ອາຊຽນຂໍ ລິຂສິດທາງປັນຍາ

ອາຊຽນຢາກຂໍ ລິຂສິດສາກົນ ສໍາລັບ ມໍຣະດົກ ດ້ານສິລປະ ໃນກອງປະຊຸມ ທີ່ ອິນໂດເນເຊັຍ.
ໂພໄຊສວັດ
2010.10.01

ກົດຟັງສຽງ

ສະມາຊິກ ອາຊຽນ ພຍາຍາມ ທີ່ຈະຂໍ ລິຂສິດທາງປັນຍາ ເພື່ອປົກປ້ອງ ມໍຣະດົກ ດ້ານສິລປະ ແລະວັທນະທັມ ທີ່ມີຢູ່ ຫລາກຫລາຍ ໃນພູມີພາກ ໂດຍສະເພາະ ໃນຕລາດ ສາກົນ. ອີງຕາມ ລາຍງານຂອງ ຈາກາຕາໂປສ ມື້ວັນສຸກທີ 1 ຕຸລາ 2010.

ໃນກອງປະຊຸມ ຂອງເຈົ້າໜ້າທີ່ ອັນດັບສູງ ອາຊຽນ ກ່ຽວກັບ ວັທນະທັມ ແລະສິລປະ ຢູ່ເມືອງ Kuta ແຂວງບາລີ ອິນໂດເນເຊັຍ ລະຫວ່າງວັນທີ 28 ຫາ 30 ກັນຍາ 2010, ຜູ້ຈັດການທົ່ວໄປ ດ້ານຄຸນຄ່າ ຂອງວັທນະທັມ ສິລປະ ແລະ ດ້ານພາພຍົນ ອິນໂດເນເຊັຍ ທ່ານ Sulistyo Tirtokusumo ກ່າວວ່າ: ຊາວໂລກ ໂດຍທົ່ວໄປ ຈະນັບຖືສິດທິ ທາງບັນຍາ ແລະ ເທັກໂນໂລຍີ ໃນການຜລິດ ຂອງເຫລົ່ານັ້ນ.

ທ່ານກ່າວ ຕໍ່ໄປວ່າ ພູມີພາກ ອາຊຽນ ອຸດົມສົມບູນ ໄປດ້ວຍງານ ສິລປະ ແລະ ວັທນະທັມ ແຕ່ຜລິຕພັນເຫລົ່ານີ້ ສ່ວນໃຫຍ່ຍັງ ເປັນສົມບັດ ຂອງ ຊາວບ້າງທ້ອງຖິ່ນ ແລະ ພາຍໃນປະເທດ ເທົ່ານັ້ນ. ຍ້ອນເຫດນີ້ ອາຊຽນຈຶ່ງມີບັນຫາ ທີ່ຈະລົງທະບຽນ ແລະ ຂໍໃຫ້ຊາວໂລກ ຮັບຮູ້ ລິຂສິດທາງປັນຍາ ໂດຍການ ລົງທະບຽນ ກັບອົງການ ລິຂສິດທາງປັນຍາ ຂອງໂລກໄດ້.

ທ່ານຍົກໂຕຢ່າງ ຜລິຕພັນ ທີ່ບໍ່ມີການ ປົກປ້ອງ ຂອງອິນໂດເນເຊັຍ ເຊັ່ນ ບາຕິກ ແຜ່ນແພ ອິນໂດເນເຊັຍ ແລະ ກຣິສ ດາບສັ້ນສອງຄົມ ອິນໂດເນເຊັຍ ແລະ ວາຍຢັງ ຊຶ່ງເປັນ ໜັງຕະລຸງ ອິນໂດເນເຊັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.