ເຣື້ອງທີ່ເກັບບັນທຶກໄວ້
2008-12-01
ທາງການລາວ ຢືນຢັນ ວ່າ ຊາວມົ້ງລາວ ຈໍານວນ 103 ຄົນ ທີ່ທາງການໄທ ມອບຄືນໃຫ້ ເມື່ອ ວັນທີ 20 ພືດສະຈີກາ ຜ່ານມາ ຖືກນໍາສົ່ງ ໄປຍັງ ແຂວງຕ່າງໆ ຊື່ງເປັນບ້ານເກີດ ເມືອງນອນເດີມ ຂອງເຂົາເຈົ້າ.
2008-11-26
ຜູ້ນໍາ ຊາວມົ້ງລາວ 8 ຄົນ ທີ່ມາຈາກ ບ້ານຫ້ວຍນໍ້າຂາວ ໄດ້ພົບພໍ້ກັບ ສະມາຊິກ ຄອບຄົວ ຂອງພວກຂະເຈົ້າ ແລະ ທາງການລາວ ຈະສົ່ງກັບຄືນ ບ້ານເກີດເມືອງນອນ ໃນມໍ່ໆນີ້.
2008-10-30
ທາງການ ໄທ ກະກຽມ ສົ່ງຊາວລາວ ເຜົ່າມົ້ງ ທີ່ບ້ານຫ້ວຍນ້ຳຂາວ ໃນທ້າຍເດືອນຕຸລາ ປີ 2008 ກັບຄືນລາວ ຈຳນວນ 3 ຄອບຄົວ ຕາມການຕົກລົງ ຣະຫວ່າງ ລາວກັບໄທ.
2008-10-29
ສປປລາວ ປະຕິເສດ ຄໍາກ່າວຫາ ຂອງ ອົງການ ສິດທິມະນຸດ ທີ່ວ່າ ມີການ ກັກຂັງ ຜູ້ນໍາ ຊາວມົ້ງ ທີ່ ຖືກສົ່ງກັບ ລາວ ວ່າບໍ່ມີມູນຄວາມຈິງ.
2008-10-29
ອົງການ ສິດທິມະນຸດ ໃນສະຫະຣັດ ຮຽກຮ້ອງ ໃຫ້ທາງການລາວ ປ່ອຍພວກຫົວໜ້າ ຊາວມົ້ງ ທີ່ໄດ້ທໍາການປະທ້ວງ ແລະ ຖືກສົ່ງກັບລາວ ແບບບັງຄັບນັ້ນ.
2008-10-29
ຊາວມົ້ງ ທ່ານນຶ່ງ ຜູ້ທີ່ ບໍ່ປະສົງອອກ ຊື່ ທີ່ບ້ານຫ້ວຍນ້ຳຂາວ ກ່າວຢືນຢັນ ກ່ຽວກັບ ການກັກຕົວ ຜູ້ນຳຊາວມົ້ງ ຜູ້ທີ່ຖືກ ສົ່ງກັບລາວ ວ່າງວັນທີ 22 ເດືອນມີຖຸນາ ທີ່ຜ່ານມາວ່າ:
2008-09-18
ອົງການ Norwegian Church Aid ໃຫ້ການຊ່ອຍເຫລືອ ຊົນເຜົ່າຂະມຸ ໃນແຂວງບໍ່ແກ້ວ ຢ່າງຮອບດ້ານ ເພື່ອຍົກຣະດັບ ຊີວິດການເປັນຢູ່ ໃຫ້ດີຂຶ້ນ.
2008-09-06
ສະພາ ຣັຖ ຄາລີຟໍຣ໌ເນັຽ ຮັບຜ່ານ ຍັຕຕິ ສະບັບໜື່ງ ເປັນກາຣຮຽກທວງ ຕໍ່ທາງກາຣ ສະຫະຣັຖ ໄດ້ໃຫ້ຄວາມປົກປ້ອງ ຊົນເຜົ່າລາວມົ້ງ ທີ່ອາສັຍ ຢູ່ສູນຮອງຮັບ ຊົ່ວຄາວ ທີ່ປະເທດໄທຽ ພ້ອມກັບ ຈຳພວກທີ່ຍັງເຫລືອ ຢູ່ເມືອງລາວ ກໍບໍ່ໃຫ້ໄດ້ຮັບ ກາຣປາບປາມ ຈາກທາງກາຣ ຄອມມິວນິສຕ໌, ອີງຕາມ ຣາຍງານ ຂອງໜັງສືພີມ ຣາຍວັນ ຂອງນະຄອນ Sacramento ຣັຖ California ສະບັບ ວັນທີ່ 5 ກັນຍາ.
2008-09-03
ທາງການໄທ ຈະສົ່ງ ຊາວເຜົ່າມົ້ງ ກັບ ສປປລາວ ຕື່ມອີກ 500 ຄົນ ໃນທ້າຍເດືອນກັນຍານີ້ ພາຍຫລັງ ທີ່ ໄດ້ສົ່ງ ຈໍານວນ 119 ຄົນ ກັບຄືນ ເມື່ອວັນທີ 29 ເດືອນສິງຫາ ຜ່ານມາ.
2008-09-02
ທາງການລາວ ຢືນຢັນວ່າ ຈະໃຫ້ ການອຸປະຖັມ ແກ່ຊາວມົ້ງ ທີ່ຖືກສົ່ງກັບ ຈາກປະເທດໄທ ເປັນເວລາ ນື່ງປີ ເພື່ອໃຫ້ເຂົາເຈົ້າ ຕັ້ງຕົ້ນ ຊີວິດໃໝ່ໄດ້ ໂດຍຈະ ປະກອບເງິນອຸດໜູນ ໃຫ້ ຜູ້ລະ 3 ແສນກີບ, ແລະ ໃຫ້ເຄື່ອງຂອງ ທີ່ຈໍາເປັນ ໃນການດໍາຣົງຊີວິດ ໃນເບື້ອງຕົ້ນ.
2008-09-01
ທາງການໄທ ໄດ້ສົ່ງ ຊາວມົ້ງ ຈາກບ້ານຫ້ວຍນ້ຳຂາວ ກັບຄືນ ສປປລາວ ອີກ ໃນທ້າຍອາທີດນີ້, 30 ຄອບຄົວ ຮວມທັງຫມົດ 119 ຄົນ.
2008-07-07
ປະເທດ ອອສເຕຣເລັຍ ຈະຮັບເອົາ ຊາວລາວເຜົ່າມົ້ງ 20 ຄົນ ຈາກສູນ ຊົ່ວຄາວ ທີ່ບ້ານຫ້ວຍນ້ຳ ຂາວ ເມືອງເຂົາຄໍ້ ແຂວງເພັດສະບູນ ຂອງໄທ ໄປຕັ້ງ ຖິ່ນຖານ ຢູ່ອອສເຕຣເລັຍ.
2008-07-05
ໄທ ຈະສົ່ງ ຊາວລາວ ເຜົ່າມົ້ງ ກັບຄືນ ສປປລາວ ອີກ 215 ຄົນ ໃນສັບປະດາໜ້າ ໂດຍ ຜ່ານຂົວ ມິດຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ.
2008-07-05
ທາງກາຣ ແຂວງວຽງຈັນ ຮັບເອົາ ຊາວເຜົ່າມົ້ງ ຈາກບ້ານ ຫ້ວຍນ້ຳຂາວ ທີ່ຖືກທາງກາຣໄທຽ ສົ່ງມອບໃຫ້ ທາງກາຣລາວ 76 ຄອບຄົວ ກັບຄືນ ທ້ອງຖີ່ນ.
2008-06-28
ອົງກາຣ ສະຫະ ປະຊາຊາຕ ດ້ານຜູ້ອົພຍົບ ວ່າ ຊາວເຜົ່າມົ້ງ ບາງຄົນ ອາຈຖືກ ບັງຄັບ ໃຫ້ກັບຄືນ ປະເທດລາວ ຊື່ງຖືວ່າ ເປັນກາຣລະເມີດ ສິທທິ ພື້ນຖານ ຂອງມະນຸສຍະຊົນ ກໍເປັນໄດ້.