ຊາວມົ້ງລາວ ອີກ 110ຄົນ ກັບຄືນ ສປປລາວ

ທາງການລາວ ຢືນຢັນວ່າ ໄດ້ຮັບຊາວມົ້ງລາວ ຈຳນວນ110ຄົນ ທີ່ທາງການໄທ ສົ່ງມອບໃຫ້.
ໂພໄຊສວັດ
2009.09.03
F-VS-Hmongs ເດັກນ້ອຍຊາວມົ້ງລາວຢູ່ບ່ອນພັກເຊົາຊົ່ວຄາວເພື່ອຄອງຖ້າ ການສົ່ງກັບສປປລາວ.(ວັນທີ31ສິງຫາ2009)
Photo: RFA

ໃນມື້ວັນທີ 2 ກັນຍາ 2009 ທາງການໄທ, ໄດ້ສົ່ງມອບຊາວມົ້ງລາວ ຈາກສູນກັກຂັງ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ ແຂວງເພັຊບູນ ປະເທດໄທ, ໃຫ້ກັບທາງການ ລາວ ຈຳນວນ110ຄົນ ຈາກ29ຄອບຄົວ, ຊຶ່ງເປັນການສົ່ງ ຊາວມົ້ງລາວ ກັບຄືນປະເທດ ຢ່າງເປັນທາງການ ຄັ້ງທີ17, ຕາມຂໍ້ຕົກລົງ ສອງຝ່າຍລາວ-ໄທ.ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຂັ້ນສູງ ຂອງລາວ ພັນເອກ ສີພັນ ພຸດທະວົງ ຢືນຢັນວ່າ:

"ເອີໄປຢູ່ສູນເພື່ອ ຈະຊັບຊ້ອນໄປ ເອີ 110ຄົນ."

ທາງການລາວ ຈັດພິທີຮັບມອບ ຊາວມົ້ງລາວ ຂື້ນຢ່າງເປັນທາງການ ຢູ່ໂຮງແຮມຣາຊວົງ ນະຄອນຫລວງວຽງຈັນ, ໂດຍຊາວມົ້ງລາວ ທັງໝົດ ຈະໄດ້ຮັບເງິນ ຊ່ວຍເຫລືອພ້ອມກັບ ເຄື່ອງຂອງ ທີ່ຈຳເປັນຕໍ່ການ ໃຊ້ຊີວິດຕໍ່ໄປ.

ເມື່ອພິທີຮັບມອບ ສິ້ນສຸດລົງ, ທາງການລາວ ກໍຈະເອົາພວກຂະເຈົ້າ ໄປບ່ອນພັກເຊົາ ຊົ່ວຄາວ ທີ່ໄດ້ຈັດໄວ້ໃຫ້ ແລ້ວກໍຈະສອບຖາມ ລາຍລະອຽດ ກ່ອນຈະສົ່ງກັບ ໄປບ້ານເດີມ ທີ່ໄດ້ຈາກມາ, ຫລືບ້ານໃໝ່ ທີ່ທາງການ ຈັດສັນໄວ້.

ທາງຝ່າຍເຈົ້າໜ້າທີ່ ທະຫານໄທ ທີ່ເບິ່ງແຍງ ຊາວມົ້ງລາວ ຢູ່ບ້ານຫ້ວຍນ້ຳຂາວ ເວົ້າວ່າ ທາງການໄທ ມີຄວາມພ້ອມທີ່ ຈະສົ່ງຊາວມົ້ງລາວ ຈຳນວນ4,000ກວ່າຄົນ, ກັບຄືນລາວ ໃຫ້ໝົດຕາມທີ່ໄດ້ ຕົກລົງກັນໄວ້. ຝ່າຍໄທເວົ້າອີກວ່າ, ຊາວມົ້ງລາວ ທີ່ສມັກໃຈກັບຄືນ ປະເທດນັ້ນ, ທາງການໄທ ຈະແຍກອອກໄປ ບ່ອນພັກຊົ່ວຄາວ ຢູ່ກອງພັນ ທະຫານມ້າທີ28 ກ່ອນທີ່ຈະສົ່ງ ກັບຄືນໄປລາວ.

ທາງການໄທໄດ້ສົ່ງ ຊາວມົ້ງລາວກັບ ເປັນຄັ້ງທີ17 ມີປະມານ 3,000ກວ່າຄົນແລ້ວ ແລະຍັງມີອີກ 4,000ກວ່າຄົນ ທີ່ທາງການໄທ ຈະພຍາຍາມ ສົ່ງຄືນໃຫ້ໝົດ ພາຍໃນປີ 2009ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.