ມີການຮຽກຮ້ອງ ໃຫ້ເລື່ອນການພິສູດ ຄົນງານຕ່າງດ້າວ

ອົງການ ສິດທິມະນຸດ ຮຽກຮ້ອງໃຫ້ ຣັຖບານໄທ ເລື່ອນເວລາ ກໍາໜົດ ມື້ສຸດທ້າຍ ໃນການລົງທະບຽນ ສໍາລັບຄົນງານ ຕ່າງດ້າວ ຜິດກົດໝາຍ.
ໂພໄຊສວັດ
2010.02.24

ອົງການ ສິດທິມະນຸດ ປະຈຳ ປະເທດໄທ ໄດ້ອອກ ຖແຫລງຂ່າວ ຕໍ່ສື່ມວນຊົນ ຂໍໃຫ້ ຣັຖບານໄທ ເລື່ອນເວລາ ໃນການ ຈົດທະບຽນ ຄົນງານຕ່າງດ້າວ ສາມຊາດ ລາວ ພະມ່າ ແລະ ກຳພູຊາ ທີ່ຈະໝົດ ອາຍຸ ໃນມື້ວັນທີ 28 ກຸມພາ 2010 ອອກໄປກ່ອນ.

ນອກຈາກນັ້ນ ຍັງຂໍຮ້ອງໃຫ້ ຣັຖບານໄທ ເຫັນຄວາມສຳຄັນ ຂອງຄົນງານ ຕ່າງດ້າວເຫລົ່ານີ້ ຫລາຍຂື້ນ ເພາະພວກຂະເຈົ້າ ໄດ້ເຮັດຜົນ ປະໂຫຍດ ດ້ານເສຖກິດ ໃຫ້ປະເທດໄທ ຢ່າງຫລວງຫລາຍ. ທ່ານ ສຸນັຍ ພາສຸຂ ເຈົ້າໜ້າທີ່ ຈາກອົງການ ສິດທິມະນຸດ ປະຈຳບາງກອກ ປະເທດໄທ ເວົ້າວ່າ:

"ລາຍງານ ທີ່ພວກເຮົາ ຈະເປີດເຜີຍ ມື້ນີ້ ຣັຖບານໄທ ຈະຕ້ອງໃຫ້ ຄວາມສົນໃຈ ເຮົາຄາດວ່າຈະ ເຫັນຄຳຕອບ ທີ່ແຈ່ມແຈ້ງ ຫລາຍຂື້ນຈາກ ຮັຖບານໄທ ຫາກທາງ ຣັຖບານບໍ່ສາມາດ ຕອບໄດ້ວ່າ ເປັນຫຍັງຈຶ່ງເລືອກ ວັນທີ 28 ກຸມພາ ເປັນມື້ສຸດທ້າຍ ກໍຄວນເລື່ອນ ຫລືຍົກເລີກ ໄປເລີຍ".

ອົງການ ສິດທິມະນຸດ ຍັງໄດ້ສເນີ ແນະນຳ 4 ຂໍ້ໃຫ້ແກ່ ຣັຖບານໄທ ຄື:

1 ຣັຖບານໄທ ຄວນຈັດຕັ້ງ ກັມມະການ ພິເສດ ເພື່ອສອບສວນ ການລະເມີດສິດທິ ພື້ນຖານຂອງ ຄົນງານຕ່າງດ້າວ.

2 ຍົກເລີກ ກົດໝາຍ ທີ່ຈຳກັດ ສິດທິ ຂອງຄົນງານ ຕ່າງດ້າວ ໃນເຂດພາກໃຕ້ ຂອງໄທ ແລະ ໃຫ້ນັບຖື ສິດທິມະນຸດ ຂັ້ນພື້ນຖານ.

3 ຍຸຕິຄວາມ ຮຸນແຮງ ທີ່ເກີດຂື້ນກັບ ຄົນງານຕ່າງດ້າວ.

4 ຂໍໃຫ້ ຣັຖບານ ແກ້ໄຂກົດໝາຍ ມາດຕຣາ 88 ແລະ 100 ເພື່ອອະນຸຍາດ ໃຫ້ຄົນງານ ສາມາດ ຈັດຕັ້ງສະພາ ແຮງງານຕ່າງດ້າວ ພາຍໃຕ້ກົດໝາຍ ແຮງງານໄທ.

ປັດຈຸບັນນີ້ ຍັງມີຄົນງານ ຕ່າງດ້າວ ຈຳນວນຫລາຍ ທີ່ບໍ່ເຂົ້າສູ່ ຂະບວນການ ພິສູດສັນຊາດ ເພາະບໍ່ມີ ເອກກະສານ ປະຈຳໂຕ ແລະ ໜັງສືຜ່ານແດນ ທີ່ຖືກຕ້ອງ ຕາມກົດໝາຍ ຊຶ່ງທາງ ຣັຖບານຄວນ ຫາທາງຊ່ອຍເຫລືອ ແລະແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.