ທາງການສະຫະຣັຖ ຢາກຊ່ວຍເຫຼືອຊາວມົ້ງ

ສະມາຊິກ ສະພາຕໍ່າ ສະຫະຣັຖ ແລະເອກ ອັຄຣາຊທູດ ສະຫະຣັຖ ປະຈໍາລາວ ຮຽກຮ້ອງໃຫ້ ຣັຖບານລາວ ເປີດຮັບເອົາ ການຊ່ວຍເຫລືອ ຈາກຕ່າງປະເທດ ເພື່ອຊ່ວຍຍົກ ຣະດັບ ຊີວິດການ ເປັນຢູ່ຂອງ ຊາວເຜົ່າມົ້ງ ທີ່ຖືກສົ່ງ ກັບຄືນຈາກໄທ ເມື່ອທ້າຍປີ ກາຍນັ້ນ ໃຫ້ດີຂື້ນ.
ອະວາຣີ
2010.06.14

ທ່ານ Al Franken ສະມາຊິກ ສະພາສູງ ສະຫະຣັຖ ແລະທ່ານ Ravic Huso ເອກອັຄຣາຊທູດ ສະຫະຣັຖ ປະຈຳລາວ ກ່າວກ່ຽວກັບບັນຫາ ຊາວລາວເຜົ່າມົ້ງ ຕໍ່ກອງປະຊຸມ ທີ່ມະຫາວິທະຍາໄລ ຣັຖມີນີໂຊຕາ ເມື່ອສັປດາກ່ອນ. ທ່ານ Al Franken ກ່າວວ່າ ທ່ານຢາກຮຽກຮ້ອງ ໃຫ້ທາງການລາວ ຮັບເອົາການຊ່ວຍເຫລືອ ທາງດ້ານ ມະນຸສທັມຈາກ ຕ່າງປະເທດ ແລ້ວຈັດສົ່ງເຄື່ອງ ຊ່ວຍເຫລືອນັ້ນໄປ ໃຫ້ສອງບ້ານ ທີ່ຊາວລາວ ເຜົ່າມົ້ງທີ່ ມາຈາກໄທນັ້ນ ກຳລັງອາໃສຢູ່. ເຊັ່ນດຽວກັນ ເອກອັຄຣາຊທູດ Huso ກ່າວວ່າ ການຮັບເອົາການ ຊ່ວຍເຫລືອຕ່າງປະເທດ ເປັນຜົນດີສຳຣັບ ປະເທດລາວ ເພື່ອຍົກຣະດັບ ຊີວິດການເປັນຢູ່ ຂອງຊາວເຜົ່າມົ້ງ ເຫລົ່ານັ້ນໃຫ້ດີຂື້ນ.

ບ້ານໂພນຄຳ ທີ່ແຂວງ ບໍຣິຄຳໄຊ ທີ່ຊາວເຜົ່າມົ້ງ ຫລາຍພັນຄົນອາໃສ ມີນ້ຳໄຫລໄຟ ສະວ່າງຢູ່ ແຕ່ຍັງບໍ່ມີ ໂຮງຮຽນ ແລະການຮັກສາ ສຸຂພາບ ກໍຍັງບໍ່ພຽງພໍ. ທ່ານ Ravic Huso ກ່າວອີກວ່າ ທ່ານຄິດ ວ່າ ເປັນເຣື່ອງທີ່ ສຳຄັນທີ່ ສະຫະຣັຖຄວນ ໃຫ້ການຊ່ວຍເຫລືອ ແກ່ຊາວເຜົ່າມົ້ງ ໃນການຕັ້ງ ຖິ່ນຖານໃໝ່ ສະຫະຣັຖ ຢາກໃຫ້ຊາວເຜົ່າມົ້ງ ເຫລົ່ານີ້ມີຊີວິດ ການເປັນຢູ່ແບບ ປົກກະຕິ ເໝືອນກັບ ປະຊາຊົນລາວ ອື່ນໆ.

ເຂົ້າຮ່ວມຟັງການ ບັລຍາຍເທື່ອນີ້ ນອກຈາກນາງ ມີມົວ ສະມາຊິກ ສະພາສູງ ຣັຖມີ ນີໂຊຕາ ແລ້ວກໍຍັງມີ ຊາວລາວເຜົ່າມົ້ງ ທີ່ອາໃສຢູ່ ຣັຖມີນີໂຊຕາ ແລະວິສຄອນຊິ໊ນ ເຂົ້າຮ່ວມຟັງນຳ ຫລາຍຮ້ອຍຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.