ເຣື້ອງທີ່ເກັບບັນທຶກໄວ້
2009-11-03
ທາງການ ລາວແລະໄທ ຢືນຢັນວ່າ ຈະສົ່ງຊາວມົ້ງລາວ ໃນໄທ ກັບສປປລາວ ຕາມທີ່ທັງສອງ ປະເທດ ໄດ້ຕົກລົງກັນໄວ້.
2009-11-03
ສູນກາງຊ່ວຍອົພຍົບ ທີ່ບາງກອກຫລື BRC ຈະຫລຸດງົບປະມານ ຊ່ວຍເຫລືອຊາວມົ້ງລາວ ຜູ້ທີ່ມີຖານະ ເປັນບຸກຄົນທີ່ຫນ້າ ເປັນຫ່ວງ ທີ່ຍັງຄ້າງຢູ່ສູນ ໃນບາງກອກ.
2009-10-09
ເຈົ້າໜ້າທີ່ ທະຫານໄທ ຍິງປືນຂື້ນຟ້າ ເຕືອນ ບໍ່ໃຫ້ຊາວມົ້ງລາວ ເຂົ້າໃກ້ ເພື່ອປ້ອງກັນ ອັນຕະຣາຍ ເມື່ອຖືກຫູ້ມລ້ອມ ໃນສູນກັກຂັງ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ.
2009-10-08
ຊາວເຜົ່າມົ້ງລາວ ບ້ານຫ້ວຍນໍ້າຂາວ ຮຽກຮ້ອງ ການຊ່ອຍເຫລືອ ດ້ານອາຫານ ເພີ້ມຕື່ມ ເພາະເຊື່ອວ່າ ພວກຕົນ ເປັນໂຣກຂາດສານອາຫານ
2009-10-02
ຊາວມົ້ງລາວ ບ້ານຫ້ວຍນ້ຳຂາວ ຂໍໃຫ້ທາງກາຣລາວ ອະທິບາຍກ່ຽວກັບ ຈຳນວນ ແທ້ຈີງຂອງກາຣ ຮັບ-ມອບມົ້ງລາວ ຄັ້ງທີ່18.
2009-10-01
ຫນ່ວຍທະຫານໄທ ທີ່ບ້ານຫ້ວຍນ້ຳຂາວ ຈະດຳເນີນການ ສົ່ງຊາວມົ້ງ ກັບລາວ ພາຍໃຕ້ກົດຫມາຍ ຄົນເຂົ້າເມືອງຂອງໄທ ຫລັງຈາກຂໍ້ກຳນົດ ການສົ່ງກັບແບບ ສມັກໃຈ ສີ້ນສຸດລົງໃນ ເດືອນທ້າຍກັນຍາ.
2009-09-29
ທາງການທະຫານໄທ ໄດ້ສົ່ງຊາວມົ້ງ ຈາກບ້ານຫ້ວຍນ້ຳຂາວ ຜູ້ທີ່ສມັກໃຈ ກັບລາວ ເປັນຄັ້ງທີ18 ຈຳນວນ85ຄົນ ໃນມື້ວັນທີ29 ກັນຍາ2009. ແຕ່ທາງການລາວ ຢືນຢັນວ່າ ໄດ້ຮັບພຽງແຕ່ 50ຄົນ.
2009-09-25
ຄນະກັມມະການ ສິດທິມະນຸດຊົນໄທ ຮຽກຮ້ອງໃຫ້ ທາງການລາວແລະໄທ ຮັບປະກັນ ຄວາມປອດໄພ ຂອງຊາວມົ້ງລາວ ທີ່ຖືກສົ່ງກັບຄືນ ປະເທດ.
2009-09-21
ອະດີດນາຍພົນ ວັງປາວ ຫລຸດພົ້ນອອກຈາກ ຄຳຕູ່ຫາວ່າ ເປັນຜູ້ວາງແຜນ ໂຄ່ນລົ້ມຣັຖບານ ສປປລາວ.
2009-09-14
ທາງກາຣໄທຽ ຈະຈັດສົ່ງ ຊາວມົ້ງລາວ ທີ່ຍັງເຫລືອຢູ່ນັ້ນ ຄືນໃຫ້ແກ່ທາງກາຣ ສປປລາວ ໃຫ້ໝົດພາຍໃນ ທ້າຍປີ 2009 ນີ້.
2009-09-11
ເຈົ້າໜ້າທີ່ ທະຫານໄທ ທີ່ສູນກັກຂັງ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ ຍັງລໍຖ້າຄຳສັ່ງຈາກ ຣັຖບານ ເພື່ອດຳເນີນການ ສົ່ງຊາວມົ້ງກັບລາວ ທີ່ມີກຳນົດການ ໃນວັນທີ 15 ກັນຍາ 2009.
2009-09-08
ຊາວມົ້ງຜູ້ທີ່ ຍັງຖືກກັກຂັງ ທີ່ດ່ານກວດຄົນ ເຂົ້າເມືອງ ແຂວງຫນອງຄາຍ 162ຄົນ ມີຄວາມກັງວົນ ຕໍ່ຂ່າວລືທີ່ວ່າ ພວກຂະເຈົ້າ ຈະຖືກສົ່ງກັບລາວ ໃນເວລາອັນໃກ້ໆນີ້.
2009-09-03
ທາງການລາວ ຢືນຢັນວ່າ ໄດ້ຮັບຊາວມົ້ງລາວ ຈຳນວນ110ຄົນ ທີ່ທາງການໄທ ສົ່ງມອບໃຫ້.
2009-09-01
ຊາວມົ້ງລາວ ທີ່ສູນກັກຂັງຊົ່ວຄາວ ບ້ານຫ້ວຍນ້ຳຂາວ ສມັກໃຈກັບຄືນລາວ ອີກປະມານ70ກວ່າຄົນ.
2009-08-28
ທາງກາຣໄທຽຈະເຣີ່ມ ໃຊ້ທຸກວິທີທາງ ຫລັງຈາກເດືອນ ກັນຍາ ເພື່ອຈັດສົ່ງຊາວມົ້ງລາວ ກັບຄືນປະເທສ ໃຫ້ໝົດພາຍ ໃນທ້າຍປີ 2009 ນີ້.