ຊາວມົ້ງ ຍິນຍອມ ກັບລາວ

ຜູ້ນຳ ຊາວມົ້ງລາວ ສອງຄົນ ທີ່ຖືກຈັບ ສິບມື້ກ່ອນ ຍິນຍອມກັບລາວ ຮ່ວມກັບ ຊາວມົ້ງ ຜູ້ອື່ນອີກກວ່າ 150 ຄົນ

ຜູ້ນຳ ຊາວມົ້ງລາວ 2 ໃນ 5 ຄົນ ທີ່ຖືກທາງການໄທ ຈັບກຸມເມື່ອວັນທີ 5 ມີນາ 2009 ຍອມສມັກໃຈ ກັບຄືນລາວ ຫລັງຈາກທີ່ຖືກ ກັກຂັງມາເປັນ ເວລາ 10 ມື້ ພ້ອມກັບມົ້ງລາວ ອີກກວ່າ 150 ຄົນ ທີ່ຍອມກັບລາວ ດ້ວຍຄວາມສມັກ ໃຈເຊັ່ນກັນ. ຈຳນວນ ຊາວມົ້ງລາວ ທັງໝົດທີ່ຈະ ກັບລາວຊຸດນີ້ ທາງການໄທໄດ້ ແຍກອອກ ໄປຢູ່ບ່ອນອື່ນ ເພື່ອລໍເວລາ ເໝາະສົມໃນ ການສົ່ງກັບ. ຈາກເຫດການ ທີ່ເກີດຂື້ນ ມົ້ງລາວ ທີ່ບໍ່ຢາກ ອອກຊື່ ໄດ້ເປີດເຜີຍ ກັບຜູ້ຂື່ຂ່າວ ເຖິງເຣື້ອງດັ່ງ ກ່າວວ່າ:

ຄືສອງຄົນສມັກ ກັບລາວແລ້ວ ແຕ່ສາມຄົນຍັງ ບໍ່ຍອມກັບລາວ ສອງຄົນນີ້ຄື ນາຍກາເຍ່ງຊົງ ກັບນາຍ ເນ່ງແຊລີ້ ສມັກໃຈກັບ ລາວແລ້ວ ຕອນນີ້ຍັງຢູ່ ທີ່ຄ້າຍທະຫານ ເພັດຊະບູນ ຍັງບໍ່ໄດ້ໄປ ເຖິງລາວ ແຕ່ອອກຈາກ ບ້ານຫ້ວຍນ້ຳຂາວ ເມື່ອວານນີ້ແລ້ວ.

ສຳລັບ ຜູ້ນຳ ຊາວມົ້ງລາວ 2 ຄົນທີ່ຍິນຍອມ ສມັກໃຈກັບຄືນ ກໍຈະກັບພ້ອມ ຄອບຄົວ ຮວມທັງ ມົ້ງລາວອື່ນໆ ອີກກວ່າ 150 ຄົນ ເພາະມີຄວາມ ເຊື່ອໝັ້ນວ່າ ຄົງຈະ ບໍ່ມີປະເທດ ໃດຫລືອົງການໃດ ຈະມາຊ່ອຍເຫລືອ ພວກຂະເຈົ້າ ໃຫ້ໄປຢູ່ ປະເທດ ໃໝ່ໄດ້ແລ້ວ. ດັ່ງ ຊາວມົ້ງຜູ້ເກົ່າ ເວົ້າອີກວ່າ:

ຄືກັບມືວານ ນີ້ແລ້ວ ກັບໄປກໍ 100 ກວ່າຄົນ ປະມານ 150 ກວ່າຄົນ ຄືການສມັກໃຈ ຂອງພວກຂະເຈົ້າ.

ບັນດາ ຊາວມົ້ງລາວ ທີ່ສມັກໃຈ ກັບລາວ ທາງການໄທໄດ້ ແຍກອອກໄປຢູ່ ບ່ອນອື່ນ ເພື່ອກຽມພ້ອມ ແລະລໍຖ້າເວລາ ທີ່ເໝາະສົມ ຢູ່ນອກສູນ ບ້ານຫ້ວຍນ້ຳຂາວ ບໍລິເວນຄ້າຍ ທະຫານ ແຂວງເພັດຊະບູນ ກ່ອນທີ່ຈະຖືກ ສົ່ງ ກັບຍ້ອນວ່າ ພາຍໃນສູນ ບ້ານຫ້ວຍນ້ຳຂາວ ຈະໄດ້ຮັບຄວາມ ກົດດັນ ພາຍໃນເພື່ອບໍ່ ຢາກໃຫ້ຕັດສີນ ໃຈກັບຄືນ ລາວ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org