ຊາວມົ້ງລາວ ທີ່ເຫລືອ ຕ້ອງກັບຄືນ ລາວ ໃຫ້ໝົດ
2009.09.14
ຊາວມົ້ງລາວທີ່ສູນກັງຂັງຊົ່ວຄາວບ້ານຫ້ວຍນ້ຳຂາວ
ທາງກາຣໄທຽ ຢືນຢັນທີ່ຈະຈັດ ສົ່ງຊາວມົ້ງລາວ, ທີ່ຍັງເຫລືອຄ້າງ ໃນສູນຊົ່ວຄາວ ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັສບຸນ 4,000ກວ່າຄົນ, ຄືນໃຫ້ແກ່ ທາງກາຣ ສປປລາວ, ໃຫ້ໝົດພາຍໃນ ທ້າຍປີ2009ນີ້. ອີງຕາມກາຣ ຣາຍງານຂ່າວສາຣໄທຽ ໃນວັນທີ່14ກັນຍາ ນີ້.
ທາງໜັງສືພີມ ໄດ້ແຈ້ງເພີ່ມວ່າ, ໃນຣະຫວ່າງທີ່ມີ ກາຣປະຊຸມຄັ້ງທີ່17, ຂອງຄນະ ອະນຸກັມມະກາຣ ຄວາມຮ່ວມມືດ້ານ ຄວາມໝັ້ນຄົງ ຕາມແນວຊາຍແດນ ລາວ-ໄທຽ, ຊື່ງຈັດຂື້ນຢູ່ ບາງ ກອກ ໃນມື້ວັນສຸກ ທີ່ຜ່ານມານັ້ນ, ນາຍພົລປຣະວີຕ ວົງສຸວັນ ຣັຖມົນຕຣີ ປ້ອງກັນປະເທສ ຂອງໄທຽ ແລະ ນາຍພົລດວງໃຈ ພິຈີຕ ຮອງນາຍົກ ຣັຖມົນຕຣີ ສປປລາວ ກໍໄດ້ພິຈາຣະນາ ແລະ ເຫັນພ້ອມຮ່ວມກັນ ທີ່ຈະໃຫ້ມີກາຣ ຈັດສົ່ງມອບ ແລະ ຮັບເອົາຊາວມົ້ງ ກັບຄືນເມືອງລາວ ໃຫ້ໝົດໃນໄວໆ ນີ້.
ທາງກາຣໄທຽ ກໍໄດ້ອະນຸຍາຕ ໃຫ້ເຈົ້າໜ້າທີ່ ຝ່າຍລາວ ໄປຢ້ຽມຢາມ ເປັນກາຣໃຫ້ຄຳ ແນະນຳ ແລະອະທິບາຍ ໃຫ້ຊາວມົ້ງ ເຂົ້າໃຈຕາມ ນະໂຍບາຍ ຂອງຣັຖບາລ ທັງສອງຝ່າຍ ເປັນຢ່າງດີ.
ນາຍພົລປຣະວີຕ ໄດ້ແຈ້ງວ່າ, ທາງກາຣໄທຽໄດ້ ຈັດສົ່ງຊາວມົ້ງລາວ ຄືນປະເທສທັງໝົດ 3,095 ຄົນແລ້ວ, ແລະຈຳນວນທີ່ ຍັງເຫລືອ 4,505ຄົນນັ້ນ ກໍຈະຖືກນຳ ສົ່ງມອບໃຫ້ທາງ ກາຣລາວພາຍໃນ ທ້າຍເດືອນທັນວາ ທີ່ຈະມາເຖີງນີ້ ເປັນຢ່າງຊ້າ.
ໃນຂນະດຽວກັນນັ້ນ ນາຍພົລດວງໃຈ ກໍວ່າເມືອງລາວ ມີຄວາມສງົບງຽບດີ, ແລະບໍ່ມີກຸ່ມ ເປັນຂະບວນກາຣ ຕໍ່ຕ້ານຣັຖບາລລາວ ແຕ່ຢ່າງໃດ, ສະນັ້ນຫລັງຈາກ ກາຣຈັດສົ່ງແລ້ວ, ຊາວມົ້ງລາວທຸກຄົນ ກໍຈະໄດ້ຮັບ ກາຣຝຶກອົບຮົມ, ໃຫ້ກາຣເບີ່ງແຍງ ແລະຊ່ວຍເຫລືອຕ່າງໆ ເພື່ອຕັ້ງຕົ້ນຊີວີຕ ໃໝ່ຢູ່ເຂຕທີ່ ເຂົາເຈົ້າເຄີຍອາສັຍ ມາແຕ່ຄາວກ່ອນ ຫລືໄປຢູ່ຕາມເຂຕ ທີ່ໄດ້ຈັດສັນໄວ້ ໃຫ້ແລ້ວນັ້ນ.









