ລາວ-ໄທ ຮ່ວມຕ້ານ ການຄ້າມະນຸດ

ລາວ-ໄທ ຮ່ວມທົບທວນ ຮ່າງແຜນ ການຮ່ວມມື ປະຕິບັດງານ ຕ້ານການຄ້າມະນຸດ
ມະນີຈັນ
2009.09.24

ພາກສ່ວນກ່ຽວຂ້ອງ ກະຊວງແຮງງານ ຂອງລາວແລະໄທ ຮ່ວມກັນ ອອກຄວາມຄິດຄວາມເຫັນ ໃນການຮ່າງແຜນ ປະຕິບັດງານ ຕ້ານການຄ້າມະນຸດ, ໃນກອງປະຊຸມ ທີ່ເມືອງຫລວງພະບາງ ໃນວັນທີ17 ແລະ18ກັນຍານີ້.

ນັ້ນກໍເປັນໄປ ຕາມຂໍ້ຕົກລົງ ໃນບັນທຶກ ຄວາມເຂົ້າໃຈ ລາວ-ໄທ ຫລື MOUລາວ-ໄທ ວ່າດ້ວຍການຮ່ວມມື ຕ້ານການຄ້າ ຜູ້ຍິງແລະເດັກນ້ອຍ ຫລັງຈາກແຜນ ປະຕິບັດງານ ສະບັບເດີມແຕ່ປີ 2006ຫາປີ2009 ທີ່ໄດ້ເຊັນກັນ ເມື່ອປີ2005ນັ້ນ ໝົດອາຍຸການລົງ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກະຊວງແຮງງານ ຂອງລາວ:

" ທີ່ຜ່ານມາ ອັນແຕ່ກ່ອນ ແມ່ນກະຊວງແຮງງານ ແລະ ສວັດດີການສັງຄົມ ເພິ່ນໄດ້ເຊັນເນາະ ກັບທາງການຂອງໄທ ໂຕນີ້ແມ່ນ ອັນທົບທວນຄືນ ຮ່າງຂໍ້ຕົກລົງ MOU Lao-Thai."

ໃນລະຍະທີ່ ຜ່ານມາ  ການປະຕິບັດ ວຽກງານ ຕາມຂໍ້ຕົກລົງ MOUປີ2005  ມີ6ແຜນງານໃຫຍ່ ຄືການ ປະຕິບັດງານຮ່ວມ, ການຮັບສົ່ງ ຜູ້ເຄາະຮ້າຍ         ກັບຄືນປະເທດ ແລະ ພູມລໍາເນົາເດີມ. ການຄືນສູ່ສັງຄົມ, ການປົກປ້ອງ, ການປາບປາມ ລົງໂທດຜູ້ຄ້າມນຸດ ແລະ ມາຕຣາການປ້ອງກັນ.

ນັບແຕ່ປີ2005ມາ ເຖິງປັດຈຸບັນ ກໍມີຜົລຊ່ວຍ ໃຫ້ມີແມ່ຍິງ ແລະ ເດັກນ້ອຍທີ່ຖືກ ພວກຄ້າມະນຸດ, ນໍາຕົວຈາກລາວ ໄປໄທໄດ້ຈໍານວນ 1114ຄົນ. ນອກຈາກນີ້ຍັງ ສາມາດຕິດຕາມ ຫາຜູ້ສູນຫາຍ ຈາກການຄ້າມະນຸດ ຄືນມາໄດ້ອີກ34ຄົນ.

ໃນກອງປະຊຸມ ດັ່ງກ່າວຕົວແທນ ທັງ2ຝ່າຍລາວ-ໄທ ກໍໄດ້ຮ່ວມກັນ ພິຈາຣະນາ ກໍານົດຂອບເຂດ ແຜນປະຕິບັດ ງານຮ່ວມກັນ ໃນ3ປີຂ້າງໜ້າ, ຣະຫວ່າງປີ2010 ຫາປີ2012, ຕາມຂໍ້ຕົກລົງ ທີ່ວ່າຈະຕ້ອງ ຮ່າງຂໍ້ສເນີ ເພື່ອການພັທນາ, ເພີ້ມເຕີມການຮ່ວມມື ຊຶ່ງກັນແລະກັນ ແລະ ທົບທວນການຈັດຕັ້ງ ປະຕິບັດບົດ ບັນທຶກຄວາມເຂົ້າໃຈ ສະບັບນີ້ທຸກໆ3ປີ. ເພື່ອພັທນາການຮ່ວມມື ໃນວຽກງານການ ຕ້ານການຄ້າມະນຸດ ໂດຍສະເພາະ ຜູ້ຍີງແລະເດັກນ້ອຍ ໃຫ້ມີຄວາມຄືບໜ້າ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.