ສປປລາວສັນຍາວ່າ ຈະເບີ່ງແຍງຊາວມົ້ງ
2010.01.19
ອີງຕາມແຫລ່ງຂ່າວ ພັກຣັຖ ແລະ ກຸ່ມນັກການທູດ ຕ່າງປະເທດໃນລາວ ໃນມື້ວັນອັງຄານ. ຮອງຣັຖມົນຕຣີ ຕ່າງປະເທດ ສປປລາວ ທ່ານ ພົງສວັດ ບຸບຜາ ໄດ້ພົບປະກັບ ນັກການທູດຈາກ ສະຫະພາບຢູໂຣບ ສະຫະຣັຖ ອະເມຣິກາ ແລະ ອອສເຕຣເລັຽ ໃນມື້ວັນທີ 15 ມົກກະຣາ ເພື່ອແຈ້ງເຫດການ ຂອງຄວາມເປັນຫວ່ງ ກ່ຽວກັບຊາວມົ້ງ ຈຳນວນ 4,500 ຄົນທີ່ຖືກສົ່ງ ກັບລາວຈາກໄທ ໃນເດືອນທັນວາ ວັນທີ 28 ທີ່ຜ່ານມາ ວຽງຈັນທາມສ໌ລາຍງານ.
ທ່ານ ພົງສວັດ ໄດ້ກ່າວຕໍ່ ນັກການທູດວ່າ ຊາວມົ້ງກຸ່ມດັ່ງກ່າວ ສາມາດໄປຕັ້ງຖີ່ນຖານ ໃນບ້ານທີ່ຂະເຈົ້າ ເລືອກເອງ, ຣັຖບານຈະຊ່ວຍເຫລືອ ອາຫານການກີນ ເຄື່ອງນຸ່ງຫົ່ມ ແລະ ຢາຮັກສາໂຣຄ ເມື່ອເວລາຂະເຈົ້າ ໄປເຖີງພູມລຳເນົາ ເດີມຂອງຂະເຈົ້າ ຫນັງສືພີມດັ່ງກ່າວ ທີ່ເປັນປາກກະບອກສຽງ ຂອງຣັຖບານລາຍງານ ແລະ ວ່າແຜນການຂອງ ຣັຖບານໃນຣະຍະຍາວ ກໍ່ແມ່ນການສ້າງບ້ານເຮືອນ ໃຫ້ແກ່ພວກຂະເຈົ້າ ຄອບຄົວລະນື່ງຫລັງ ແລະ ອະນຸມັດ ທີ່ດີນທຳມາຫາກີນ ໃຫ້ແກ່ພວກ ຂະເຈົ້າ.
ນອກຈາກນັ້ນ ທາງຣັຖບານ ຍັງມີແຜນການ ທີ່ຈະສ້າງຣະບົບ ນ້ຳສະອາດ ສ້ວມຖ່າຍ ຖນົນ ໂຮງຮຽນ ຮ່ວມດ້ວຍການບໍຣິຈາກ ອາຫານການກິນ ຈົນກວ່າພວກ ຂະເຈົ້າ ຈະສາມາດຕັ້ງຕົວໄດ້. ຣັຖບານລາວ ຍັງອະນຸຍາດໃຫ້ ນັກການທູດຕ່າງປະເທດ ຮ່ວມດ້ວຍສະມາຊີກ ສະພາຕ່ຳຈ າກສະຫະຣັຖ ສາມຄົນ ເຂົ້າໄປຢ້ຽມສູນ ຕັ້ງຖີ່ນຖານຊາວມົ້ງ ແຕ່ຫ້າມເຈົ້າຫນ້າທີ່ ຂ້າຫລວງໃຫຍ່ ດ້ານອົພຍົບ ອົງການສະຫະປະຊາຊາດ ເຂົ້າໄປສຳພາດ ກຸ່ມດັ່ງກ່າວ.









