ CIA ໃນເວລາ ສົງຄາມ. ສົງຄາມ ວຽດນາມ ທີ່ພວກເຮົາ ເປັນຮ່ວງ ກໍ່ຄືວ່າ ຫລັງຈາກສົງຄາມ ສິ້ນສຸດລົງ ສາຫະຣັຖ ອາເມຣິກາ ໄດ້ປ່ອຍຊາວມົ້ງ ໄວ້ຕາມຍະຖາກັມ ຍົກເວັ້ນ ຈຳນວນນຶ່ງ ເທົ່ານັ້ນ.

ທ່ານກ່າວ ຕໍ່ໄປວ່າ ຖ້າສາຫະຣັຖ ບໍ່ເສີຍເມີຍ ດັ່ງທີ່ເປັນຢູ່ ຣັຖບານລາວ ແລະຣັຖບານໄທ ຄົງຈະບໍ່ມີ ທ່າທີ ແຂງກະດ້າງ ດັ່ງທີ່ເປັນຢູ່ ໃນປັດຈຸບັນ ຊຶ່ງຈະສັງເກດ ໃດ້ຈາກການ ປະພຶດຂອງ ຣັຖບານໄທ ຕໍ່ຊາວພະມ້າ Rohynga ທີ່ເຂົ້າໄທ ແບບຜິດກົດໝາຍ ຄືກັນກັບ ພວກມົ້ງ ແຕ່ ຮັຖບານໄທ ກໍ່ອານຸຍາດ ໃຫ້ເຈົ້ໜ້າທີ່ ສາຫະ ປະຊາຊາຕ ຝ່າຍຜູ້ອົພຍົບ  UNHCR  ເຂົ້າພົບຖາມ ສຸກທຸກໃດ້ ຊຶ່ງຜິດກັນກັບ ກໍຣະນີ ຊາວມົ້ງລາວ ທີ່ຂໍພົບ ຜູ້ແທນຂອງ UNHCR  ມາເປັນ ຫລາຍປີ ແລ້ວຢັງ ບໍ່ໃດ້ຜົນ.

ປັດຈຸບັນ ຍັງມີ ຊາວມົ້ງລາວ ອາໃສຢູ່ ສູນບ້ານ ຫ້ວຍນ້ຳຂາວປະມານ 5ພັນຄົນ ແລະຢູ່ ສູນກັກຂັງ ຂອງຕຳຣວດ ກວດຄົນເຂົ້າ ເມືອງໆໜອງຄາຍ ອີກ 158 ຄົນ. ທາງການ ລາວ ແລະໄທໄດ້ ຕົກລົງ ກັນວ່າ ຈະສົ່ງ ກັບລາວ ໃຫ້ມົດ ພາຍໃນ ກາງປີ 2009 ນີ້ໂດຍ ອ້າງວ່າ ຄົນເຫລົ່າ ນີ້ມີ ຄວາມຜິດ ຖານເຂົ້າ ປະເທດໄທ ຢ່າງ ຜິດກົດໝາຍ.

ສ່ວນຊາວມົ້ງຊ້ຳພັດເວົ້າວ່າ ພວກເຂົາເຈົ້າຈະ ບໍ່ຍອມກັບ ເດັດຂາດ ເພາະຢ້ານເປັນ ອັນຕລາຍເຖິງແກ່ຊີວິຕ ເພາະ ສປປລາວ ຖືວ່າພວກເຂົາເຈົ້າ ເປັນສັດຕຣູຍ້ອນ ໃດ້ທຳສົງຄາມ ເຂົ້າຝ່າຍ CIA ອາເມຣິກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.