ທາງການລາວ ຈະໄປສຳຣວດ ຊາວລາວເຜົ່າມົ້ງ ທີ່ສູນບ້ານ ຫ້ວຍນ້ຳຂາວຂອງໄທ
ຈຳປາທອງ
2009.02.18
2009.02.18
ພາຍຫລັງການເຂົ້າ ຮ່ວມກອງປຸຊຸມຂອງ ຄະນະກຳມາທິການ ຊາຍແດນ ລາວ-ໄທ ທີ່ປະເທດໄທ ເຈົ້າໜ້າທີ່ຂັ້ນສູງ ຂອງທາງການ ສ.ປ.ປ.ລາວ ຈະໄປເບິ່ງຊາວລາວ ເຜົ່າມົ້ງ ທີ່ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັດສະບູນ ປະເທດໄທ ໃນວັນພະຫັດ ເພື່ອໂຄສະນາ ຂົນຂວາຍໃຫ້ພວກ ເຂົ້າເຈົ້າກັບຄືນ ບ້ານເດີມທີ່ ສ.ປ.ປ.ລາວ.
ໃນການໄປຄັ້ງນີ້ ຄະນະເຈົ້າໜ້າທີ່ ທາງການລາວດັ່ງກ່າວ ນຳພາໂດຍ ນາຍພົນ ບົວຊຽງ ຈຳປາພັນ ປະທານຮ່ວມຂອງຄະນະ ອະນຸກຳມາທິການ ຮັກສາຄວາມ ສະຫງົບຮຽບຮ້ອຍ ຕາມແນວຊາຍແດນ ລາວ-ໄທ ຈະເວົ້າເຖິງການ ເບິ່ງແຍງຊາວລາວ ເຜົ່າມົ້ງຫລາຍພັນຄົນ ພາຍຫລັງທີ່ພວກ ເຂົາເຈົ້າກັບໄປ ຈາກປະເທດໄທ ຄືນ ສ.ປ.ປ.ລາວ.
ທ່ານ ບົວຊຽງ ໄດ້ໄປ ພິດສະນຸໂລກ ຊຶ່ງເປັນແຂວງພາກ ເໜືອຂອງໄທເພື່ອ ເຂົ້າຮ່ວມກອງປະຊຸມ ຂອງຄະນະກັມມາ ທິການຊາຍແດນ ກັບທ່ານ ນາຍພົນ ນິພັດ ທອງເລັກ ຫົວໜ້າກົມຊາຍແດນ ຂອງກອງທັບໄທ ເປັນເວລາ 2 ວັນ ຄື ວັນພູດ ແລະວັນພະຫັດ.









