ສະຫະປະຊາຊາຕ ບໍ່ມີສ່ວນໃນການ ຈັດສົ່ງມົ້ງຄືນລາວ

ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບ ວ່າຕົນບໍ່ໄດ້ເຂົ້າຮ່ວມ ໃນການຈັດສົ່ງຊາວ ມົ້ງລາວ ກັບຄືນປະເທດ.
ຈຳປາທອງ
2010.01.05
F-Hmongs-Laos ເດັກນ້ອຍຊາວມົ້ງລາວ ທີ່ເກີດໃນສູນຊົ່ວຄາວ ບ້ານຫ້ວຍນໍ້າຂາວ ຊຶ່ງຖືກສົ່ງກັບສປປລາວ ພ້ອມຄອບຄົວ
Photo: RFA

ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບ UNHCR ຖະແຫລງຕໍ່ຜູ້ສື່ຂ່າວວ່າ UNHCR ບໍ່ໄດ້ເຂົ້າຮ່ວມ ໃນການຈັດສົ່ງຊາວມົ້ງລາວ ກັບຄືນປະເທດ ໃນວັນທີ 29 ທັນວາ 2009 ຕາມຄຳເວົ້າຂອງ ມາດາມ Ariane Rummery ຜູ້ເປັນໂຄສົກ. Ariane Rummery ກ່າວວ່າ:

"We were not present when…ມາດາມວ່າ ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບ ບໍ່ໄດ້ມີໜ້າ ເວລາທີ່ຊາວມົ້ງລາວ ຖືກສົ່ງກັບຄືນປະເທດ. ພວກທ່ານໄດ້ພົວພັນ ກັບກຸ່ມຊາວມົ້ງລາວ ເພາະວ່າພວກທ່ານຮັບຮູ້ວ່າ ພວກເຂົາເຈົ້າເປັນຜູ້ອົພຍົບ. ແລະວ່າ UNHCR ຄັດຄ້ານການສົ່ງ ພວກເຂົາເຈົ້າກັບຄືນ ໄປລາວມາຮອດ ປັດຈຸບັນນີ້ ເຖິງແມ່ນວ່າ ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບຈະໄດ້ ຂໍເຂົ້າໄປຕິດຕາມເບິ່ງສະພາບ ຂອງຊາວມົ້ງລາວເຫລົ່ານັ້ນ ແຕ່ທາງການລາວ ກໍຍັງບໍ່ທັນ ອະນຸຍາດໃຫ້ເທື່ອ ແລະຍັງບໍ່ຮູ້ເທື່ອວ່າ ເມື່ອໃດຈະໄດ້ຮັບ ອະນຸຍາດນັ້ນ.

ໃນຕອນນີ້ UNHCR ມີຄວາມເປັນຫ່ວງນຳທັງ ກຸ່ມຊາວມົ້ງລາວ 158 ຄົນ ທີ່ໄດ້ຮັບຖານະເປັນ ຜູ້ອົພຍົບ POC ຊຶ່ງທາງການລາວ ຄວນຈະພິຈາຣະນາ ໃຫ້ພວກເຂົາເຈົ້າ ໄປຕັ້ງຖິ່ຖານ ຢູ່ປະເທດອື່ນໄດ້. ກ່ຽວກັບເລື່ອງນີ້  Ariane Rummery ກ່າວວ່າ:

"UNHCR certainly hopes that they…. ມາດາມວ່າ ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບ ຫວັງຢູ່ສເມີວ່າ ຊາວມົ້ງລາວກຸ່ມດັ່ງກ່າວ ຈະມີໂອກາດ ໄປຕັ້ງຖິ່ນຖານໃໝ່ ຢູ່ປະເທດຕ່າງໆ ທີ່ຈະຮັບຮອງເອົາ ແລະວ່າ ກ່ອນການຖືກສົ່ງກັບຄືນ ປະເທດ ພວກທ່ານກໍໄດ້ ພຍາຍາມໃຫ້ຄວາມ ຊ່ວຍເຫືລອ ພວກເຂົາເຈົ້າໄປຕັ້ງ ຖິ່ນຖານຢູ່ປະເທດຕ່າງໆ ພວກເຂົາເຈົ້າ ກໍໄດ້ຕົກລົງທີ່ຈະໄປ ແລະມີປະເທດຕ່າງໆ ໄດ້ຕົກລົງຮັບເອົາ ພວກເຂົາເຈົ້າໄປຕັ້ງ ຖິ່ນຖານໃໝ່ແລ້ວ.

ແຕ່ເຖິງແນວໃດກໍຕາມ ທ່ານ ປະນິທານ ວັທນາຍາກອນ ໂຄສົກປະຈຳ ສຳນັກນາຍົກ ຣັດຖະມົນຕຣີໄທ ກໍຖະແຫລງວ່າ ສ່ວນກຸ່ມທີ່ມີສະພາບ ໜ້າກັງວົນໃນເລື່ອງ ຄວາມປອດໄພ ຈຳນວນ 158 ຄົນນັ້ນ ໄທ ໄດ້ເວົ້າກັບ UNHCR ແລະລາວແລ້ວ ໂດຍທີ່ລາວໃຫ້ ຄຳຮັບຮອງ 3 ຂໍ້ ຄື 1. ຈ ະບໍ່ມີການດຳເນີນຄະດີ ແລະ        ມີການອະໄພຍະໂທດໃຫ້ 2. ຈະຖືກສົ່ງໄປປະເທດທີ 3 ພາຍໃນ 30 ວັນ ນັບຈາກວັນເດີນ ທາງກັບລາວແລະ 3. ອະນະຍາດໃຫ້ UNHCR ເຂົ້າໄປຢ້ຽມຄົນເຫລົ່ານີ້ ໃນລາວໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 07, 2010 03:47 PM

I don't believed that the Hmonglao in USA and UNHCR can help Hmonglao in Houainamkhao to leave in thirth country because as we know how long they were in Thailand, atleast ten years ago, theire live is hard more than homeplace in Lao. So, when they should be return to Lao. many people just said to help them???