ສະຫະປະຊາຊາຕ ຍັງບໍ່ສາມາດ ເຂົ້າເຖິງຊາວມົ້ງລາວ

ຫ້ອງການ ສະຫະປະຊາຊາຕ ດ້ານຜູ້ອົພຍົບ UNHCR ຍັງບໍ່ສາມາດ ເຂົ້າເຖິງຊາວມົ້ງ ທີ່ຖືກສົ່ງກັບຄືນ ສປປລາວ ຈາກໄທ ເມື່ອປະມານສາມສັປດາ ທີ່ຜ່ານມານັ້ນເທື່ອ.
ມະນີຈັນ
2010.01.20

ອົງການຂ້າຫລວງໃຫຍ່ ດ້ານຜູ້ອົພຍົບ ສະຫະປະຊາຊາດ UNHCR ຍັງບໍ່ໄດ້ໄປຢ້ຽມ ຊາວມົ້ງລາວ 4 ພັນກວ່າຄົນ ທີ່ຖືກສົ່ງກັບຄືນລາວ ຈາກໄທເມື່ອ ສາມສັປດາ ກ່ອນນັ້ນເທື່ອ ຖ່າມກາງຄວາມວິຕົກກັງວົນ ຂອງນາໆຊາດ.  -ຕາມຣາຍງານຂ່າວ IRIN.

ມາດາມ Kitty Mckinsey ໂຄສົກ UNHCR ປະຈໍາພາກພື້ນ ກ່າວຕໍ່ອົງການ IRIN ວ່າໃນຂະນະນີ້ ພວກທ່ານ ຍັງຊອກຊ່ອງທາງ ເຂົ້າເຖິງຊາວມົ້ງລາວ ທີ່ຖືກສົ່ງກັບຈາກໄທ ເພື່ອໄປສັງເກດເບິ່ງ ການຈັດແຈງສໍາລັບ ໃຫ້ພວກເຂົາເຈົ້າ ຕັ້ງຖິ່ນຖານຢູ່ໃນລາວນັ້ນ ແລະ ເພື່ອຊ່ວຍຊາວມົ້ງ 158ຄົນ ທີ່ UNHCR ໄດ້ໃຫ້ຖານະເປັນ ຜູ້ອົພຍົບນັ້ນ ໄປຕັ້ງຖິ່ນຖານໃໝ່ ໃນປະເທດທີສາມ.

ການສົ່ງຊາວມົ້ງລາວ ກັບຄືນປະເທດ ເມື່ອວັນທີ 28 ທັນວາ ຜ່ານມາ ເຮັດໃຫ້ຕ່າງປະເທດ ຮວມທັງ ສະຫະຣັຖອະເມຣິກາ, ອອສເຕຣເລັຽ ແລະກຸ່ມສິດທິມະນຸດ ສາກົນ ສະແດງການປະທ້ວງ ຂັດຄ້ານ. ຊາວມົ້ງລາວ158ຄົນ ຖືກກັກຂັງໄວ້ ຢູ່ສູນຕໍມໍໜອງຄາຍ ເປັນເວລານານເຖິງສາມປີ ແລະກໍໄດ້ຄອຍຖ້າ ການໄປຕັ້ງຖິ່ນຖານໃໝ່ ໃນປະເທດອື່ນ.

ມາດາມ Mckinsey ເວົ້າວ່າ ສະຫະຣັຖ ອະເມຣິກາ, ອອສເຕຣເລັຽ, ການາດາ, ແລະ ນີເດີແລນ ໄດ້ສເນີທີ່ຈະຮັບເອົາທັງ 158ຄົນນັ້ນ ໄປຕັ້ງຖີ່ນຖານ  ແຕ່ຄວາມພຍາຍາມ ຂອງພວກຂະເຈົ້າ ຫາກຖືກລ່າຊ້າຍ້ອນວ່າ ຊາວມົ້ງເຫລົ່ານັ້ນ ບໍ່ໄດ້ຮັບອະນຸຍາດໃຫ້ ເດີນທາງອອກຈາກ ປະເທດໄທ. ມາດາມວ່າ ມາຮອດເວລານີ້ ຂໍ້ສເນີ ຂອງປະເທດເລົ່ານັ້ນ ຍັງເປີດຢູ່ ແລະກໍກໍາລັງຕິດຕໍ່ ກັບທາງການລາວ ເພື່ອຢາກຮູ້ກ່ຽວກັບ ສະພາບຂອງຊາວມົ້ງ ທັງ158ຄົນນັ້ນຢູ່.

ໃນບົດວິຈານ ຂອງໜັງສືພິມ Bangkok Post ສະບັບວັນທີ 13 ມົກກະຣາ ທ່ານ Eric John ທູດສະຫະຣັຖ ປະຈໍາໄທເວົ້າວ່າ ມີຊາວມົ້ງປະມານ 800 ຄົນ ຖືວ່າເປັນຄົນ ທີ່ໜ້າເປັນຫ່ວງ ເລື່ອງຄວາມປອດພັຍ ໃນຣະຫວ່າງການກວດກາ ຄັດເລືອກຂອງຣັຖບານໄທ ຊຶ່ງພວກຂະເຈົ້າ ເຫລົ່ານັ້ນ ບໍ່ຄວນຖືກສົ່ງກັບ ຄືນລາວແບບບັງຄັບ ແລະຣາຍຊື່ຂອງ 800ຄົນນັ້ນ ກໍບໍ່ເຄີຍຖືກສົ່ງໃຫ້ UNHCR ຫລືໃຫ້ບັນດາປະເທດ ທີ່ພ້ອມຈະຮັບເອົານັ້ນ ແຕ່ຢ່າງໃດເລີຍ.

ທ່ານ Eric John ຂຽນຕໍ່ໄປວ່າ ການຂາດຄວາມໂປ່ງໃສ ໃນຣະຫວ່າງຂັ້ນຕອນ ການສົ່ງກັບຄືນລາວນັ້ນ ເຮັດໃຫ້ບໍ່ສາມາດຖືໄດ້ວ່າ ການສົ່ງກັບນັ້ນ ເປັນໄປຕາມ ຄວາມສມັກໃຈ ຂອງຊາວມົ້ງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 20, 2010 12:09 PM

I personally believe that the chance for those 158 to resettle in the third countries is very dim. If that happens, that would create the flow of Hmong immigrants again. That is not what Thai want. Did Thai gov. want to end this migrate problem? Thai have handled Hmong refugees for more than two decades. I think that it's time to end too. We still have the other legally options if they want to come to America, legally. What you viewers think about this?

Anonymous
Jan 21, 2010 07:46 PM

i mean only the hmong lao 158p-800p they come from the jungle true, they should be the third countries soon2 .