ມົ້ງລາວໃນອະເມຣິກາ ຫ່ວງນໍາພີ່ນ້ອງ ທີ່ຖືກສົ່ງກັບລາວ
2010.01.05
ຈົນເຖິງປັດຈຸບັນ ຊາວເຜົ່າມົ້ງຜູ້ຢູ່ ອະເມຣິກາ ແລະຜູ້ຢູ່ລາວກໍຍັງ ບໍ່ສາມາດຕິດຕໍ່ກັນໄດ້ ເປັນເວລາເກືອບສອງ ອາທິດແລ້ວ ດັ່ງທ່ານ ວັງຊັ່ງ ຜູ້ອຳນວຍການ ສະມາຄົມຊ່ວຍເຫລືອ ມົ້ງ-ອະເມຣິກັນ ທີ່ເມືອງ Minneapolis ຣັຖມີນີໂຊຕາ ກ່າວວ່າ:
“ດຽວນີ້ການຕິດຕໍ່ ມາທາງນີ້ກໍຍັງບໍ່ມີ ແລ້ວການຕິດຕໍ່ທາງພຸ້ນ ມາທາງພີ້ກໍຍັງບໍ່ມີ ໄດ້ເສັຍການຕິດຕໍ່ ມາເປັນອາທິດ ເກືອບສອງອາທິດແລ້ວ ບໍ່ຮູ້ວ່າພີ່ນ້ອງໄປ ຢູ່ຈັ່ງໃດ ໄດ້ຮັບການຊ່ວຍເຫລືອບໍ່ ທາງນີ້ມີຄວາມ ເປັນຫ່ວງເປັນໄຍຫລາຍ”.
ຊາວເຜົ່າມົ້ງຢູ່ ສະຫະຣັຖເປັນຫ່ວງວ່າ ຊາວມົ້ງທີ່ຖືກສົ່ງກັບລາວ ຈະມີຊີວິດ ການເປັນຢູ່ແນວໃດ ຈະໄດ້ຮັບການຊ່ວຍເຫລືອ ແລະ ຈະມີຄວາມປອດໄພບໍ່. ສ່ວນພີ່ນ້ອງຜູ້ຢູ່ ສະຫະຣັຖ ກໍບໍ່ໄດ້ເມີນເສີຍ ກ່ອນຊາວເຜົ່າມົ້ງ ຈະຖືກສົ່ງກັບຄືນລາວ ຜູ້ຢູ່ສະຫະຣັຖ ກໍໄດ້ວິ້ງເຕັ້ນໄປຫາ ສະຖານທູດສະຫະຣັຖ ທີ່ບາງກອກ ແລະນະຄອນຫລວງວຽງຈັນ ເພື່ອຂໍຮ້ອງໃຫ້ທາງການ ສະຫະຣັຖ ຊ່ວຍຮັບເອົາຊາວລາວເຜົ່າມົ້ງ ທີ່ຖືກກັກຂັງຢູ່ໄທ ໄປຕັ້ງຖິ່ນ ແຕ່ກໍໄດ້ຮັບ ຄຳຕອບວ່າທາງການ ສະຫະຣັຖ ບໍ່ມີໂຄງການ ຈະຮັບເອົາພວກເຂົາ.
ບໍ່ເທົ່ານັ້ນ ສະມາຄົມແລະອົງການ ຊາວລາວເຜົ່າມົ້ງທີ່ ສະຫະຣັຖ ເຊັ່ນອົງການ ສມັກຄີຄອບຄົວລາວ ຣັຖມີນີໂຊຕ່າ ຊຶ່ງເຄີຍຕິດຕໍ່ພົວພັນ ກັບກະຊວງການ ຕ່າງປະເທດສະຫະຣັຖ ມາກ່ອນ ຈະປະຊຸມກັນຢູ່ເມືອງ St. Paul ຣັຖມີນີໂຊຕ່າ ໃນວັນອັງຄານນີ້ ເພື່ອພິຈາຣະນາ ຊອກຫາຊ່ອງທາງຊ່ວຍເຫລືອ ຊາວລາວເຜົ່າມົ້ງ ກວ່າ 4,000 ທີ່ຖືກສົ່ງກັບຄືນລາວ ເມື່ອທ້າຍເດືອນທັນວາ ທີ່ຜ່ານມາ. ທ່ານ ວັງຊັ່ງ ກ່າວກ່ຽວກັບ ເຣື່ອງນີ້ຕື່ມວ່າ:
“ຂ້າພະເຈົ້າໄດ້ຮັບກ້ານເຊີນ ຈາກອີແມລ ຂອງປະທານມົ້ງ Disprora Organization ທີ່ເຄີຍໄປຫາກະຊວງການ ຕ່າງປະເທດອະເມຣິກາ ວ່າໃຫ້ມື້ອື່ນຄ່ຳນີ້ ໄປຮ່ວມກອງປະຊຸມ ເພື່ອຢາກຟັງຂ່າວ ຈາກພີ່ນ້ອງແດ່ ພີ່ນ້ອງມີຄວາມຄິດ ຄວາມເຫັນແນວໃດແດ່ ແລະ ເພິ່ນຈະນຳເອົາຄຳຮຽກຮ້ອງ ໄປຫາກະຊວງການ ຕ່າງປະເທດຂອງ ອະເມຣິກາຈັ່ງໃດ.”
ທ່ານ ວັງຊັ່ງເວົ້າອີກວ່າ ເມື່ອສັປດາທີ່ແລ້ວ ຊາວເຜົ່າມົ້ງທັງໃນ ສະຫະຣັຖ ແລະຜູ້ທີ່ຖືກ ສົ່ງກັບລາວ ກໍດີອົກດີໃຈ ທີ່ໄດ້ຍິນຂ່າວວ່າ ນາຍພົນວັງປາວ ຜູ້ນຳຊາວລາວເຜົ່າມົ້ງ ຈະເດີນໄປລາວ ເພື່ອຊ່ວຍແກ້ໄຂບັນຫາມົ້ງ ແຕ່ມື້ຕໍ່ມາພັດ ໄດ້ຍິນຂ່າວວ່າ ທາງການລາວປະຕິເສດ.









