ແພດ ບໍ່ມີພົມແດນ ປະກາດ ຖອນຕົວ

ອົງການແພດ ບໍ່ມີພົມແດນ ປະກາດ ຖອນຕົວອອກຈາກ ສູນບ້ານຫວ້ຍນ້ຳຂາວ ແລະຍຸຕິການ ປະຕິບັດງານ ເພື່ອໃຫ້ຄວາມ ຊ່ວຍເຫລືອຊາວມົ້ງ ໃນທີ່ນັ້ນ ຢ່າງເປັນທາງການ.
ສິດນີ
2009.05.21
F-gilles-Isard ທ່ານGilles Isard ຫົວຫນ້າອົງການແພດ ບໍ່ມີພົມແດນປະຈຳປະເທດໄທ
Photo: RFA

ໃນມື້ວັນທີ 20 ເດືອນ ພືສພາ ອົງການແພດ ບໍ່ມີພົມແດນ ຫລື MFS ໄດ້ຖແລງຂ່າວທີ່ ສະມາຄົມ ນັກຂ່າວຕ່າງ ປະເທດ ທີ່ບາງກອກ ປະເທດໄທວ່າ ພວກຕົນບໍ່ ສາມາດ ປະຕິບັດງານ ໃຫ້ການຊ່ວຍເຫລືອ ຊາວມົ້ງລາວ ທີ່ສູນບ້ານຫ້ວຍ ນ້ຳຂາວ ໄດ້ອີກຕໍ່ໄປ ເພາະຮັບ ນະໂຍບາຍການ ສົ່ງຊາວມົ້ງ ກັບລາວແລະການ ປະຕິບັດ ງານ ຂອງເຈົ້າຫນ້າທີ່ ໄທໃນສູນດັ່ງ ກ່າວນັ້ນບໍ່ໄດ້. ດັ່ງທ່ານ Gilles Isard ຫົວຫນ້າ ອົງການແພດ ບໍ່ມີພົມແດນ ປະຈຳ ປະເທດໄທ ກ່າວໃນຕອນ ນື່ງວ່າ:

ທ່ານວ່າ: ອົງການແພດ ບໍ່ມີພົມແດນ ໃຊ້ຄວາມ ພະຍາຍາມ ທຸກວີທີທາງ ເພື່ອຢາກໃຫ້ ສະພາບການ ການປະຕິບັດ ຕໍ່ຊາວມົ້ງ ໃນສູນບ້ານຫ້ວຍ ນ້ຳຂາວ ເປັນໄປ ແບບໂປ່ງໃສ ແຕ່ເປັນຫນ້າ ເສັຽໃຈ ເທົ່າເຖີງ ປັດຈຸບັນ ສະພາບການ ກໍ່ບໍ່ມີຫຍັງ ປ່ຽນແປງ ຊາວມົ້ງຫລາຍຄົນ ກໍ່ຖືກສົ່ງກັບ ສປປລາວ ແລະຫລາຍຄົນກໍ່ ຖືກບັງຄັບ.

MSF ຈຳເປັນຕ້ອງ ຕັດສີນໃຈ ຍຸຕິໃຫ້ການ ຊ່ວຍເຫລືອດ້ານ ມະນຸສທັມ ແກ່ຊາວມົ້ງລາວ ໃນແຂວງ ເພັດຊະບູນ ແລະຂໍເຕືອນຄວາມ ຊົງຈຳວ່າ ສູນດັ່ງກ່າວ ຢູ່ໃນ ຄວາມຄວບຄຸມ ຂອງທະຫານໄທ ຢ່າງເຄັ່ງຄັດ.

ທ່ານຍັງບອກ ອີກວ່າອົງການ ແພດບໍມີ ພົມແດນ ຮັບບໍ່ໄດ້ກັບ ຄວາມກົດດັນ ທີ່ທະຫານໄທ ໃຊ້ບັງຄັບ ຊາວມົ້ງກວ່າ 5 ພັນຄົນ ທີ່ອາສັຍຢູ່ ບ້ານຫວ້ຍນ້ຳຂາວ ໃຫ້ ກັບຄືນໄປລາວ ດ້ວຍມາຕການຫລາຍ ຢ່າງແລະເຂັ້ມງວດ ຂື້ນເລືອ້ຍໆ ເຮັດໃຫ້ MSF ຈຳເປັນຕອ້ງ ຖອນຕົວອອກ ແລະ ເຊົາການຊ່ວຍເຫລືອ.

ທ່ານກ່າວຕໍ່ ໄປວ່າ: ທ່ານວ່າ ອີກເທື່ອນື່ງ ພວກເຮົາຢາກຮ້ອງ ຂໍໃຫ້ຣັຖບານ ລາວແລະໄທ ຢຸດຕິການ ບີບບັງຄັບ ຊາວມົ້ງໃນບ້ານ ຫ້ວຍນ້ຳຂາວ ໃຫ້ກັບໄປລາວ ຈົນກວ່າຈະມີ ຫນ່ວຍງານເອກຣາດ ເຂົ້າໄປສືກສາ ພິຈາຣະນາ ຄຳກ່າວອ້າງ ທີ່ວ່າຖືກ ປະຫັດປະຫານ ແລະ ສາມາດເຂົ້າໄປ ຕິດຕາມເບີ່ງພວກ ທີ່ຖືກສົ່ງກັບ ໄປແລ້ວນັ້ນ ເພື່ອໃຫ້ແນ່ໃຈ ວ່າການສົ່ງກັບ ນັ້ນເປັນໄປຢ່າງ ສມັກໃຈແທ້.

ສຳລັບການ ຊ່ອຍເຫລືອຊາວມົ້ງ ຫລັງຈາກອົງການ ແພດບໍ່ມີ ພົມແດນ ຖອນຕົວອອກແລ້ວ ກໍ່ອາດເປັນໄປ ໄດ້ທີ່ອົງການ UNICEF ແລະອົງການ ທີ່ບໍ່ຂື້ນກັບ ຣັຖບານ ອື່ນໆຈະຢືນມື ເຂົ້າມາຊ່ອຍເຫລືອ.

ແຕ່ຕາມ ຂໍ້ຕົກລົງ ລະຫວ່າງຣັຖບານ ລາວແລະໄທ ນັ້ນບົ່ງໃວ້ ຢ່າງຄັກແນ່ວ່າ ບັນຫາມົ້ງລາວ ໃນໄທ ຕ້ອງບໍ່ມີ ປະເທດທີສາມ ຫລືອົງການ ສາກົນ ເຂົ້າມາກ່ຽວຂ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.