ເຈົ້າໜ້າທີ່ ໄທຽ ຈັບ ຊາວມົ້ງ 5 ຄົນ ໃນສູນ ບ້ານຫ້ວຍນ້ຳຂາວ

ຊາວມົ້ງລາວ ຢູ່ບ້ານ ຫ້ວຍນ້ຳຂາວຖືກເຈົ້າໜ້າທີ່ໄທຽຈັບອອກໄປຈາກພື້ນທີ່ 5 ຄົນໃນມື້ວັນທີ່ 5 ມີນານີ້ ເຮັດໃຫ້ຍາຕ ພີ່ນ້ອງ ເປັນຫ່ວງແລະ ທວງໃຫ້ເຈົ້າໜ້າທີ່ ໄດ້ປ່ອຍຕົວ ເຂົາເຈົ້າ

ຊາວມົ້ງລາວ ຈາກສູນ ຊົ່ວຄາວບ້ານຫ້ວຍ ນ້ຳຂາວ ເມືອງເຂົາຄໍ້ ແຂວງເພຊບູນ ຂອງໄທຽ ທີ່ບໍ່ສາມາດ ອອກຊື່ ໄດ້ແຈ້ງຕໍ່ທາງ ຜູ້ສື່ເອເຊັຽເສຣີ ວ່າໃນຕອນເຊົ້າ ຂອງມື້ ວັນທີ່ 5 ມີນາ 2009 ນີ້ມີເຈົ້າໜ້າ ທີ່ທະຫາຣໄທຽ ທີ່ຮັກສາຄວາມ ເປັນຣະບຽບ ຮຽບຮ້ອຍ ຈຳນວນໜື່ງ ໄດ້ເຂົ້າໄປ ໃນສູນ ແລະຈັບຄຸມຕົວ ຊາວມົ້ງຜູ້ຊາຍ 5 ຄົນ ອອກໄປໂດຽໃຫ້ ຂໍ້ຫາ ວ່າເຄີຽມີຄວາມ ຜິດແຕ່ ໃນສມັຍ ຫລົບໜີລີ້ຊ່ອນ ຢູ່ໃນລາວ ທີ່ຍີ່ງເຮັດໃຫ້ ທາງຄອບຄົວ ແລະຍາຕພີ່ນ້ອງ ຂອງເຂົາເຈົ້າ ບໍ່ພໍໃຈແລະ ອີກຢ່າງ ໜື່ງກໍບໍ່ມີ ກາຣພິສູຈ ຫລັກຖານ ວ່າມີມູລຄວາມ ຈີງແທ້ຫລືບໍ? ຈື່ງໄດ້ຮຽກຮ້ອງ ໃຫ້ເຈົ້າໜ້າທີ່ ປ່ອຍຕົວເຂົາເຈົ້າ:

“ກາຣກ່າວ ອ້າງຂອງທີ່ ຣັຖບາລໄທຽ ແລະ ຣັຖບາລລາວໄມ່ (ບໍ່) ມີມູລຄວາມຈີງ ຖ້າບອກວ່າເຮົາ ເປັນຄົນມົ້ງເຂົ້າ ເມືອງແບບຜິດ ກົດໝາຍ ໃຫ້ເຮົາກັບ ກໍກັບໃຫ້ ແບບດີໆ ແບບຕູ່ຫາ ຄະດີນີ້ ໃຫ້ເຮົາ ເຮົາຍອມ ຮັບໄມ່ (ບໍ່) ໄດ້”

ມົ້ງລາວ ທ່ານນີ້ ໄດ້ແຈ້ງເພີ່ມວ່າ: ຜູ້ທີ່ຖືກຈັບໄປ ນັ້ນຮວມທັງ ທ້າວ Neng Va Lor ອາຍຸ 58 ປີ ທ້າວ Sai Her Lee 39 ປີ ທ່ານ Tong Kue 38 ທ້າວ  Kou Moua 26 ປີ ແລະທ້າວ Ka Ying Xiong 39 ປີ ແລະວ່າທັງໝົດ ຖືກກ່າວ ຫາຄ້າຢາບ້າ ຢູ່ເມືອງລາວ ກ່ອນທີ່ຈະ ຫລົບໜີ ເຂົ້າເມືອງໄທຽ ຊື່ງເຣື່ອງດັງ ກ່າວນີ້ ທາງເຈົ້າໜ້າທີ່ ໄທຽກໍບໍ່ໄດ້ ໃຫ້ຣາຍລະອຽດ ແຕ່ຢ່າງໃດ ແຕ່ມົ້ງລາວ ທີ່ໃຫ້ຂໍ້ມູລ ດັ່ງກ່າວກໍມີ ແຕ່ວ່າ ກາຣທີ່ຈັບ ຜູ້ຕ້ອງຫາ ທີ່ບໍ່ມີ ຫລັກຖານ ເພື່ອກາຣພິສູດ ຢ່າງໃດນັ້ນ ເຊື່ອວ່າເປັນກາຣ ລະເມີດ ສິທທິມະນຸສ ຂັ້ນຮ້າຍແຮງ ຈື່ງຮຽກຮ້ອງໃຫ້ ທາງເຈົ້າໜ້າທີ່ ປ່ອຍຕົວເຂົາເຈົ້າ ດັ່ງທີ່ທ່ານ ໄດ້ກ່າວອີກວ່າ:

“ຜົມຈະບໍ່ຍອມ ງ່າຍໆ ໃຫ້ທະຫາຣໄທຽ ທະຫາຣລາວ ກ່າວຫາວ່າ ຄ້າຢາບ້າ ແລະຂ້າຄົນ ຢູ່ໃນ ປະເທສລາວ”

ຢ່າງໃດກໍຕາມ ຄວາມຄິດ ເຫັນຈາກທາງ ອົງກາຣ ດ້ານສິທທິມະນຸສ ຫລາຍໆຝ່າຍ ເຊື່ອວ່າ ກາຣຈັບຕົວ ຊາວມົ້ງ ແບບນີ້ ອາຈເປັນວິທີ ໜື່ງທີ່ຢາກໃຫ້ ຊາວມົ້ງໃນສູນ ຊື່ງຍັງມີບໍ່ ຕໍ່າກວ່າ 5,000 ຄົນນັ້ນຍອມຮັບ ແລະ ສະມັກກັບຄືນ ເມືອງລາວ ຕາມແຜນ ທີ່ທາງກາຣໄທຽ ແລະ ສປປລາວ ໄດ້ຕົກລົງ ກັນໄວ້ ແຕ່ແລ້ວຊາວມົ້ງ ດັ່ງ ກ່າວສ່ວນຫລາຍ ກໍຢືນຢັນ ທີ່ວ່າຈະບໍ່ ກັບຄືນເພາະຢ້ານ ຈະບໍ່ມີຄວາມ ປອດພັຍ!


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org