ກົດໝາຍວ່າດ້ວຍ ສິທທິເດັກນ້ອຍ ທີ່ແຂວງຫົວພັນ

ແຜນກຍຸຕິທັມແຂວງຫົວພັນ ເຜີຽແພ່ກົດໝາຍ ວ່າດ້ວຍ ສິທທິເດັກນ້ອຍ ໃຫ້ປະຊາຊົນ ເຂົ້າໃຈເຖິງ ສິທທິຂອງຕົນ.
ຫວາດ ສີມູນ
2009.11.12

ທາງແຜນກຍຸຕິທັມ ແຂວງຫົວພັນ ໄດ້ເຜີຽແພ່ກົດໝາຍ ວ່າດ້ວຍສິທທິເດັກນ້ອຍ ໃຫ້ແກ່ປະຊາຊົນ ບັນດາຊົນເຜົ່າ ຕາມຕົວເມືອງຕ່າງໆ ໃຫ້ຮັບຮູ້ແລະເຂົ້າໃຈ ເຖິງສິທທິຂອງພວກຕົນ ເນື່ອງຈາກວ່າ ໃນຣະຍະຜ່ານມາ ເກີດມີບັນຫາ ທີ່ມີພວກເດັກນ້ອຍ ຖືກລໍ້ລວງໄປ ໃຊ້ແຮງງານ ດັ່ງທ່ານສີທອນ ອິນມະນີ ຫົວໜ້າແຜນກ ຍຸຕິທັມໄດ້ກ່າວວ່າ:

“ເຮັດຄວາມເຂົ້າອົກເຂົ້າໃຈ ກ່ຽວກັບກົດໝາຍດັ່ງກ່າວ ປະຊາຊົນບັນດາເຜົ່າ ທີ່ພວກເຮົາໄດ້ ລົງເຜີຽແພ່ນັ້ນ ໃຫ້ຮູ້ກ່ຽວກັບຄວາມໝາຍ ຄວາມສຳຄັນຂອງ ກົດໝາຍ ດັ່ງກ່າວ ໄດ້ເຮັດໃຫ້ເດັກນັ້ນ ຮູ້ກ່ຽວກັບຄວາມ ສຳຄັນຂອງຕົນເອງ”.

ທ່ານສີທອນ ໄດ້ແຈ້ງເພີ່ມວ່າ ນອກຈາກກາຣເຜີຽແພ່ ກົດໝາຍ ດັ່ງກ່າວນີ້ແລ້ວ ທາງຫ້ອງ ກາຣຂອງທ່ານຍັງໄດ້ ເຜີຽແພ່ໃຫ້ຄວາມຮູ້ ແກ່ພໍ່ແມ່ແລະ ຜູ້ປົກຄອງ ໃຫ້ເຂົ້າໃຈທາງດ້ານ ຜົລປະໂຍຊ ເພື່ອຊ່ວຍເພີ່ມທະວີ ກາຣປົກປ້ອງແລະ ຄຸ້ມຄອງເດັກນ້ອຍ ໃຫ້ຫລາຍກວ່າເກົ່າ.

ເຈົ້າໜ້າທີ່ລາວທ່ານນີ້ ໄດ້ກ່າວຢ້ຳວ່າ ກາຣດຳເນີນວຽກງານ ອອກເຜີຽແພ່ກົດໝາຍ ດັ່ງກ່າວນີ້ ທາງຫ້ອງກາຣຂອງທ່ານ ໄດ້ຮ່ວມມືກັບ ສະຫະພັນແມ່ຍິງລາວ ອົງກາຣຈັດຕັ້ງ ຊາວໜຸ່ມປະຈຳແຂວງ ແລະ ອົງກາຣກ່ຽວຂ້ອງອື່ນໆ ເພື່ອໃຫ້ປະຊາຊົນ ເຂົ້າໃຈຢ່າງແທ້ຈິງ ແລະ ໃຫ້ສາມາດນຳໄປ ປະຕິບັຕໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.