ລາວ ປະຕິເສດ ຄໍາກ່າວຫາ ຂອງ ກຸ່ມສິດທິມະນຸດ

ສປປລາວ ປະຕິເສດ ຄໍາກ່າວຫາ ຂອງ ອົງການ ສິດທິມະນຸດ ທີ່ວ່າ ມີການ ກັກຂັງ ຜູ້ນໍາ ຊາວມົ້ງ ທີ່ ຖືກສົ່ງກັບ ລາວ ວ່າບໍ່ມີມູນຄວາມຈິງ.
ໂພໄຊສວັດ ຣາຍງານ
2008.10.29
FT-hmong finger printed ເຜົ່າມົ້ງ ຫ້ວຍນໍ້າຂາວ ທີ່ກໍາລັງຖືກສົ່ງກັບ ສປປລາວ
photo by RFA

ອົງການ ສິດທິມະນຸດ ນາໆ​ຊາດ ຮຽກຮ້ອງໃຫ້ ທາງການລາວ ປ່ອຍຕົວ ພວກຜູ້ນໍາຊາວມົ້ງລາວ ທີ່​ທໍາ​ການ ກໍ່ກວນ​ຄວາມ​ສ​ງົບ ຢູ່​ສູນບ້ານ​ຫ້ວຍ​ນໍ້າ​ຂາວ ​ປະ​ເທດ​ໄທ ​ເມື່ອ​ເດືອນ ມິຖຸນາ​ ຜ່ານ​ມາ. ຈາກ​ລາຍ​ງານ ຂອງອົງການສິດທິມະນຸດ ຜູ້​ນໍາ​​ເລົ່າ​ນີ້ ໄດ້​ຖືກ​ສົ່ງ​ກັບຄືນ ສປປລາວ ​ແລະ ຕໍ່​ມາ​ກໍ​ໄດ້​ຖືກກັກ​ຂັງ.

ທ່ານ ຢົ້ງ ຈັນທະ​ລັງສີ ​ໂຄສົກ​ ກະຊວງ​ ການ​ຕ່າງປະ​ເທດລາວ ກ່າວ​ວ່າ:

“ດຽວ​ນີ້ ຢາກ​ແຈ້ງ​ໃຫ້​ຮູ້ ​ເລີຍ​ວ່າ ບໍ່​ມີ​ຜູ້​ໃດ​ເຊື່ອ​ວ່າ ບໍ່​ໄດ້​ກັບ ​ບ້ານ​ເກີດ​ເມືອງ​ນອນ ຂອງ​ໂຕ ມີ​ແຕ່​ວ່າ ຢູ່​ໃນ​ພວກ 18 ຄົນ​ນີ້ ຢູ່​ໃນ​ຫັ້ນ​ ມີ 9 ຄົນ ທີ່​ເປັນ​ເປົ້າ​ໝາຍ ທີ່​ທາງ​ເຈົ້າ​ໜ້າ​ທີ່​ໄທ ​ໄດ້​ຂໍ​ຮ້ອງ​ໃຫ້ ​ພວກ​ເຮົາ​ນີ້ ຂໍ​ໃຫ້ຣັຖບານ​ລາວ​ນີ້ ຄຸ້ມ​ຄອງ ​ເຂົາ​ບໍ່​ຢາກ​​ເຫັນ​ໜ້າ ​ຢູ່​ເມືອງ​​ໄທ​ອີກ ​ເພາະວ່າ ​ເຂົາ​ກະທໍາ​ຜິດ​ ຢູ່​ເມືອງ​ໄທ.”

​ເມື່ອ ວັນ​ທີ 20 ມິຖຸນາ ຊາວ​ເຜົ່າ​ມົ້ງລາວ ກວ່າ 5,000 ຄົນ ​ໃນ​ຈໍາ​ນວນ 8,000 ຄົນ ພາກັນ​ ຍ່າງ​ອອກ​ຈາກ ສູນ ອົບ​ພະຍົບ ບ້ານ​ຫ້ວຍ​ນໍ້າ​ຂາວ ​ເພື່ອ​ປະ​ທ້ວງ ການ​ຈັບ​ກຸມ ​ແລະ ​ເນລະ​ເທດ ຊາວ​ເຜົ່າ​ມົ້ງ ລາວ​ ທີ່​ຂໍ​ລີ້​ພັຍ​ ການ​ເມືອງ.

ອົງການສິດທິມະນຸດ ກ່າວ​ວ່າ ກອງ​ທະຫານ​ໄທ ​ໄດ້​ເຂົ້າ​ມາ ຢັບຢັ້ງ ຢຸດການ​ປະ​ທ້ວງ ​ໃນ​ຄັ້ງ​ນັ້ນ ​ພຽງ​ແຕ່ 5 ກິ​ໂລ​ແມັດ ຈາກ​ສູນ ອົບ​ພະຍົບ ​ແລະ ​ໄດ້ ສະກັດ​ກັ້ນ ຜູ້​ເດີນ​ກະບວນ ພ້ອມ​ທັງ ລູກ​ເລັກ​ເດັກນ້ອຍ ຕລອດ​ຄືນ ​ໂດຍ ປາສະຈາກ ອາຫານ​ການ​ກິນ ​ແລະ ນໍ້າ​ດື່ມ.​ ໃນມື້​ທີ​ສອງ, ທາງ​ການ​ໄທ ກໍ​ໄດ້ຈັບ​ກຸມ ຊາວ​ມົ້ງ 837 ຄົນ ​ແລະ​ ໄດ້​ສົ່ງ​ພວກ ຂະ​ເຈົ້າ​ ຄືນ​ໄປ ສປປລາວ ​ໃນ​ມື້​ຕໍ່​ມາ.

ສໍາລັບ​ ການ​ເບິ່ງ​ແຍງ ຊາວ​ມົ້ງ ດັ່ງກ່າວ ທ່ານ ຢົ້ງ​ໄດ້ກ່າວ​ວ່າ:

“ພວກ​ຂ້າພະ​ເຈົ້າ ດູ​ແລ​ເບິ່ງ​ແຍງ ພິ​ເສດ​ນີ້ ​ໝາຍ​ຄວາມ​ວ່າ 1 ​ໄດ້​ແນະ​ນໍາ ​ອໍານາດ​ການ​ປົກຄອງ ທ້ອງ​ຖິ່ນ ບໍ່​ໃຫ້​ປ່ອຍປະ​ລະ​ເລີຍ ພວກ​ນີ້ ​ໃຫ້​ເຂົາ ລັກ​ກັບ​ເມືອງ​ໄທ​ອີກ, ອັນ​ທີ 2 ​ເຕືອນ ກ່າວ​ເຕືອນ​ເຂົາ ວ່າ ຖ້າກັບ​ຄືນ​ເມືອງ​ໄທ ​ແລ້ວ​ຈະ​ຖືກ​ຈັບ​​ໂລດ ​ເພາະ​ທາ​ງ​ເຈົ້າ​ໜ້າ​ທີ່ ​ໄທ ​ໄດ້​ແຈ້ງ​ມາ​ ໃຫ້​ພວກ ຂ້າພະ​ເຈົ້າ​ຮູ້ ​ແລ້ວ​ວ່າ ຖ້າ​ກັບ​ຄືນ ​ເມືອ​ເມືອງ​ໄທ ມື້​ໃດ ​ແມ່ນ​ຖືກ​ຈັບ​ມື້​ນັ້ນ.”

​ເຖິງ​ຢ່າງ​ໃດ​ກໍ​ຕາມ ທາງ​ການ ລາວ ​ແລະ ​ໄທ ​ເຫັນ​ວ່າ ຊາວ​ມົ້ງ​ເລົ່າ​ນີ້ ​ເປັນ​ພຽງ​ແຕ່ ຜູ້ລັກລອບ​ເຂົ້າ​ເມືອງ​ ທີ່​ຜິດ​ກົດໝາຍ ຈຶ່ງ​ໄດ້​ຖືກ ສົ່ງ​ກັບ​ຄືນ​ໄປ ບ້ານ​ເກີດ​ເມືອງ​ນອນ ຊຶ່ງ​ການ​ສົ່ງ​ກັບ ບໍ່​ໄດ້​ຖືກ ກວດກາ ຫລື ສັງ​ເກດ​ການ ຈາກ​ ອົງການ​ນາໆ​ຊາດ ​ເລີຍ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.