ວັງປ໋າວ ປະຕິເສດ ບໍ່ໄດ້ ກະທຳຜິດ
2009.04.07
ຊາວມົ້ງຊຸມນຸມທີ່ Sacramento CA.ໃນຕອນທີ່ວັງປາວຖືກກັກຕົວ
ຄະນະອັຍກາຣ ທີ່ໄດ້ຟ້ອງ ນາຍພົລວັງປ໋າວ ແລະຄະນະຮວມ ເປັນທັງໝົດ 11 ຄົນດ້ວຍກັນທີ່ ຖືກກ່າວຫາ ວາງແຜນໂຄ້ນລົ້ມ ຣັຖບາລ ຄອມມິວນິສຕ໌ ສປປລາວ ປັຈຈຸບັນ ປະຕິເສດຕໍ່ ທາງກາຣ ສາລຣັຖບາລກາງ ປະຈຳນະຄອນ Sacramento ໃນມື້ວັນຈັນ ຜ່ານມານີ້ ວ່າບໍ່ມີກາຣ ຫາເຣື່ອງຫລືເສກ ສັນປັ້ນແຕ່ງ ຂື້ນມາແຕ່ ປະກາຣໃດ ພ້ອມກັບຢືນຢັນ ວ່າຝ່າຍຈຳເລີຽ ບໍ່ສາມາດທີ່ ຈະນຳເອົາຂໍ້ ມູລເປັນເອກສາຣ ເພື່ອແສດງໃຫ້ ເຫັນວ່າທາງ ຄະນະອັຍກາຣ ຫລືທາງຝ່າຍໂຈທ ໄດ້ກະທຳ ຜິດແຕ່ຢ່າງໃດເລີຽ.
ເອກສາຣທີ່ທາງ ຄະນະ ອັຍກາຣໂຈທໄດ້ ຍື່ນຕໍ່ທາງ ກາຣສາລນະຄອນ Sacramento ໃນມື້ວັນຈັນ ຜ່ານມານີ້ນັ້ນ ເປັນກາຣຍື່ນໂຕ້ຕອບ ທີ່ທາງ ທະນາຍຄວາມ ຂອງທາງຝ່າຍຈຳເລີຽ ທີ່ໄດ້ຍື່ນຕໍ່ ສາລໃນເດືອນ ມີນາຜ່ານມາ ວ່າພວກຖືກ ຕ້ອງຫາ 11 ຄົນຊື່ງຮວມທັງ ນາຍພົລວັງປ໋າວ ວາງແຜນໂຄ້ນລົ້ມ ຣັຖບາລລາວນັ້ນ ແມ່ນ ບໍ່ມີມູລຄວາມ ຈີງແຕ່ຢ່າງໃດ ຫາກເປັນກາຣ ປັ້ນແຕ່ງຂື້ນມາ ແລະຫລັກຖານ ພິຍານຕ່າງໆ ກໍແມ່ນທາງຝ່າຍ ອັຍກາຣຕິດຕໍ່ ຊອກຫານຳມາ ແບບທີ່ວ່າບໍ່ ມີມູລຄວາມ ຈີງ.
ຢ່າງໃດກໍຕາມ ກາຣຂໍຮ້ອງຕໍ່ ທາງກາຣສາລ ດັ່ງກ່າວ ຈະໄດ້ຖືກນຳ ຂື້ນພິຈາຣະນາ ແລະໂຕ້ຕອບ ຊ້ອງໜ້າກັນຢູ່ ສາລຣັຖບາລກາງ ທີ່ Sacramento ຣັຖ California ໃນມື້ວັນທີ່ 11 ພຶສພາທີ່ ຈະມາເຖີງນີ້ ໂດຽຈະແມ່ນທ່ານ Frank C. Damrell ມີກຳໜົດເຂົ້າ ໄປເປັນຜູ້ ພິພາກສາຢ່າງ ເປັນທາງກາຣ ແລະຖືກຕ້ອງ ຕາມກົດໝາຍ!!!









