ທາງການລາວ ໃຫ້ການຊ່ອຍເຫລືອ ຊາວເຜົ່າມົ້ງ ທີ່ຖືກສົ່ງກັບ

ທາງການລາວ ຢືນຢັນວ່າ ຈະໃຫ້ ການອຸປະຖັມ ແກ່ຊາວມົ້ງ ທີ່ຖືກສົ່ງກັບ ຈາກປະເທດໄທ ເປັນເວລາ ນື່ງປີ ເພື່ອໃຫ້ເຂົາເຈົ້າ ຕັ້ງຕົ້ນ ຊີວິດໃໝ່ໄດ້ ໂດຍຈະ ປະກອບເງິນອຸດໜູນ ໃຫ້ ຜູ້ລະ 3 ແສນກີບ, ແລະ ໃຫ້ເຄື່ອງຂອງ ທີ່ຈໍາເປັນ ໃນການດໍາຣົງຊີວິດ ໃນເບື້ອງຕົ້ນ.
ສົມເນ ຣາຍງານ
2008.09.02

ເຈົ້າໜ້າທີ່ ຈາກກະຊວງປ້ອງກັນ ຄວາມສງົບຂອງລາວ ທ່ານນື່ງ ໄດ້ອະທິບາຍ ກັບ ວິທຍຸເອເຊັຽເສຣີ:


ນອກຈາກ ທີ່ຝ່າຍໄທ ຈະໃຫ້ແລ້ວ ພວກຂ້າພະເຈົ້າ ຈະໃຫ້ອີກ ຈະລ້ຽງ ເຂົາເຈົ້າ ອີກໄປປະມານ ນື່ງປີ​ ຈົນກ່ວາ ຈະຮອດລະດູການເກັບກ່ຽວ. ​ໄດ້ຄ່າຕອບແທນ ຜູ້ລະ 3 ​ແສນກີບ ແລ້ວກໍ ຈະໃຫ້ເຄື່ອງນຸ່ງຫົ່ ເຄື່ອງຫຍັງຕ່າງໆທີ່ຂາດເຂີນ ພວກຂ້າພະເຈົ້າ ຈະຊື້ໃຫ້ໝົດ.”

ເຈົ້າໜ້າທີ່ ຄົນດຽວກັນນີ້ ໄດ້ອະທິບາຍ ວ່າ ເທົ້າປັດຈຸບັນນີ້ຝ່າຍລາວ ໄດ້ຮັບເອົາ ຊາວເຜົ້າມົ້ງ ທີ່ທາງການໄທ ສົ່ງຄືນ ໃຫ້ 5 ຊຸດແລ້ວ ມີຈໍານວນ ທັງໝົດ ປະມານ 2,000 ຄົນ. ຊາວມົ້ງ ຈໍານວນນີ້ ສ່ວນຫລາຍຈະສົ່ງກັບຄືນ ບ້ານເດີມ ຂອງເຂົາເຈົ້າ ໃນສາມແຂວງ ຄືແຂວງວຽງຈັນ ຊຽງຂວາງ ແລະແຂວງບໍຣິຄໍາໄຊ.

ນັບຕັ້ງແຕ່ ທາງການໄທ ແລະ ທາງການລາວ ໄດ້ມີການຕົກລົງກັນ ວ່າ ຈະສົ່ງຊາວເຜົ້າມົ້ງ ຈາກສູນ ບ້ານຫ້ວຍນໍ້າຂາວ ກັບຄືນໄປຍັງ ລາວ, ອົງການນາຊາດ ມີຄວາມຢ້ານກົວ ວ່າ ການກະທໍາຂອງທາງການໄທ ແລະທາງການລາວ ຈະບໍ່ໂປ່ໃສພໍ ແລະຢ້ານວ່າ ຊາວມົ້ງເລົ່ານີ້ ບໍ່ມີຄວາມປອດໄພ. ​ກ່ຽວກັບເຣື້ອງນີ້ ທາງການ

ລາວ ​​ໄດ້ຖະແຫລງວ່າ:


​“ແລະ ກໍໄດ້ສົ່ງ cassette CD ບັນທືກພາບ ທີ່ຂ້າພະເຈົ້າ ໄປສົ່ງແຕ່ລະຈຸດ ແຕ່ລະບ່ອນນັ້ນ ໃຫ້ທາງນ່ວຍງານ ​ຝ່ໄທ ໄປສາຍໃຫ້ເຂົາເຈົ້າເບິ່ງ. ອັນທີສອງມາ ພີ່ນ້ອງເຂົາເຈົ້າ ທີ່ມາແລ້ວເຂົາກໍໂທຣະສັບໄປຫາກັນວ່າ ຣັຖບານລາວ ໄດ້ເອົາໃຈໃສ່ ແນວນັ້ນແນວນີ້ ເຂົາເຈົ້າ ກໍພໍອົກພໍໃຈ ທີ່ວ່າ ຈະກັບຄືນບ້ານເກີດເມືອງນອນນີ້.”


ຜ່ານມາທາງກະຊວງການຕ່າງປະເທດ ຂອງລາວ ກໍເຄີຽ​​ເວົ້າ ວ່າ ຊາວມົ້ງ ທຸກຄົນ ທີ່ກັບຄືນ ມາລາວ ຈະໄດ້ຮັບສິດທິ ຄືກັນກັບປະຊາຊົນລາວທົ່ວໄປ, ມີບັດປະຊາຊົນ ແລະ ໄດ້ຮັບການປົກປ້ອງທາງດ້ານກົດໝາຍ, ​ແຕ່ເຖິງຢ່າງໃດ ກໍດີຊາວມົ້ງ ຈໍານວນນື່ງ ກໍຍັງລັ່ເລໃຈຢູ່ເພາະຢ້ານຕົນເອງ ບໍ່ມີຄວາມປອດໄພ ໃນຊີວິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.