ລາວ ປຸກບ່ອນພັກເຊົາ ເພື່ອຮອງຮັບ ຊາວເຜົ້າມົ້ງ ທີ່ຖືກສົ່ງກັບ

ແຂວງບໍລິຄຳໄຊ ຕຽມເຮືອນ 500 ຫລັງ ໄວ້ລໍຖ້າ ຮອງຮັບ ຊາວມົ້ງລາວ ທີ່ກັບມາຈາກ ບ້ານຫ້ວຍນ້ຳຂາວ, ຊຶ່ງສໍາເຣັດ ໄປແລ້ວ ປະມານ 90 ສ່ວນຮ້ອຍ.

ຜ​ແນ​ກ​ໂຍທາ​ທິການ ​ແລະ ​ຂົນ​ສົ່ງ ແຂວງ​ບໍລິ​ຄຳ​ໄຊ ​ເປີດ​ເຜີຍ ​​ເຖິງ​ຄວາມ​ຄືບ​ໜ້າ ​ໃນ​ການ​ກະ​ຕຽມ​ສະຖານ​ທີ່ ​ສຳລັບ ການ​​ກັບ​ຄືນມາປະ​ເທດ ​ຂອງຊາວມົ້ງລາວ ​​ຈາກສູນ​ກັກ​ຂັງ​ຊົ່ວຄາວ ບ້ານ​ຫ້ວຍ​ນ້ຳ​ຂາວ ປະ​ເທດ​ໄທ ວ່າ ຂະນະ​ນີ້ ​ໄດ້​ກະ​ຕຽມ​ສະຖານ​ທີ່ ​ແລະ ​ປຸກ​​ເຮືອນ ​ປະມານ 500 ຫລັງ ​ສຳລັບ ຊາວມົ້ງລາວ ທີ່​ຍັງ​ເຫລືອ ​ທັງ​ໝົດ ​ໂດຍ​ໄດ້​ສຳ​ເຣັດ​ໄປ​ແລ້ວ ປະມານ 90 ​ສ່ວນ​ຮ້ອຍ. ດັ່ງ​ເຈົ້າ​ໜ້າ​ທີ່ ​ຈາກ​ຂ​ແນງ​ເຄຫາ​ຜັງ​ເມືອງ ​ແຂວງ​ບໍລິ​ຄຳ​ໄຊ ​ເວົ້າ​ກ່ຽວ​ກັບ ​ເຣື້ອງນີ້​ວ່າ:

”ເພາະວ່າ​ ພວກ​ເຮົາ​ ຮັບປະກັນ​ໃຫ້​ໄດ້ ​ປະມານ 500 ຫລັງຄາ​ເຮືອນ ກໍ​ໄດ້​ຮັບ​ຄວາມ​ຜິດ​ຊອບ​ ມາ​ແຕ່​ເພິ່ນ​ທັງ​ໝົດ​ນັ້ນ​ແຫລ໋ະ ດຽວ​ນີ້ 90%​ ແລ້ວ 100% ພາຍ​ໃນ​ຕົ້ນ​ປີ 2010 ດຽວ​ນີ້ ​ເຮືອນ​ບໍ່​ທັນ​ແລ້ວ​ໝົດ​ແຕ່​ວ່າ ພວກ​ເຮົາ ​ກໍ​ມີ​ເຮືອນ​ຊົ່ວຄາວ​ ໃຫ້​ຢູ່​ໄດ້.”

ສະຖານ​ທີ່ ​ສຳລັບຊາວມົ້ງລາວນີ້ ຕັ້ງ​ຢູ່​ ໃນ​ເຂດ​ເມື​ອງບໍລິ​ຄັນ ​ແລະ ​ປາກ​ຊັນ​ ແຂວງ​ບໍລິ​ຄຳໄຊ ຊຶ່ງ​ມີ​ພື້ນ​ທີ່​ ກວ້າງ​ປະມານ 50​ ເຮັກຕາຣ ຢູ່​ຫ່າງ​ຈາກ​ເຂດ​ໂຕ​ເມືອງ ​ປະມານ 50 ກິ​ໂລແມັດ. ທ່ານ​ເວົ້າ​ ອີກ​ວ່າ ນອກຈາກ ​ການ​ປຸກເຮືອນ ​ດັ່ງກ່າວ​ນີ້​ແລ້ວ ກໍ​ຍັງ​ມີ​ ການ​ກໍ່ສ້າງ​ໂຮງຮຽນ​, ໂຮງໝໍ ​ແລະ ​ກໍ​ຍັງ​ມີ​ການຈັດ​ສັນ ພື້ນ​ທີ່ ​ສຳລັບ​ປູກຝັງ​ ອີກ​ດ້ວຍ. ສຳລັບ​ ບ້ານ​ເຮືອນ ​ທີ່​ກຳລັງປຸກ​ຂຶ້ນ​ນີ້ ​ເປັນ​ໂຄງການ​ຮີບ​ດ່ວນ ​ແຕ່​ຕໍ່​ໄປ ຈະ​ໃຫ້​ມີ​ນ້ຳ​ປະປາ ​ແລະ ​ໄຟຟ້າ​ດ້ວຍ.

ຮອງ​ຫົວໜ້າ ຜ​ແນ​ກ​ໂຍທາ​ທິການ ​ແລະ ​ຂົນ​ສົ່ງ ແຂວງ​ບໍລິ​ຄຳ​ໄຊ ​ເວົ້າ​ເຖິງ ​ການ​ຊ່ອຍ​ເຫລືອ​ອື່ນໆ​ ອີກ​ວ່າ:

”ຖື​ວ່າ ​ຈະ​ຊ່ອຍ​ເຫລືອ ​ໃຫ້​ຢູ່​ລອດ​ ຊັ້ນ​ແຫລ໋ະ​ ໃຫ້​ຢູ່​ໄດ້ ມີ​ບ່ອນ​ຫາ​ຢູ່​ຫາ​ກິນ ມີ​ເຂົ້າ​ກິນ​ໃນ​ເບື້ອງ​ຕົ້ນ ​ສອງ​ປີ ມີ​ເຂົ້າ​ກິນ ​ມີ​ອາຫານ​ກິນ ມີ​ເຄື່ອງນຸ່ງ​ຫົ່ມ ມີ​ຫຍັງ​ຄົບ​ຖ້ວນ ​ບໍລິບູນ ໝາຍ​ຄວາມ​ວ່າ ​ເບື້ອງ​ຕົ້ນ ​ເຂົາ​ເຈົ້າ ​ຍັງ​ບໍ່​ມີ ​ບ່ອນ​ເຮັດ​ກິນ​ຫັ້ນ​ນາ ບ່ອນ​ທີ່​ທຳ​ກິນ ຣັຖ ຈະ​ຕ້ອງ​ໄດ້​ຊ່ອຍ ຊ່ອຍ​ໃຫ້​ເຂົາ​ເຈົ້າ ​ເຣື້ອງ​ຢູ່​ເຣື້ອງກິນ ​ຄົບ​ຖ້ວນ.”

ທ່ານ​ເວົ້າ​ຕື່ມ​ວ່າ​ ສຳລັບ ​ການ​ຮັກສາ​ຄວາມ​ປອດ​ພັຍ​ ໃນ​ບໍລິ​ເວນ​ນີ້​ນັ້ນ ກໍ​ຈະ​ຕ້ອງ​ ເປັນ​ປົກກະຕິ ​ຄື ​ພື້ນ​ທີ່​ອື່ນໆ ຍ້ອນ​ວ່າ ​ຊາວ​ມົ້ງລາວ ​ທີ່​ກັບ​ຄືນ​ປະ​ເທດ ຈະ​ຖືວ່າ ​ເປັນຄົນ​ລາວ​ ທົ່ວ​ໄປອື່ນໆ.