ຄວນພິຈາຣະນາ ກ່ອນຈະສົ່ງ ຊາວມົ້ງ ກັບ ສປປລ
2009.07.09
ເດັກນ້ອຍຊາວມົ້ງລາວໃນຫ້ອງກັກກັນຮ່ວມກັບ ຄອບຄົວທີ່ແຂວງໜອງຄາຍປະເທດໄທ.
ຊາວມົ້ງລາວ ທີ່ບ້ານ ຫ້ວຍນໍ້າຂາວ ໃນເຂດແຂວງ ເພັດສະບູນ ຂອງໄທ ທີ່ຍັງເຫລືອ ປະມານ5ພັນຄົນ. ໃນຂນະນີ້ ຣັຖບານໄທ ຈະຕ້ອງມີການ ພິຈາຣະນາ ຖານະ ຂອງພວກເຂົາເຈົ້າ ໃຫ້ຖືກຕ້ອງ. ໂດຍໄຊ້ກົລໄກສາກົລ ໃນການກວດສອບ ກ່ອນສົ່ງກັບ ເພາະເຊື່ອວ່າມີ ກຸ່ມຄົນທີ່ຕໍ່ຕ້ານ ຣັຖບານລາວ ຈໍານວນບໍ່ ໜ້ອຍ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຄນະກັມມະການ ສິດທິມະນຸສຍະຊົນໄທ:
“ທ່ານກ່າວວ່າ ເປັນໄປໄດ້ຍາກ ຖ້າຂະບວນການ ຫລືຂັ້ນຕອນ ການພິສູດເພື່ອ ແຍກຫລືກໍານົດ ໃຫ້ໄດ້ວ່າໃຜ ເປັນໃຜ ບໍ່ຊັດເຈນ. ຊຶ່ງກໍໝາຍວ່າ ຖ້າສົ່ງກັບແບບ ບໍ່ມີການ ຈໍາແນກນັ້ນ ຈະມີບັນຫາ ຕາມມາ ຢ່າງແນ່ນອນ.”
ຫລັງຈາກທີ່ ຣັຖບານໄທ ໄດ້ຕັ້ງ ຄນະກັມມະການ ພິຈາຣະນາ ບັນຫາມົ້ງລາວ ບ້ານຫ້ວຍນໍ້າຂາວ. ຕາມຄໍາຮຽກຮ້ອງຂອງ ຄນະກັມມະການ ສິດທິມະນຸສຍະຊົນໄທ ແລະ ອົງການທະຫານ ຜ່ານເສິກຊາວມົ້ງ ສະຫະຣັຖ ອະເມຣິກາ ເພື່ອແກ້ໃຂບັນຫາ ມົ້ງລາວເຂດ ບ້ານຫ້ວຍນໍ້າຂາວ 5ພັນຄົນ. ແລະມົ້ງລາວ ທີ່ຍັງຢູ່ຫ້ອງ ກັກກັນ ແຂວງໜອງຄາຍ 160ຄົນ ໃຫ້ມີຄວາມ ໂປ່ງໃສຊັດເຈນ ໂດຍສະເພາະການ ຕັດແຍກກຸ່ມຄົນ ທີ່ລົບໜີ ເຂົ້າໃທຍ້ອນ ສາເຫດທາງເສຖກິດ. ຈາກຄົນ ທີ່ເຂົ້າໄທຍ້ອນ ບັນຫາການເມືອງ ຫລືຄົນ ທີ່ຢູ່ພາຍໄຕ້ ການຄຸ້ມຄອງຂອງ ສໍານັກງານ ຂ້າຫລວງໃຫຍ່ ເພື່ອຜູ້ອົພຍົບ ສະຫະປະຊາຊາດ UNHCR. ຄນະກັມມະການ ສິດທິມະນຸສຍະຊົນໄທ ມີຂໍ້ມູນຢືນຢັນ ວ່າມີມົ້ງລາວ ປະມານ 50ຄອບຄົວ ທີ່ເປັນກຸ່ມສ່ຽງ ຕໍ່ຄວາມບໍ່ປອດໄພ ຖ້າຫາກຖືກສົ່ງກັບ ປະເທດລາວ. ທ່ານກ່າວຕໍ່ໄປວ່າ:
“ໂດຍສະເພາະ ການພິສູດຂໍ້ ເທັດຈິງ ຂອງບຸກຄົນ ແລະກໍເອົາ UNHCR ຫລືບຸກຄົນ ທີ່ກ່ຽວຂ້ອງມາ ເຮັດວຽກ ຮ່ວມກັນ ມັນກໍອາຈຕ້ອງ ມີການດໍາເນີນ ນະໂຍບາຍ ບາງຢ່າງ.”
ຂ່າວທ້ອງຖີ່ນ ຂອງລາວ ຣາຍງານວ່າ ຝ່າຍໄທ ພົລໂທ ນິພັດ ທອງເລັກ ເຈົ້າກົມກິຈການ ຊາຍແດນ ຍັງຢືນຢັນການ ແກ້ໃຂບັນຫາ ມົ້ງລາວ ຈະບໍ່ມີການ ປ່ຽນແປງໃດໆ. ເຖິງແມ່ນວ່າ ຣັຖບານໄທ ຈະສັ່ງ ໃຫ້ງົດການ ສົ່ງກັບຊົ່ວຄາວ ແລະວ່າມາຕການ ສໍາຄັນທີ່2ຝ່າຍ ລາວ-ໄທ ໄດ້ຕົກລົງກັນ ນັ້ນກໍມີຮວມ ທັງວິທີການ ຈັດສົ່ງມົ້ງລາວ ກັບຄືນປະເທດ ເປັນປົກກະຕິ ໂດຍຈະມີການ ສລຸບປິດສູນ ຫ້ວຍນໍ້າຂາວ ກັນໃນທ້າຍ ປີ2009.









