ຊາວມົ້ງ ຈຳນວນ 158 ຄົນ ຍັງບໍ່ຮູ້ ຊາຕາກັມ ຂອງຕົນ
2009.02.04
ຊາວມົ້ງຄົນນື່ງ ຜູ້ທີ່ບໍ່ປະສົງ ອອກຊື່ ໃຫ້ການວ່າ ຊາວມົ້ງ 158 ຄົນ ໃນທີ່ກັກຂັງ ທີ່ດ່ານກວດຄົນ ເຂົ້າເມືອງທີ່ ແຂວງຫນອງຄາຍ ຍັງລໍຄອຍ ຄຳຕອບຈາກ ຣັຖບານ ໄທ ວ່າຈະດຳເນີນ ການຢ່າງໃດ ກັບພວກຂະເຈົ້າ ເພາະພວກເຂົາ ຖືກກັກຂັງ ມາເປັນເວລາ ກວ່າ 800 ມື້ແລ້ວ ດັ່ງລາວກ່າວ ໃນຕອນນື່ງວ່າ:
ເຮົາມີຄວາມ ເສັຽໃຈຫລາຍ ເພາະວ່າ ພວກເຮົາຖືກ ເຈົ້າຫນ້າທີ່ ໄທລົງໂທດ ມາດົນເກີນໄປ ບໍ່ມີໃຜເວົ້າ ຢ່າງໃດ ເຖີງຣັຖບານໄທ ທີ່ເປັນທາງການ. ຊາວມົ້ງກຸ່ມນີ້ ສແດງ ຄວາມເສັຽໃຈ ທີ່ບໍ່ໄດ້ຮັບ ການດູແລ ແລະເອົາໃຈໃສ່ ຈາກຣັຖບານໄທ ໃນບັນຫາ ຂອງພວກຂະເຈົ້າ ເພາະສພາບການ ໃນແຕ່ລະມື້ ກໍ່ຢູ່ໄປ ແບບບໍ່ມີ ຄວາມ ຫວັງ ໃນຊີວີດ ຕອ້ງການ ຣັຖບານໄທ ໃຫ້ຄຳຕອບ ທີ່ຊັດເຈນ ໃນບັນຫາ ຂອງພວກຂະເຈົ້າ ແຕ່ຈະບໍ່ ກັບຄືນໄປ ສປປລາວ ເປັນອັນຂາດ ເຖີງຈະຕາຍ ກໍ່ຍອມ.
ສ່ວນຝ່າຍ ເຈົ້າຫນ້າທີ່ ກ່ຽວຂ້ອງຂອງໄທ ຈາກດ່ານ ກວດຄົນເຂົ້າເມືອງ ທີ່ແຂວງຫນອງຄາຍ ກໍ່ບອກວ່າ ພວກຕົນ ບໍ່ສາມາດ ໃຫ້ຄຳຕອບໄດ້ ມີແຕ່ລໍຖ້າ ຄຳສັ່ງຈາກ ຂັ້ນສຸງ ເທົ່ານັ້ນ ດັ່ງ ພຕຣ ເອກ ພິຊິດ ອິທິປະທາໄຊ ຜູ້ກຳກັບການ ດ່ານກວດຄົນ ເຂົ້າເມືອງທີ່ ແຂວງຫນອງຄາຍ ເວົ້າວ່າ:
ເຮື້ອງວ່າ ຈະເຮັດຢ່າງໃດ ກັບຊາວມົ້ງ ທ່ານ ກໍ່ບໍ່ຮູ້ ເພາະເປັນ ນະໂຍບາຍ ຣະດັບປະເທດ ທ່ານເປັນພຽງ ແຕ່ຜູ້ປະຕິບັດ ນະໂຍບາຍ ທ່ານກໍ່ບໍ່ ສາມາດໃຫ້ ຄຳຕອບ ໄດ້. ຊາວມົ້ງກຸ່ມນີ້ ຖືກຈັບທີ່ ບາງກອກ ໃນປີ 2006 ຣັຖບານ ໄທພຍາຍາມ ທີ່ຈະພັກດັນ ໃຫ້ກັບ ສປປລາວ ແຕ່ເອົາມາ ຝາກຂັງທີ່ ດ່ານກວດຄົນ ເຂົ້າເມືອງທີ່ ຫນອງຄາຍ. ໃນຈຳນວນ 158 ຄົນ ທີ່ຖືກ ກັກຂັງນັ້ນ 104 ຄົນມີໃບ ຮັບຮອງຈາກ ຫ້ອງການ ຂ້າຫລວງໃຫຍ່ ອົງການ ສຫາປະຊາຊາດ ໃນຖານະ ຜູ້ອົພຍົບ.









