ຊາວມົ້ງລາວ ໃນອະເມຣິກາ ຈັດປະຊຸມ

ຊາວມົ້ງລາວ ຢູ່ສະຫະຣັຖ ອະເມຣິກາ ຈັດກອງປະຊຸມ ຊອກວິທີຊ່ອຍເຫລືອ ຍາດພີ່ນ້ອງມົ້ງລາວ ທີ່ຖືກສົ່ງກັບ ສປປລາວ.
ໂພໄຊສວັດ
2010.01.06
FT-Hmong-meeting ຊາວລາວເຜົ່າມົ້ງ ທີ່ສະຫະຣັຖອະເມຣິກາ ຈັດກອງປະຊຸມ ເພຶ່ອຫາທາງຊ່ວຍເຫລືອ ຍາດພີ່ນ້ອງມົ້ງລາວ ທີ່ຖືກສົ່ງກັບສປປລາວ.
Photo: RFA

ຊາວລາວເຜົ່າມົ້ງ ຢູ່ສະຫະຣັຖອະເມຣິກາ ມີຄວາມເປັນຫ່ວງນຳ ຊາຕາກັມ ຂອງພີ່ນ້ອງຊາວມົ້ງ ທີ່ຖືກສົ່ງກັບລາວ ຈາກສູນກັກຂັງ ບ້ານຫ້ວຍນ້ຳຂາວ 4,000 ກວ່າຄົນ ແລະຈາກສູນກັກຂັງ ຕຳຣວດກວດຄົນເຂົ້າເມືອງ ແຂວງໜອງຄາຍ ປະເທດໄທ ຊຶ່ງມີປະມານ158 ຄົນ ເມື່ອວັນທີ 29 ທັນວາ 2009 ຜ່ານມາ.

ດັ່ງນັ້ນຊາວລາວເຜົ່າມົ້ງ ຈຶ່ງໄດ້ຈັດກອງປະຊຸມ ຢູ່ເມືອງ St Paul ຣັຖ Minnesota ສະຫະຣັຖອະເມຣິກາ ໃນມື້ວັນອັງຄານ ທີ 5 ມົກກະຣາ 2010 ຜ່ານມາ ເພື່ອເປີດເຜີຍເຖິງ ສະພາບການປັດຈຸບັນ ກ່ຽວກັບຊາວລາວເຜົ່າມົ້ງ ທີ່ຫາກໍ່ຖືກສົ່ງກັບລາວ.

ທ່ານ Chung Pheng Lee ຮອງປະທານອົງການ ສາມັກຄີຄອບຄົວລາວ ຣັຖມີນີໂຊຕ້າ ແລະປະທານສະພາ ຜູ້ນຳຊາວມົ້ງພົ້ນທະເລ ສະຫະຣັຖອະເມຣິກາ ເວົ້າກ່ຽວກັບກອງ ປະຊຸມເທື່ອນີ້ ໃນການໃຫ້ສຳພາດກັບ ວິທຍຸເອເຊັຍເສຣີວ່າ:

"ແລະການປະຊຸມມື້ນີ້ ກໍເພື່ອບອກເລົ່າຂໍ້ມູນ ຫລ້າສຸດໃຫ້ຊຸມຊົນ ຮູ້ກ່ຽວກັບວ່າພີ່ນ້ອງ ຂອງພວກຂະເຈົ້າມີ ຄວາມປອດພັຍຫລືບໍ່ ອັນທີສອງກໍແມ່ນ ຂໍຮ້ອງໃຫ້ທາງການ ສະຫະຣັຖ ຮຽກຮ້ອງຕໍ່ຣັຖບານລາວ ໃຫ້ປະຕິບັດຕາມ ຂໍ້ຕົກລົງກັນໄວ້ ກັບທາງການໄທ ກ່ຽວກັບຊາວມົ້ງລາວ ດັ່ງກ່າວ."

ຫລັງຈາກໄດ້ຮັບຮູ້ ສະພາບການກ່ຽວກັບ ພີ່ນ້ອງຊາວມົ້ງລາວ ດັ່ງກ່າວແລ້ວກອງປະຊຸມ ກໍຈະປຶກສາຫາລື ເພື່ອສເນີຕໍ່ ຄະນະຣັຖບານ ໃນຣັຖທີ່ພວກຂະເຈົ້າ ອາສັຍຢູ່ ເພື່ອຂໍຮ້ອງໃຫ້ ພິຈາຣະນາ ຊອກຫາຊ່ອງທາງຊ່ອຍເຫລືອ ພີ່ນ້ອງຊາວມົ້ງລາວ ຂອງພວກຂະເຈົ້າ. ທ່ານ Chung Pheng Lee ເວົ້າກ່ຽວກັບການ ມີນັດໝາຍປະຊຸມ ກັບຝ່າຍຣັຖບານ ສະຫະຣັຖ ວ່າ:

"ພວກເຮົາໄດ້ສເນີ ຈັດກອງປະຊຸມກັບ ກະຊວງການຕ່າງປະເທດ ສະຫະຣັຖ ແລະຈະຈັດກອງປະຊຸມ ໃຫຍ່ຢູ່ California ຊຶ່ງຈະມີກະຊວງ ການຕ່າງປະເທດ ເຂົ້າຮ່ວມ ຫລັງຈາກອງປະຊຸມ ຢູ່ California ແລ້ວ ຈຶ່ງຈະຮູ້ວ່າເຮົາ ຈະເຮັດຈັ່ງໃດ ຫລັງຈາກກອງປະຊຸມ ໃຫຍ່ຢູ່ຣັຖ California ສະຫະຣັຖ ອະເມຣິກາ ແລ້ວ ຊາວລາວເຜົ່າມົ້ງ ຢູ່ສະຫະຣັຖ ຈະສືບຕໍ່ ສເນີການປະຊຸມ ກັບສະມາຊິກຣັຖສະພາ ສະຫະຣັຖ ເພື່ອຂໍຄວາມ ຊ່ອຍເຫລືອຕໍ່ໄປ."

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 06, 2010 07:42 PM

The lao government is too nice having accepted the hmong people who were lelft in Thailand for years. I see that those people are rather lucky to be accepted to go to Laos.Why do you start to cry when the repatriation is done. What did you do before to help them to join you in here.Me I don't like to see them in Laos those lazy people. they are not productive force for the country.Sent them to Afghanistan to grow opium for the CIA.Mee Mao what did you do with the government of usa in order to prvent the thai government to force them back to Laos.You are just talking.

Anonymous
Jan 06, 2010 02:09 PM

I know that you interess about the Mong people in Thailand .I want to ask you weil you didn't do any thing during they steh in thailand .Now if nobody take them offcause the goverment of Lao mustch take them back home and now weil you make this thing come to be big thing . i think please let them do by them self under the low of Lao .

Anonymous
Jan 06, 2010 03:29 PM

ບໍ່ຢາກໃຫ້ ຂ່າວິທະຍຸເອເຊຍເສລີ ອກຂ່າວແບບເລື່ອນລອຍ

Anonymous
Jan 07, 2010 08:57 PM

ຜຂຂໍຂອບໃຈນຳພີ່ນ້ອງມົງເຮົາທີ່ຢູ່ສາຫາຣັຖອາເມລິກາຢາມໃດກໍ່ເປັນຫ່ວງ
ໃຍນຳພີ່ນ້ອງຊາວມົງເຮົາຢູ່ສປປລາວຕະຫລອດມາ

Anonymous
Jan 10, 2010 06:54 AM

ຂ້າເຈ້ົ່າໄນນາມ ຄົນລາວພັດຖິ່ນດ້ວຍກັນ ຢາກຂໍຮ້ອງທຸກທ່ານ ຢ່າໄຊ້ຖ້ອຍຄຳ ຍາຍຄາຍ ສຍດສິກັນ ເຖິງແມ່ນມົ້ງ ກໍເປັນຊາດລາວດ້ວຍກັນ ເຮົາເອງ ບໍ່ຢາກໃຫ້ ເກິດຄາວມ ບາດຫມາງ ລະຫວ່າງ ມົ້ງກ້ບລາວ ມັນບໍ່ຄຸ້ມຄ່າ

Anonymous
Jan 07, 2010 02:16 PM

whatever how big and how many hmongs million and million going to do meeting.for what? nothing going to happen.hmong or meo peple are crazy about freedom.you wanna set up your country have to be here in u.s not in our lao country.