ເດັກນ້ອຍຍີງລາວ ຖືກຊ່ວຍອອກຈາກ ກຸ່ມຄ້າມະນຸສ
2009.11.02
ນາຍ ຊາວຊຽງມີງ ເຈົ້າຫນ້າທີ່ປາບປາມ ຢາເສບຕິດຂອງຈີນ ໃນເຂດເມືອງລາ ພາກຕາເວັນຕົກສ່ຽງໃຕ້ ຂອງແຂວງຢູນານ ຣະບຸວ່າ ລາວຈຳໄດ້ດີ ໃນວັນທີ25 ເດືອນກໍຣະກະດາ ປີນີ້ ໃນເວລາກາງວັນ ຂອງມື້ວັນເສົາ ລາວໄດ້ຮັບໂທລະສັບ ຈາກເຈົ້າຫນ້າທີ່ ຕຳຣວດຣະດັບສູງ ຈາກແຂວງ ຜົ້ງສາລີ ຂອງລາວ ໄດ້ຢຸດຣົຖໂດຍສານ ຈາກລາວ ທີ່ກຳລັງມຸ້ງຫນ້າ ໄປເມືອງລາ ລາວວ່າ ລາວໄດ້ຮັບຂໍ້ມູນ ທີ່ວ່າ ນັກຄ້າມະນຸດ ທີ່ເປັນຄົນລາວຜູ້ຍິງ ກຳລັງລັກພາຕົວ ເດັກນ້ອຍຍີງລາວ ສອງຄົນ ມຸ້ງຫນ້າໄປດ່ານ ກວດຄົນໃນເຂດ ດັ່ງກ່າວ.
ເດັກນ້ອຍຜູ້ຍີງ ສອງຄົນ ອາຍຸຣະຫວ່າງ 14-15 ປີ ທີ່ເປັນຍາດພີ່ນ້ອງ ຂອງນັກຄ້າມະນຸດ ຄົນນີ້ ກຳລັງເພີ້ດເພີນ ແລະ ມີຄວາມມ່ວນຊື່ນ ທີ່ວ່າຕົນຈະໄດ້ ໄປເຮັດວຽກທີ່ ຮ້ານອາຫານ ໃນປະເທດເພື່ອນບ້ານ ຈາກການຕົວະຍົວະ ນັກຄ້າມະນຸດຜູ້ຍີງ ຄົນນີ້ທີ່ແຕ່ງງານ ກັບຄົນຈີນ ແລະ ກໍ່ຈະເອົາເດັກນ້ອຍ ສອງຄົນນີ້ໄປ ເປັນເຫຍື່ອຂອງຂະບວນ ການຄ້າມມະນຸດ ໃນຈີນ. ໃນທີ່ສຸດ ເດັກນ້ອຍສອງຄົນນັ້ນ ກໍ່ຖືກເຈົ້າຫນ້າຈີນ ຊ່ອຍຊີວີດລອດມາໄດ້ ຍ້ອນການຮ່ວມມື ໃນການປາບປາມ ກຸ່ມຄ້າມະນຸດ ຣະຫວ່າງລາວກັບຈີນ.
ໃນຣະຍະຫລັງໆ ມານີ້ ມີຂະບວນການ ຄ້າມະນຸດ ທີ່ມາທຳການລັກລອບ ຜູ້ຍີງແລະເດັກນ້ອຍ ຈາກແຂວງທາງພາກເຫນືອ ຂອງລາວ ດ້ວຍການຕົວະຍົວະວ່າ ຈະໄປເຮັດວຽກໃນຈີນ ໃນທີ່ສຸດ ພວກດັ່ງກ່າວ ກໍ່ຕົກເປັນເຫຍື່ອຂອງ ຂະບວນການຄ້າມະນຸດ ທີ່ຖືກສົ່ງຂາຍເຂົ້າ ໃນຊ້ອງໂສເພນີ ແລະໂຮງງານນາຣົກ ປະເພດຕ່າງ ໃນຈີນ.









