ຊາວມົ້ງ ອະເມຣິກັນ ຮຽກຮ້ອງ ຕໍ່ ສະຫະຣັຖ

ກຸ່ມຊາວມົ້ງລາວ ຮຽກຮ້ອງໃຫ້ ສະຫະຣັຖ ຊ່ອຍເຫລືອ ຊາວມົ້ງລາວ ໃນໄທ ຢ່າງຮີບດ່ວນ
ໂພໄຊສວັດ
2009.05.22

ຫລັງຈາກທີ່ມີ ການປະກາດ ຂອງ ອົງການແພດ ບໍ່ມີພົມແດນ Medecins Sans Frontiers ຫລື MSF ວ່າຈະຍຸຕິ ການຊ່ອຍເຫລືອ ດ້ານອາຫານ ແລະ ການປິ່ນປົວ ແກ່ຊາວມົ້ງ ຫລາຍກວ່າ 5,000 ຄົນ ທີ່ບ້ານ ຫ້ວຍນ້ຳຂາວ, ເນື່ອງຈາກອັນ ທີ່ວ່າກຸ່ມ ເລົ່ານີ້ເວົ້າວ່າ ທາງການໄທ ມີນະໂຍບາຍ ບັງຄັບໃຫ້ ຂະເຈົ້າກັບ ປະເທດ ພ້ອມທັງມີການ ທຳຮ້າຍ ພວກຂະເຈົ້ານັ້ນ ອົງການເພື່ອ ສິດທິມະນຸສ ແລະ ອົງການຊ່ອຍເຫລືອ ທີ່ບໍ່ຫວັງຜົນ ກຳໄລ ຈຶ່ງໄດ້ພາກັນ ອອກມາຮຽກຮ້ອງ ຢູ່ທີ່ ນະຄອນຫລວງ ວໍຊິງຕັນ  ໃນມື້ວັນພຸດ ທີ20 ພືສພາ ນີ້.

ຫລາຍອົງການ ສ່ວນໃຫຍ່ຈະເປັນ ອົງການ ທີ່ບໍ່ຂື້ນກັບ ຣັຖບານ ຮ່ວມກັບຊາວລາວ ແລະຊາວມົ້ງ ອະເມຣິກັນ ໄດ້ຮຽກຮ້ອງ ໃຫ້ປະທານາ ທິບໍດີ ໂອບາມາ ແລະ ຣັຖສະພາ ໃຫ້ການຊ່ອຍເຫລືອ ສຸກເສີນດ້ານ ອາຫານການກິນ ແກ່ພວກຂະເຈົ້າ ແລະໃຫ້ເຊົາ ບັງຄັບໃຫ້ພວກ ຂະເຈົ້າກັບລາວ.

ທ່ານ ວັງຢີວັງ ປະທານ ແລະຜູ້ກໍ່ຕັ້ງ ສະຖາບັນ ນັກຮົບເກົ່າ ລາວ-ອະເມຣິກັນ ກ່າວວ່າ:

ພວກເຮົາ ຊາວລາວມົ້ງ ອະເມຣິກັນ ແລະຄອບຄົວ ທີ່ເປັນພີ່ນ້ອງ ຂອງຊາວລາວມົ້ງ ຢູ່ໃນ ປະເທດໄທ ມານະຄອນຫລວງ ວໍຊິງຕັນ ເພື່ອຂໍຮ້ອງ ໂດຍກົງຕໍ່ ຣັຖສະພາ ສະຫະຣັຖ ຣັຖບານໃໝ່ ແລະ ປະທານາ ທິບໍດີ ໂອບາມາ ໃຫ້ ພິດຈາຣະນາ ຊ່ອຍເຫລືອ ຢ່າງຈິງຈັງ ແກ້ໄຂບັນຫາ ວິກິດການ ຂອງຊາວມົ້ງລາວ ທີ່ບ້ານ ຫ້ວຍນ້ຳຂາວ ແຂວງ ເພັດຊະບູນ ແລະຢູ່ແຂວງ ໜອງຄາຍ ປະເທດໄທ.

ນອກຈາກນີ້ ກຸ່ມຊຸມນຸມ ດັ່ງກ່າວ ຍັງໄດ້ຮຽກຮ້ອງ ໄປເຖິງ ນາຍົກ ຮັຖມົນຕຣີໄທ ທ່ານ ອະພິສິດ ເວດຊາຊີວະ ໃຫ້ເປີດສູນ ຫ້ວຍນ້ຳຂາວໃ ຫ້ເຂົ້າໄດ້ ຢ່າງເສຣີ ແລະ ອະນຸຍາດໃຫ້ ໃຫ້ການຊ່ອຍເຫລືອ ດ້ານມະນຸສທັມ ແກ່ພວກຊາວ ມົ້ງລາວ ດັ່ງກ່າວອີກດ້ວຍ ໃນເມື່ອ MSF ຈະຍຸຕິການ ຊ່ອຍເຫລືອ ແລະຖອນໂຕ ອອກຈາກສູນບ້ານ ຫ້ວຍນ້ຳຂາວ ແລ້ວນັ້ນ.    


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.