ຍິງລາວ 12 ຄົນ ຖືກຊ່ວຍເຫຼືອຈາກ ການຄ້າມະນຸດ
2010.08.03
ຜູ້ຍິງທີ່ຖືກ ເຄາະຮ້າຍຈາກ ການຄ້າມະນຸດ ກໍາລັງຝຶກວິຊາຊີພ ແລະປີ່ນປົວ ສະພາບຈິດໃຈ ໃນສະຖານທີ່ ບໍາບັດ ທີ່ປະເທດໄທ
ເຈົ້າໜ້າທີ່ໄທ ຈາກກອງ ບັງຄັບການ ປາບປາມການ ກະທໍາຜິດ ຕໍ່ເດັກ ເຍົາວະຊົນ ແລະ ສັຕຣີ ຫລື ປດສ ໄດ້ວາງແຜນ ເຂົ້າຈັບກຸມ ເຈົ້າຂອງຮ້ານ ຄາຣາໂອເກະ ໃນແຂວງ ລົບບູຣີ ເພື່ອຊ່ວຍຍິງ ສາວລາວ ທີ່ຖືກຫລອກ ໃຫ້ໄປ ຄ້າປະເວນີ ໄດ້ 12 ຄົນ ຕາມຂໍ້ມູນ ທີ່ໄດ້ຈາກ ເດັກນ້ອຍຍິງ ລາວ 2 ຄົນ ທີ່ໜີ ອອກມາໄດ້ ກ່ອນໜ້ານັ້ນ. ໃນເວລານີ້ ຜູ້ຖືກ ເຄາະຮ້າຍ ຢູ່ໃນຄວາມ ເບິ່ງແຍງຂອງ ເຈົ້າໜ້າທີ່.
ພັນຕໍາຣວດເອກ ວອນພົງ ທອງໄພບູລ ຜູ້ກໍາກັບ ກອງກໍາກັບການ 2 ປດສ ກ່າວວ່າ: "ຊ່ອຍມາໄດ້ 12 ຄົນ ເປັນຊາວລາວ ທັງໝົດ ອາຍຸ ບໍ່ຮອດ 18 ປີ ປະມານ 4-5 ຄົນ ແລະ ອາຍຸບໍ່ຮອດ 20 ປີ 4 ຄົນ ທັງໝົດມີ ປະມານ 36 ຄົນ ເທົ່າທີ່ໄດ້ ຮັບແຈ້ງຄວາມ ຄ້າປະເວນີ ທັງໝົດ ສອບປາກຄໍາ ແລ້ວ 2 ຄົນ".
ສ່ວນຂໍ້ມູນ ລາຍລະອຽດ ກ່ຽວກັບ ຍິງລາວ ທີ່ຊ່ວຍອອກ ມາໄດ້ນັ້ນ ຍັງບໍ່ສາມາດ ສອບປາກຄໍາ ເພີ້ມເຕີມໄດ້ ທັງໝົດເທື່ອ ເພາະຍັງ ຢູ່ໃນຄວາມ ຄຸ້ມຄອງຂອງ ກະຊວງ ພັທນາສັງຄົມ ແລະ ຄວາມໝັ້ນຄົງ ຂອງມະນຸດ ເພື່ອຟື້ນຟູ ສະພາບຈິດໃຈ ໃຫ້ປົກກະຕິ ເສັຽກ່ອນ. ສ່ວນເຈົ້າຂອງ ຮ້ານຄາຣາໂອເກະ ຫລົບໜີໄປໄດ້ ພັນຕໍາຣວດເອກ ວອນພົງ ກ່າວວ່າ:
"ຜູ້ຕ້ອງຫາ ຊື່ ໄພໂຣດ ຫລື ໂລດ ສຸຂພິທັກ ທາງຕໍາຣວດ ອອກໝາຍຈັບແລ້ວ ແລະ ກໍາລັງນໍາຈັບ ໃນຂໍ້ຫາ ຮ່ວມກັນ ຕັ້ງແຕ່ 3 ຄົນຂຶ້ນໄປ ໃນການ ຄ້າມະນຸດ ໂດຍສແວງຫາ ປໂຍດ ຈາກການ ຄ້າປະເວນີ ຕ້ອງໂທດ ຈໍາຄຸກ 15 ປີ".
ຍິງສາວລາວ ທີ່ເຂົ້າໄປ ຄ້າແຮງງານ ໃນໄທ ສ່ວນຫລາຍ ຈະຖືກນາຍໜ້າ ຈາກລາວ ຊັກຊວນມາ ໂດຍເຂົ້າທາງ ພິເສດ ບໍ່ຕ້ອງຜ່ານ ເຈົ້າໜ້າທີ່ ຕໍາຣວດ ກວດຄົນ ເຂົ້າເມືອງ ແລະສົ່ງຕໍ່ ນາຍໜ້າຊາວໄທ ຊຶ່ງນາຍໜ້າ ຈະເອົາໄປ ເຊື່ອງໄວ້ ໃນຫ້ອງແຖວ ຫລືບ້ານພັກ ເພື່ອສົ່ງໃຫ້ ເຈົ້າຂອງຮ້ານ ອີກຕໍ່ນຶ່ງ.









