ອະດີດນາຍພົນ ວັງປາວ ພົ້ນຂໍ້ຫາ ວາງແຜນຄິດຮ້າຍ ຕໍ່ ຣັຖບານລາວ
2009.09.21
ຫ້ອງການໄອຍະການ ຂອງຣັຖບານກາງ ສະຫະຣັຖ ປະກາດເມື່ອວັນສຸກ ວັນທີ່18ກັນຍາ ນີ້ວ່າ, ຂຸນສານຣັຖບານກາງ ສະຫະຣັຖ ໄດ້ຕັດສິນຍົກເລີກ ຄຳຕູ່ຫາຕໍ່ ອະດີດນາຍພົນ ວັງປາວ ນາຍທະຫານໃນ ກອງທັບ ພຣະຣາຊອານາຈັກລາວ. ທ່ານອະດີດນາຍພົນ ໄດ້ຖືກຕູ່ຫາວ່າ ວາງແຜນໂຄ່ນລົ້ມ ຣັຖບານ ຄອມມຸຍນິສລາວ, ແຕ່ຜູ້ຕ້ອງຫາ ອີກສິບຄົນ ທີ່ຖືກຕູ່ຫາ ໃນຄະດີດຽວກັນ ພ້ອມໆກັບ ນາຍພົນວັງປາວ ນັ້ນຍັງຖືກຕູ່ຫາ ໃນຄະດີນີ້ຢູ່ຕໍ່ໄປ.
ເຖິງຢ່າງໃດກໍດີ ທ່ານ John Keker ທະທານຄວາມຂອງ ນາຍພົນວັງປາວ ກ່າວຫລັງຈາກ ຄຳຕັດສິນ ຂອງຂຸນສານວ່າ: ທ່ານກ່າວວ່າ “ຄົນຈຳພວກນີ້ (ໝາຍເຖິງ ນາຍພົນວັງປາວ ແລະພັກພວກ) ເງິນຫ້າດອນລ່າ ສະຫະຣັຖ ກໍຍັງບໍ່ມີ ສະນັ້ນພວກເຂົາເຈົ້າ ຈະສາມາດຊື້ອາວຸດ ທີ່ມີຣາຄາເຖິງ ສິບລ້ານດອນລ່າ ໄດ້ແນວໃດ ເພື່ອໂຄ່ນລົ້ມ ຣັຖບານລາວ."
ທ່ານ Lawrence Brown ໄອຍະການ ສະຫະຣັຖ ອອກໃບແຈ້ງການວ່າ: “ສານຕັດສິນຍົກເລີກ ຄຳຕູ່ຫາຕໍ່ ນາຍພົນວັງປາວ ຫລັງຈາກເຈົ້າໜ້າທີ່ ໄດ້ສືບສວນ ແລະ ສອບສວນຄະດີ ດັ່ງກ່າວ ຢ່າງຄັກແນ່ແລ້ວ.”
ໃນເວລາສານ ຕັດສິນເທື່ອນີ້ ມີຊາວລາວເຜົ່າມົ້ງ ໄປໂຮມຊຸມນຸມ ສນັບສນູນ ນາຍພົນວັງປາວ ຫລາຍຄົນ; ຜູ້ນຶ່ງເວົ້າວ່າ:
”ຫລັງຈາກໄດ້ຕໍ່ສູ້ ຄຽງບ່າຄຽງໄລ່ ແລະຊື່ສັດ ຕໍ່ສະຫະຣັຖ ມາເປັນເວລາຫລາຍປີ ແລ້ວບັນພະບຸຣຸດ ແລະຜູ້ນຳຂອງ ພວກເຂົາເຈົ້າ ກັບຖືກຕູ່ຫາວ່າ ເປັນຜູ້ກໍ່ການ ຣ້າຍ; ສະນັ້ນພວກເຂົາເຈົ້າ ຈຶ່ງຮູ້ສຶກຖືກ ທໍຣະຍົດ ແລະຫັກຫລັງ.”
ເມື່ອປະມານ ສອງປີກ່ອນ ນາຍພົນວັງປາວ ແລະຄນະ ຖືກຕູ່ຫາຄະດີ ວາງແຜນໂຄ່ນລົ້ມ ຣັຖບານສປປລາວ ຊຶ່ງເປັນການກະທຳ ທີ່ຜິດກົດໝາຍ ຄວາມເປັນກາງ ຂອງສະຫະຣັຖ.









