ອົງກາຣຄາໂທລິຄ ໃນໄທ ຖ້າອະນຸຍາຕ ຢ້ຽມຊາວມົ້ງ

ອົງກາຣ ຄາໂທລິຄ ແຫ່ງປະເທສໄທຽ ຍັງບໍ່ໄດ້ຮັບ ອະນຸຍາຕ ໃຫ້ເຂົ້າມາ ຢ້ຽມຢາມຊາວມົ້ງ ທີ່ຖືກສົ່ງໃຫ້ ທາງກາຣລາວ ແຕ່ທ້າຍປີ 2009 ເທື່ອ ໃນປັຈຈຸບັນ ນີ້.
ຫວາດ ສີມູນ
2010.02.11
F-Hmong-groups ຊາວມົ້ງລາວ ທີ່ຖືກສົ່ງກັບ ໂດຍທາງການໄທ ຈາກບ້ານຫ້ວຍນໍ້າຂາວ ຊຶ່ງໃນເວລານີ້ ຫລາຍໆອົງການ ຈາກນາໆຊາຕ ພຍາຍາມ ຂໍອະນຸຍາຕ ເຂົ້າໄປຢ້ຽມຢາມ ເບິ່ງການເປັນຢູ່
AFP

ທາງອົງກາຣ ຄາໂທລິຄ ແຫ່ງ ປະເທສໄທຽ ທີ່ເຄີຽໃຫ້ ຄວາມຊ່ວຍເຫລືອ ຊາວມົ້ງລາວກວ່າ 4000 ຄົນ ທີ່ຄ້າງຢູ່ ສູນອົພຍົພ ຊົ່ວຄາວ ໃນແຂວງເພຊບູນ ໃນເມື່ອກ່ອນ ແລະ ພາຍຫລັງທີ່ ທາງກາຣໄທຽ ຈັດສົ່ງໃຫ້ ຣັຖບາລລາວ ໃນທ້າຍເດືອນ ທັນວາ ຜ່ານມາແລ້ວນັ້ນ ເທົ່າປັຈຈຸບັນນີ້ ຍັງບໍ່ທັນໄດ້ ຮັບອະນຸຍາຕ ໃຫ້ນໍາໄປ ຢ້ຽມຢາມເບິ່ງ ຄວາມສຸຂທຸກຂ໌ ຂອງເຂົາເຈົ້າ ແຕ່ຢ່າງໃດ.

ທ່ານ Joseph Phibul Visitnonthachai, ບີຊອປ (Bishop) ຂອງອົງກາຣ ຄາໂທລິຄໄທຽ ປະຈຳ ນະຄອນພະນົມວ່າ ກ່ອນທີ່ ຊາວເຜົ່າລາວມົ້ງ ຈະຖືກສົ່ງ ກັບຄືນລາວນັ້ນ ທາງເຈົ້າໜ້າທີ່ ຈາກ ອົງກາຣ ຂອງທ່ານ ກໍໄດ້ຢືນຢັນ ທີ່ຈະຕິດຕາມ ນຳໄປໃຫ້ ຄວາມຊ່ວຍເຫລືອ ແກ່ເຂົາເຈົ້າ ແຕ່ແລ້ວຍັງບໍ່ ສາມາດ ປະຕິບັຕໄດ້ ເພາະທາງກາຣລາວ ບໍ່ອະນຸຍາຕ ໃຫ້ທາງຄະນະ ຕິດຕາມໄປ ແຕ່ຢ່າງໃດ.

ເຖິງຢ່າງໃດ ກໍຕາມ ທ່ານ ພິບູລ ຍັງຈະສືບຕໍ່ ຄວາມພຍາຍາມ ແລະ ໃນຂນະດຽວກັນ ກໍຢາກໃຫ້ ທາງກາຣກ່ຽວຂ້ອງ ສປປລາວ ມີກາຣ ປະສານງານ ກັບທາງອົງກາຣ ສະຫະປະຊາຊາຕ ດ້ານຜູ້ ອົພຍົພ ຫລື UNHCR ຫລືອົງກາຣ UNICEF ຫລືບໍ່ກໍຂໍໃຫ້ ອະນຸຍາຕ ແກ່ອົງກາຣ ຄາໂທລິຄ ຂອງທ່ານ ເພື່ອເຂົ້າໄປ ຕິດຕາມຢ້ຽມຢາມ ແລະ ເບີ່ງສະພາບ ກາຣຢູ່ກາຣກິນ ຂອງຊາວມົ້ງ ທີ່ຖືກສົ່ງ ກັບຄືນ ທີ່ວ່າໄດ້ ສົ່ງໄປຢູ່ຕາມ ໝູ່ບ້ານຈັດຈັນ ຫລືຄືນໄປ ອາສັຍຢູ່ກັບ ພີ່ນ້ອງ ຂອງເຂົາເຈົ້າ ແລ້ວນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.